ທຳນຽບຂາວ ບໍ່ຍອມໃຫ້ຄວາມເຫັນ ໃນວັນສຸກວານນີ້ ກ່ຽວກັບວ່າ ປະທານາທິບໍດີດໍ
ໂນລ ທຣຳ ໄດ້ບັນທຶກການໂອ້ລົມສົນທະນາຢູ່ທີ່ຫ້ອງການຂອງທ່ານຫຼືກັບພວກແຂກ
ທີ່ມາຮ່ວມຮັບປະທານອາຫານຄ່ຳ ທີ່ທຳນຽບຂາວຫຼືບໍ່.
ທ່ານທຣຳ ໄດ້ເພີ່ມ ທະວີການຜິດຂ້ອງຕ້ອງຖຽງຂອງທ່ານ ໃນຕອນເຊົ້າວັນສຸກວານນີ້
ກັບຫົວໜ້າ ອົງການສັນຕິບານກາງ ຫລື FBI ທ່ານ James Comey ທີ່ຖືກປົດອອກ
ຈາກຕຳແໜ່ງໄປແລ້ວໂດຍຂຽນລົງໃນ Twitter ເຖິງການກ່ຽວພັນທີ່ວ່າມີການບັນທຶກ
ສຽງແບບລັບໆ ໃນການໂອ້ລົມຂອງພວກທ່ານ ເມື່ອຕົ້ນປີນີ້.
ປະທານາທິບໍດີທຣຳ ຂຽນລົງໃນສື່ສັງຄົມ Twitter ວ່າ “ທ່ານ James Comey ຄວນ
ຈະຫວັງໄວ້ວ່າ ຄົງຈະບໍ່ມີການບັນທຶກສຽງໃນການໂອ້ລົມຂອງພວກເຮົາກ່ອນທີ່ຜູ້ກ່ຽວ
ຈະເປີດເຜີຍຂໍ້ມູນໃດໆ.”
ເມື່ອນັກຂ່າວຄົນນຶ່ງຖາມ ກ່ຽວກັບເລື່ອງນີ້ ໃນລະຫວ່າງ ການຖະແຫຼງຂ່າວປະຈຳວັນ
ນັ້ນໂຄສົກຂອງທຳນຽບຂາວທ່ານ Sean Spicer ກ່າວຢ້ຳຫຼາຍໆເທື່ອວ່າ “ປະທານາ
ທິບໍດີບໍ່ມີຫຍັງທີ່ຈະກ່າວຕື່ມກ່ຽວກັບເລື່ອງນີ້.”
ທ່ານ Spicer ກ່າວວ່າ ແນວໃດກໍຕາມ ຄວາມຈິງກໍຄື “ບໍ່ແມ່ນການຂົ່ມຂູ່ ທ່ານພຽງ
ແຕ່ເວົ້າຄວາມຈິງ. ຂໍ້ຄວາມໃນ Twitter ອະທິບາຍໃນຕົວຂອງມັນເອງ.”
ພວກນັກປະຫວັດສາດ ກ່າວວ່າ ປະທານາທິບໍດີເຊື່ອວ່າ ໄດ້ຢຸດເຊົາການອັດສຽງທີ່
ມີຂຶ້ນເປັນປະຈຳ ພວກທີ່ໄປຢ້ຽມຢາມໂດຍທີ່ພວກເຂົາເຈົ້າບໍ່ຮູ້ເວລາລະບົບອັດສຽງ
ຢູ່ທີ່ຫ້ອງການໃນທຳນຽບຂາວທີ່ໃຊ້ໂດຍປະທານາທິບໍດີຣິເຈີດ ນິກສັນໄດ້ເປີດເຜີຍ
ໃຫ້ຊາບໃນປີ 1973. ໝາຍເກາະຂອງສານ ໃນເວລາຕໍ່ມາ ກ່ຽວກັບ ເລື່ອງເທບໄດ້
ເຮັດໃຫ້ການສະໜັບສະໜຸນປະທານາທິບໍດີນິກສັນຕົກຕ່ຳລົງກ່ອນທີ່ທ່ານລາອອກ
ນຶ່ງເດືອນໃນລະຫວ່າງທີ່ມີການຟ້ອງຮ້ອງປົດຕຳແໜ່ງ ກ່ຽວກັບເລື່ອງວໍເຕີເກດ.
ທ່ານນາງ Nicole Hemmer ຜູ້ຊ່ອຍສາສະດາຈານ ທີ່ສູນກາງ Miller ຂອງມະຫາ
ວິທະຍາໄລເວີຈີເນຍ ກ່າວຕໍ່ວີໂອເອວ່າ “ຂ້າພະເຈົ້າບໍ່ຄິດວ່າ ທ່ານທຣຳ ໄດ້ອັດສຽງ
ການໂອ້ລົມສົນທະນາກັນ. ມັນເປັນການເຄື່ອນໄຫວ ແບບສາຍຕາສັ້ນ ທີ່ບໍ່ໜ້າເຊື່ອ
ໃນຂະນະທີ່ການອັດສຽງດັ່ງກ່າວຖືກສານສັ່ງໃຫ້ນຳໄປມອບໃຫ້ຫຼືບໍ່ກໍມີການຮົ່ວໄຫຼ
ອອກມາ. ທ່າອຽງຂອງທຳນຽບຂາວ ກໍແມ່ນໃຫ້ມີຮ່ອງຮອຍ ຂອງເອກກະສານໜ້ອຍ
ລົງ ບໍ່ແມ່ນຫຼາຍຂຶ້ນ. ດັ່ງທີ່ພວກເຮົາໄດ້ຮູ້ກັນ ການບັນທຶກສຽງ ໄດ້ຍຸຕິລົງໃນສະໄໝ
ທ່ານນິກສັນ ແລະແມ່ນແຕ່ການບັນທຶກສ່ວນໂຕກໍໄດ້ຍຸຕິລົງໃນສະໄໝປະທານາທິ
ບໍດີເຣແກນ ຫລັງຈາກ ບັນທຶກຂອງທ່ານ ໄດ້ຖືກສານສັ່ງ ໃຫ້ນຳໄປມອບໃຫ້ ໃນລະ
ຫວ່າງທີ່ເກີດບັນຫາເລື່ອງອີຣ່ານ-ກົງຕຣາ.”
ທ່ານ Sean Spicer ໂຄສົກຂອງທຳນຽບຂາວ ໃນວັນສຸກວານນີ້ ຍັງໄດ້ຕອບວ່າ “ບໍ່”
ຕໍ່ຄຳຖາມທີ່ວ່າ ທ່ານທຣຳຢູ່ໃນງານລ້ຽງອາຫານຄ່ຳຂອງທຳນຽບຂາວ ເມື່ອວັນທີ 27
ມັງກອນ ໄດ້ຮອງຂໍໃຫ້ທ່ານ Comey ໃຫ້ຄຳໝັ້ນສັນຍາທີ່ຈະຈົງຮັກພັກດີຕໍ່ປະທານາ
ທິບໍດີຫຼືບໍ່ນັ້ນ.