ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດຄັນນຶ່ງ ແລ່ນຕຳ ສິ່ງກີດຂວາງ ທີ່ວາງໄວ້ ໃກ້ທຳນຽບຂາວ


ເຈົ້າໜ້າທີ່ຕຳຫລວດອາລັກຂາປະທານາທິບໍດີສະຫະລັດ ຄົນນຶ່ງ ກຳລັງກວດລົດ ທີ່ແລ່ນ​ເຂົ້າໄປ​ຕຳ ​​ສິ່ງ​ກີ​ດຂວາງ ທີ່ຕັ້ງໄວ້ຢູ່ໃກ້​ທຳນຽບຂາວ ​ໃນ​ວັນ​ສຸກ​ວານ​ນີ້. ​
ເຈົ້າໜ້າທີ່ຕຳຫລວດອາລັກຂາປະທານາທິບໍດີສະຫະລັດ ຄົນນຶ່ງ ກຳລັງກວດລົດ ທີ່ແລ່ນ​ເຂົ້າໄປ​ຕຳ ​​ສິ່ງ​ກີ​ດຂວາງ ທີ່ຕັ້ງໄວ້ຢູ່ໃກ້​ທຳນຽບຂາວ ​ໃນ​ວັນ​ສຸກ​ວານ​ນີ້. ​

ໜ່ວຍອາລັກຂາປະທານາທິບໍດີສະຫະລັດ ຫຼື Secret Service ກ່າວ​ວ່າ ​ລົດ​ຄັນ​ນຶ່ງ
​ໄດ້ແລ່ນ​ເຂົ້າໄປ​ຕຳ​ເອົາ​ສິ່ງ​ກີ​ດຂວາງ ທີ່ຕັ້ງໄວ້ຢູ່​ທຳນຽບຂາວ​ໃນ​ວັນ​ສຸກ​ວານ​ນີ້ ​ແລະ
​ຄົນຂັບ​ລົດ​ໄດ້​ຖືກ​ເຈົ້າໜ້າທີ່ຄວບ​ຄຸມ​ໂຕ ​ແລະ​ຈັບ ໃນ​ທັນ​ທີ.

ຢູ່​ໃນ​ຖະ​ແຫ​ລງການ ໜ່ວຍອາລັກຂາໄດ້ລະບຸ ​ຄົນ​ຂັບ​ລົດ​ວ່າ ​ເປັນ​ແມ່ຍິງ​ອາຍຸ 35 ປີ ​
ທີ່​ມາຈາກເມືອງ​ລາ ​ເວີກນີ ລັດ​ເທນ​ເນັ​ສຊີ. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ແມ່​ຍິງ​ຄົນ​ນີ້ ​ໄດ້
​ຖືກ​ກ່າວ​ຫາ​ໃນ​ວັນ​ສຸກ​ວານ​ນີ້ ດ້ວຍ​ການ​ລະເມີດກົດໝາຍອາຍາ ​ທີ່​ບໍ່​ໄດ້ລະບຸຫລາຍ
ຢ່າງ ​ແລະໄດ້​ສົ່ງ​ໃຫ້​ແກ່​ພະແນກ​ຕຳຫລວດ​ນະຄອນຫຼວງວໍຊິງຕັນ ຊຶ່ງ​ໄດ້​ລະບຸຜູ້​ຕ້ອງ​
ສົງ​ໄສ​ວ່າ ​ແມ່ນ​ນາງ​ແຈັສຊິ​ກາ ຣ. ຟອດ.

ນາງ​ຟອດ ແມ່ນ​ຜູ້​ນຶ່ງ​ທີ່​ໜ່ວຍອາລັກຂາ ກ່າວ​ວ່າ ຕົນເຄີຍ​ປະ​ເຊີນ​ໜ້າມາແລ້ວຄັ້ງນຶ່ງ
​ ຢູ່​ໃກ້ໆ​ທຳນຽບຂາວ “ທີ່​ໄດ້ພາໃຫ້​ມີ​ການຈັບ​ມາ​ຫຼາຍ​ເທື່ອໃ​ນການລະເມີດກົດໝາຍ
ອາຍາ​ຕ່າງໆ.”

ເຈົ້າໜ້າທີ່ຕຳຫລວດອາລັກຂາປະທານາທິບໍດີຄົນນຶ່ງກຳລັງແລ່ານຜ່ານພວກນັກຂ່າວ ຫລັງຈາກ ລົດຄັນນຶ່ງ ທີ່ແລ່ນ​ເຂົ້າໄປ​ຕຳ​ເອົາ​ສິ່ງ​ກີ​ດຂວາງ ທີ່ຕັ້ງ ໄວ້ຢູ່​ທຳນຽບຂາວ​ໃນ​ນະຄອນຫຼວງ ວໍຊິງຕັນ.​
ເຈົ້າໜ້າທີ່ຕຳຫລວດອາລັກຂາປະທານາທິບໍດີຄົນນຶ່ງກຳລັງແລ່ານຜ່ານພວກນັກຂ່າວ ຫລັງຈາກ ລົດຄັນນຶ່ງ ທີ່ແລ່ນ​ເຂົ້າໄປ​ຕຳ​ເອົາ​ສິ່ງ​ກີ​ດຂວາງ ທີ່ຕັ້ງ ໄວ້ຢູ່​ທຳນຽບຂາວ​ໃນ​ນະຄອນຫຼວງ ວໍຊິງຕັນ.​

ທຳນຽບຂາວໄດ້​ຖືກ​ປິດ​ລົງ​ປະມານ​ນຶ່ງ​ຊົ່ວ​ໂມງ ​ໃນ​ວັນສຸກ​ວານ​ນີ້ ຫຼັງ​ຈາກ​ລົດໄດ້ແລ່ນ​
ຕຳ​ສິ່ງ​ກີດ​ຂວາງ ຕຳຫຼວດ​ອາລັກຂາ ​ກ່າວ​ວ່າ ລົດ​ຄັນ​ດັ່ງກ່າວ “ບໍ່​ໄດ້​ຜ່ານ​ເຂົ້າ​ໄປ​ກາຍ
ສິ່ງກີດ​ຂວາງທີ່ເປັນ​ເຂດຂອງ​ທຳນຽບຂາວ” ​ແລະ​ກ່າວ​ວ່າ​ບໍ່​ໄ​ດ້ມີການຍິງ​ປືນ​ໃດໆ​ເກີດ
ຂຶ້ນໃນລະຫວ່າງທີ່ເກີດເຫດຮ້າຍດັ່ງກ່າວ ​ແລະ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພກໍ​ບໍ່​ໄດ້​
ຮັບ​ບາດ​ເຈັບ.

ບັນດາ​ຜູ້​ເຫັນເຫດການ​ລາຍ​ງານວ່າ ​ຕົນໄດ້ເຫັນ​ເຈົ້າ​ໜ້າ​ທີ່​ຕິດ​ອາວຸດ​ຢູ່​ໃນ​ເຄື່ອງ​ແບບ
​ແລ່ນ​ເຂົ້າປະຈຳການຕາມຈຸດຕ່າງໆ ໃນ​ຂະນະ​ທີ່​ຖະໜົນ​ຢູ່ອ້ອມ​ແອ້ມ​ທຳນຽບຂາວ​ໄດ້
​ຖືກ​ປິດ ຫ້າມບໍ່ໃຫ້ຜູ້ຄົນເຂົ້າໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US White House Security
please wait

No media source currently available

0:00 0:01:15 0:00

XS
SM
MD
LG