ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ຫະ​ລັດ ເວົ້າ​ວ່າ ເກົາຫຼີ​ເໜ​ືອ ສົ່ງ​ລູກ​ປືນ​ໃຫຍ່​ຢ່າງ​ລັບໆ ​ໃຫ້ ຣັດ​ເຊຍ


ພາບນີ້​ທີ່​ຖືກ​ອອກອ​າ​ກາດ​ໂດຍ​ໂທ​ລະ​ພາບ KRT ຂອງ​ເກົາຫຼີ​ເໜືອ ໃນ​ວັນ​ທີ 26 ເມ​ສາ 2017 ສະ​ແດງ​ໃຫ້​ເຫັນ​ການ​ຊ້ອມ​ຍິງ​ປືນ​ໃຫຍ່​ໃນ​ເມືອງ ວອນ​ຊານ, ເກົາຫຼີ​ເໜ​ືອ.
ພາບນີ້​ທີ່​ຖືກ​ອອກອ​າ​ກາດ​ໂດຍ​ໂທ​ລະ​ພາບ KRT ຂອງ​ເກົາຫຼີ​ເໜືອ ໃນ​ວັນ​ທີ 26 ເມ​ສາ 2017 ສະ​ແດງ​ໃຫ້​ເຫັນ​ການ​ຊ້ອມ​ຍິງ​ປືນ​ໃຫຍ່​ໃນ​ເມືອງ ວອນ​ຊານ, ເກົາຫຼີ​ເໜ​ືອ.

ທຳ​ນຽບ​ຂາວ​ໃນ​ວັນ​ພຸດ​ວານນີ້​ໄດ້​ກ່າວ​ຫາ ເກົາຫຼີ​ເໜືອ ກ່ຽວ​ກັບ ການຂົນ​ສົ່ງ​ລູກ​ປືນ​ໃຫຍ່ “ຈຳ​ນວນຫຼາຍ” ຢ່າງ​ລັບໆ​ ໄປ​ໃຫ້ ຣັດ​ເຊຍ ໃນ​ການ​ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ບຸກ​ລຸກ ຢູ​ເຄ​ຣນ.

ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ຈອນ ເຄີ​ບີ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ເຊື່ອ​ວ່າ ເກົາຫຼີ​ເໜືອ ແມ່ນ “ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ເຮັ​ດ​ໃຫ້​ກະ​ຈ່າງ​ແຈ້ງ ວ່າມັນ​ຖືກ​ສົ່​ງ​ໄປ​ບັນ​ດາ​ປະ​ເທດ​ໃນພາກ​ຕາ​ເວັນ​ອອກ​ກາງ ຫຼື ອາ​ຟ​ຣິ​ກາ​ເໜືອ.” ທ່ານ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ສະ​ໜອງ​ການ​ຄາດ​ຄະ​ເນ​ທີ່​ສະ​ເພາະ​ເຈາະ​ຈົງ​ຕໍ່​ຈຳ​ນວນ​ຂອງ​ລູກ​ປືນ​ທີ່​ຖືກ​ສົ່ງ​ໄປ​ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ ຣັດ​ເຊຍ.

ທ່ານ ເຄີ​ບີ ໄດ້​ກ່າວ​ວ່າ ເກົາຫຼີ​ເໜືອ “ແມ່ນ​ກຳ​ລັງ​ສະ​ໜອງ​ລູກ​ປືນ ​ຢ່າງ​ລັບໆ” ໄປ​ໃຫ້ ຣັດ​ເຊຍ, ແຕ່​ນັ້ນ, “ພວກ​ເຮົາ​ຍັງ​ຕິດ​ຕາມ​ມັນ​ຢູ່​ເພື່ອ​ພິ​ຈາ​ລະ​ນາ​ວ່າ​ການ​ຂົນ​ສົ່ງ​ດັ່ງ​ກ່າວ​ແມ່ນ​ຖືກ​ຮັບ​ເອົາ​ແທ້ຫຼືບໍ່.” ທ່ານ​ໄດ້​ກ່າວ​ຕື່ມ​ວ່າ ສະ​ຫະ​ລັດ “ມີ​ຄວາມ​ຄິດ” ກ່ຽວ​ກັບ​ວ່າ​ປະ​ເທດ​ໃດທີ່ ເກົາຫຼີ​ເໜືອ ອາດ​ສົ່ງ​ອ​າ​ວຸດ​ຜ່ານ ແຕ່​ຈະ​ບໍ່​ລະ​ບຸ​ໃຫ້​ຊາບ, ເພາະ​ວ່າ​ລັດ​ຖະ​ບານ​ຈະ​ສືບ​ຕໍ່​ຊອກ​ຫາ​ວິ​ທີ​ທີ່​ເຂົາ​ເຈົ້າ​ອາດ​ຕອບ​ໂຕ້​ຕໍ່​ການ​ກະ​ທຳ​ຂອງ​ ເກົາຫຼີ​ເໜືອ.

ທ່ານ ເຄີ​ບີ ໄດ້​ຢືນ​ຢັດ​ວ່າການ​ຂົນ​ສົ່ງ​ຂອງ ເກົາຫຼີ​ເໜືອ ແມ່ນ “ຈະ​ບໍ່​ປ່ຽນ​ແປງ​ທິດ​ທາງ​ຂອງ​ສົງ​ຄາມ,” ໂດຍ​ອ້າງ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ຕາ​ເວັນ​ຕົກເພື່ອ​ທຳ​ການ​ສະ​ໜອງ​ເພີ່ມ​ເຕີມ​ໃຫ້​ກອງ​ທັບ ຢູ​ເຄ​ຣນ.

ທຳ​ນຽບ​ຂາວບໍ່​ໄດ້​ລະ​ບຸຊະ​ນິດ​ຂອງ​ການ​ຂົນ​ສົ່ງ ຫຼືວ່າ ສະ​ຫະ​ລັດ ຫຼື​ປະ​ເທດ​ອື່ນໆ​ຈະ​ພະ​ຍາ​ຍາມ​ຫ້າມ​ການ​ຂົນ​ສົ່ງ​ໄປ​ໃຫ້ ຣັດ​ເຊຍ.

ທຳ​ນຽບ​ຂາວ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ລັບ​ໃໝ່​ໃນ​ຮອບ​ເກືອບ​ສອງ​ເດືອນ ຫຼັງ​ຈາກໄດ້​ກ່າວໃນ​ຂັ້ນ​ຕົ້ນ​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່ສືບ​ລັບ ສະ​ຫະ​ລັດ ໄດ້​ພິ​ຈາ​ລະ​ນາ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ແມ່ນ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ຊື້​ຈະຫຼວດຫຼາຍ​ລ້ານ​ລູກ ແລະ ລູ​ກ​ປືນ​ໃຫຍ່​ຈາກ ​ເກົາ​ຫຼີ​ເໜືອ ສຳ​ລັບ​ການ​ຕໍ່​ສູ້​ທີ່​ຍັງ​ດຳ​ເນີນ​ຢູ່​ຂອງ​ເຂົາ​ເຈົ້າ​ໃນ ຢູ​ເຄ​ຣນ.

ເຖິງ​ແມ່ນ​ລັດ​ຖະ​ບານ​ໄດ້​ເປີດ​ຂໍ້​ມູນ ກ່ຽວ​ກັບ ການ​ຂົນ​ສົ່ງ​ລູກ​ປືນ​ໃຫຍ່​ຢ່າງ​ລັບໆ​ຂອງ ເກົາຫຼີ​ເໜືອ ກໍ່​ຕາມ, ທຳ​ນຽບ​ຂາວ​ຍັງ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ບໍ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ມັນ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG