ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂ່າວກ່າວວ່າ ເກົາຫຼີເໜືອ ສົ່ງອາວຸດໄປໃຫ້ຣັດເຊຍ ເພື່ອໃຊ້ໃນສົງຄາມ ຕໍ່ຢູເຄຣນ


ແຟ້ມຮູບ-ປະຊາຊົນ ພາກັນເບິ່ງການອອກອາກາດທາງໂທລະພາບ ກ່ຽວກັບການຍິງລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ ເຂົ້າສູ່ນອກຊາຍຝັ່ງທະເລຕາເວັນອອກຂອງຕົນ, ໃນສະຖານີລົດໄຟໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 16 ມີນາ 2023.
ແຟ້ມຮູບ-ປະຊາຊົນ ພາກັນເບິ່ງການອອກອາກາດທາງໂທລະພາບ ກ່ຽວກັບການຍິງລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ ເຂົ້າສູ່ນອກຊາຍຝັ່ງທະເລຕາເວັນອອກຂອງຕົນ, ໃນສະຖານີລົດໄຟໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 16 ມີນາ 2023.

ທຳນຽບຂາວ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ເມື່ອໄວໆມານີ້ ເກົາຫຼີ​ເໜືອ​ໄດ້​ສົ່ງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ແລະເຄື່ອງຍິງ​ໄປ​ຍັງຣັດ​ເຊຍ ​ເພື່ອ​ໃຊ້​ໃນ​ສົງຄາມ​ຕໍ່ ຢູ​ເຄຣນ.

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ກ່າວຕໍ່ບັນດານັກຂ່າວວ່າ “ນີ້ແມ່ນຄວາມສຳຄັນ ແລະຄວາມກັງວົນທີ່ເພີ້ມທະວີຂຶ້ນ,” ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ສະຫະລັດ ຈະ​ຍົກ​ເອົາບັນຫານີ້ ນຳ​ສະ​ເໜີ​ຕໍ່ສະພາຄວາມໝັ້ນຄົງສະ ຫະປະຊາຊາດ.

ໂດຍອ້າງເຖິງຂ່າວ​ສືບ​ລັບ ທີ່ຫາ​ກໍ​ຖືກ​ເປີດ​ເຜີຍໃໝ່ໆ, ທ່ານຈອນເຄີບີ ກ່າວວ່າ ກອງທັບຣັດເຊຍ ໄດ້ຍິງລູກສອນໄຟທີ່ເກົາຫຼີເໜືອສະໜອງໃຫ້ຢ່າງໜ້ອຍນຶ່ງລູກ ໃນວັນທີ 30 ທັນວາ, ທີ່ຕົກລົງໃ​ສ່ທົ່ງຫຍ້າ ຢູ່ຂົງເຂດຊາໂປຣິສເຊຍ ຂອງຢູເຄຣນ.

ທ່ານ​ກ່າວ​ວ່າ ຈາກນັ້ນ ຣັດ​ເຊຍ ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ “ຫຼາຍ​ລູກ” ເຂົ້າ​ໃສ່ຢູເຄຣນ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃນ​ວັນ​ອັງ​ຄານ​ແລ້ວ​ນີ້ ​ເຊິ່ງເປັນນຶ່ງໃນ​ການ​ໂຈມ​ຕີ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ສົງ​ຄາມເປັນເວລາເກືອບ​ສອງ​ປີ.

ທ່ານເຄີບີ ກ່າວ​ວ່າ ສະຫະລັດ ​ແລະ​ບັນດາ​ປະເທດພັນທະ​ມິດ ​ຈະ​ຍົກ​ເອົາ​ບັນ​ຫາການສົ່ງອາວຸດ ​ສະ​ເໜີ​ຕໍ່ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ເນື່ອງຈາກມັນ​ເປັນ​ການ​ລະ​ເມີດ​ ມາດ​ຕະການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ ​ຕໍ່​ເກົາຫລີ

​ເໜືອ. ທ່ານ​ຍັງກ່າວຕື່ມ​ວ່າ ຣັດ​ເຊຍມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຊື້​ລູກ​ສອນ​ໄຟຈາກພັນທະ​ມິດອີຣ່ານ ຂອງພວກເຂົານໍາອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG