ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ໂອ້ລົມກັບ ອົງມົງກຸດຣາຊະກຸມມານຂອງຊາອຸດີ ອາຣາເບຍ


ແຟ້ມພາບ - ອົງ​ມົງ​ກຸດຣາ​ຊະ​ກຸມ​ມານ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ (Saudi Crown Mohammed bin Salman) ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ເຂົ້າປະທັບປະຈຳບ່ອນນັ່ງຂອງພະອົງ ກ່ອນອາຫານທ່ຽງກອງປະຊຸມສຸດຍອດ G20 ວັນທີ 15 ພະຈິກ 2022 ຢູ່ ບາລີ ຂອງປະເທດອິນໂດເນເຊຍ
ແຟ້ມພາບ - ອົງ​ມົງ​ກຸດຣາ​ຊະ​ກຸມ​ມານ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ (Saudi Crown Mohammed bin Salman) ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ເຂົ້າປະທັບປະຈຳບ່ອນນັ່ງຂອງພະອົງ ກ່ອນອາຫານທ່ຽງກອງປະຊຸມສຸດຍອດ G20 ວັນທີ 15 ພະຈິກ 2022 ຢູ່ ບາລີ ຂອງປະເທດອິນໂດເນເຊຍ

ທຳນຽບຂາວກ່າວວ່າ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ເຈກ ຊູລີວານ (Jake Sullivan) ໄດ້ປຶກສາຫາລື ກ່ຽວກັບຄວາມພະຍາຍາມທີ່ຈະຢຸດຕິສົງຄາມໃນເຢເມນ ໃນຂະນະທີ່ທ່ານໄດ້ພົບປະກັບ ​ອົງ​ມົງ​ກຸດຣາ​ຊະ​ກຸມ​ມານ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ (Saudi Crown Mohammed bin Salman) ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ເມື່ອວັນອາທິດວານນີ້.

ຖະແຫຼງການຂອງທຳນຽບຂາວກ່າວວ່າ ທັງສອງທ່ານຍັງໄດ້ປຶກສາຫາລືກ່ຽວກັບການສະໜັບສະໜູນຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ (Saudi Arabia) ຕໍ່ພົນລະເມືອງສະຫະລັດ ທີ່ອົບພະຍົບອອກຈາກຊູດານ ຫຼັງຈາກເກີດການສູ້ລົບກັນຢູ່ທີ່ນັ້ນໃນເດືອນແລ້ວນີ້.

ສື່​ມວນ​ຊົນ​ຂອງທາງ​ການຊາອຸດີ (Saudi) ກ່າວ​ວ່າ ການ​ເຈ​ລະ​ຈາ​ໄດ້​ຈັດ​ຂຶ້ນ​ຢູ່ເມືອງ​ທ່າ​ເຈດດາ (Jeddah) ແລະ ​ການ​ປຶກສາຫາລືແມ່ນ​ກ່ຽວ​ຂ້ອງ​ກັບ "ການ​ພົວ​ພັນແບບ​ຍຸດ​ທະ​ສາດ."

ທຳນຽບຂາວ​ກ່າວ​ວ່າ ທັງ​ສອງ​ທ່ານ​ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ສົນທະນາໃນວົງ​ກວ້າງ ​ກັບ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ອິນ​ເດຍ ​ແລະ​ສະຫະລັດ​ອາຣັບ​ເອເມີ​ເຣັສ "​ເພື່ອ​ຊຸກຍູ້​ວິ​ໄສ​ທັດ​ຮ່ວມ​ຂອງ​ຕົນ ​ກ່ຽວ​ກັບ​ຂົງ​ເຂດພາກ​ຕາ​ເວັນ​ອອກ​ກາງ​ທີ່​ປອດ​ໄພ ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ຍິ່ງຂຶ້ນ ທີ່​ມີ​ການ​ເຊື່ອມ​ຕໍ່​ກັບ​ອິນ​ເດຍແລະ​ໂລກ."

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້

The White House said national security adviser Jake Sullivan discussed efforts to end the war in Yemen as he met Sunday with Saudi Crown Prince Mohammed bin Salman.

A White House statement said the two also discussed Saudi Arabia’s support to U.S. citizens who evacuated from Sudan following the outbreak of fighting there last month.

Saudi state media said the talks took place in the port city of Jeddah, and that the discussion involved “strategic relations.”

The White House said the two also took part in wider talks with national security advisers from India and the United Arab Emirates “to advance their shared vision of a more secure and prosperous Middle East region interconnected with India and the world.”

The talks come amid strained relations between the United States and Saudi Arabia. The sources of that tension include the 2018 killing of Washington Post columnist Jamal Khashoggi at the Saudi consulate in Istanbul and cuts in oil production by the Saudi-led OPEC+ group.

U.S. intelligence agencies assessed the Saudi crown prince approved the operation to capture or kill Khashoggi, which Saudi Arabia has denied.

The war in Yemen began in 2014 when Houthi rebels seized the country’s capital. Saudi Arabia launched a military coalition in early 2015 in support of the Yemeni government.

Some information for this story came from The Associated Press and Reuters.

XS
SM
MD
LG