ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ສະ​ເໜີ​ຊື່​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ ລາວ ​ຄົນ​ໃໝ່


ກາ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ຕິດ​ຢູ່​ແທ່ນ​ກ່າວ​ຄຳ​ປາ​ໄສ​ໃນ​ຫ້ອງ​ປະ​ຊຸມ ຣູ​ສ​ແວ​ລ​ທ໌ ຂອງ​ທຳ​ນຽບ​ຂາວ, 4 ກັນ​ຍາ 2019.
ກາ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ຕິດ​ຢູ່​ແທ່ນ​ກ່າວ​ຄຳ​ປາ​ໄສ​ໃນ​ຫ້ອງ​ປະ​ຊຸມ ຣູ​ສ​ແວ​ລ​ທ໌ ຂອງ​ທຳ​ນຽບ​ຂາວ, 4 ກັນ​ຍາ 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ສະ​ເໜີ​ຊື່​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ຄົນ​ໃໝ່​ປະ​ຈຳ​ສາມປະ​ເທດໃນ​ວັນ​ອັງ​ຄານ​ວານນີ້, ເຊິ່ງ​ໃນ​ນັ້ນ​ລວມ​ມີ​ຊື່​ຂອງ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ​ລາວ​ຄົນ​ໃໝ່​ຄື​ທ່ານ​ນາງ ເຮ​ເທີ ແຄ​ເທີ​ຣີນ ວາ​ເຣຍ​ວາ.

ທ່ານນາງເປັນສະມາຊິກຂອງພະແນກທູດຕ່າງປະເທດ ດ້ວຍຕຳແໜ່ງທີ່ປຶກສາ ​ອະວຸໂສ, ປັດຈຸບັນນີ້ຮັບໃຊ້ໜ້າທີ່ເປັນຮອງເອກອັກຄະລັດຖະທູດ ສະຫະລັດ ໃນນະຄອນຫຼວງ ມະນີລາ, ປະເທດ ຟີລິບປິນ. ກ່ອນໜ້ານີ້ ທ່ານນາງເປັນ ຮອງທູດ ແລະ ອຸປະທູດຊົ່ວຄາວຢູ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ ຈາກາຕ້າ ປະເທດ ອິນໂດເນເຊຍ, ແລະ ເປັນທີ່ປຶກສາຢູ່ສະຖານກົງສຸນ ໃນ ແຂວງ ຊຸຣາບາຢາ, ອິນໂດເນເຊຍ.

ນອກຈາກນັ້ນ ໃນນະຄອນຫຼວງ ວໍຊິງຕັນ, ທ່ານນາງເຄີຍເປັນຜູ້ອຳນວຍການ ຫ້ອງການທີ່ຮັບຜິດຊອບ ກ່ຽວກັບ ປະເທດ ເນປານ, ສຣີລັງກາ, ບັງກລາແດັສ, ມາລດີຟ ແລະ ພູຖານ. ທ່ານນາງຍັງໄດ້ເຮັດວຽກໃນພະແນກສູນປະຕິບັດການ ແລະ ພະແນກ ໄທ.

ທ່ານນາງ ວາເຣຍວາ ໄດ້ຮຽນຈົບປະລິນຍາຕີຂະແໜງການທູດ ມະຫາວິທະຍາ ໄລ ຈອຣຈທາວນ໌ ແລະ ປະລິນຍາໂທ ຈາກມະຫາວິທະຍາໄລລັດ ມິສຊູຣີ ແລະ ມະຫາວິທະຍາໄລ ຊັສເຊັກສ໌ ສະຫະຣາຊະອານາຈັກອັງກິດ.

ທ່ານນາງ ວາເຣຍວາ ສາມາດເວົ້າໄດ້ພາສາອິນໂດເນເຊຍ ແລະ ໄດ້ສຶກສາພາ ສາຝຣັ່ງ, ເຢຍຣະມັນ ແລະ ຫວຽດນາມ.

ຖ້າທ່ານນາງຖືກຮັບຮອງເອົາ ທ່ານນາງຈະໄດ້ຮັບຕຳແໜ່ງເປັນເອກອັກຄະລັດ ຖະທູດ ສະຫະລັດ ປະຈຳລາວ ແທນ​ຄົນປັດຈຸບັນ ທ່ານ ປີເຕີ ເອັມ ເຮມັອນ.

XS
SM
MD
LG