ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທຳນຽບຂາວໄດ້ວາງ 'ແຜນ​ການ​ກຽມ​ພ້ອມ ​ສຳ​ລັບ​ໂຄວິດ -19 ໃນລະ​ດູ​ໜາ​ວ' ອອກ​ມາ​ແລ້ວ


(ພາບ​ໃນ​ແຟມ) ທ່ານ​ໂຈ ໄບ​ເດັນ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ກຳ​ລ​ັງ​ໃສ່​ໜ້າ​ກາກ​ປິດ​ປາກ​ກັນ​ໂຄວິດ-19
(ພາບ​ໃນ​ແຟມ) ທ່ານ​ໂຈ ໄບ​ເດັນ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ກຳ​ລ​ັງ​ໃສ່​ໜ້າ​ກາກ​ປິດ​ປາກ​ກັນ​ໂຄວິດ-19

ທຳນຽບຂາວ​ໃນ​ວັນ​ພະຫັດ​ວານ​ນີ້​ໄດ້​ວາງ​ອັນ​ທີ່​ເອີ້ນ​ວ່າ ​ແຜນ​ການ​ກຽມ​ພ້ອມ​ລະ​ດູ​ໜາວສຳ​ລັບໂຄວິດ-⁠19 ອອກ​ມາ ໂດຍເຮັດ​ໃຫ້​ຊຸດກວດ​ໂຄວິດຢູ່​ບ້ານ​ໂດຍ​ບໍ່​ເສຍ​ຄ່າ ແລະ​ການ​ສັກ​ຢາ​ວັກ​ຊີນມີ​ໄວ້​ຢູ່​ທົ່ວ​ປະ​ເທດ.

ຢູ່ໃນຖະແຫຼງການສະ​ບັບ​ນຶ່ງ, ທຳນຽບຂາວກ່າວວ່າ ເຖິງ​ແມ່ນ​ໂຄວິດ-19​ "ບໍ່ແມ່ນກຳ​ລັງແຮງທີ່ທຳ​ໃຫ້​ຖືກລົບກວນດັ່ງທີ່ມັນເຄີຍເປັນມາ, ເຊື້ອໄວຣັສນີ້ກໍຍັງສືບຕໍ່ວິ​ວັດທະນາການ​ໄປ," ແລະຂໍ້ມູນຫຼ້າສຸດ ຈາກສູນຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫລື CDC ສະແດງໃຫ້ເຫັນວ່າ ມີກໍລະນີຄົນ​ຕິດ​ເຊື້ອໃໝ່, ການເຂົ້າໂຮງໝໍ ແລະການເສຍຊີວິດເພີ້ມຂຶ້ນ ໃນບໍ່​ເທົ່າ​ໃດມື້ທີ່ຜ່ານມານີ້.

ທຳນຽບຂາວ​ກ່າວ​ວ່າ ນອກຈາກ​ສະຖານ​ທີ່​ກວດ​ຟຣີ​ທີ່​ມີ​ຢູ່​ແລ້ວ, ​ເລີ້​ມແຕ່​ວັນ​ພະຫັດວານ​ນີ້, ທຸກຄົວ​ເຮືອນ​ໃນສະຫະລັດສາມາດ​ສັ່ງ​ຊຸດກວດໂຄວິດ-19​ ​ຢູ່ ບ້ານໄດ້​ທັງ​ໝົດສີ່​ຊຸດ​ທີ່​ຈະ​ຖືກ​ສົ່ງ​ທາງ​ໄປ​ສະ​ນີໄປໃຫ້​ເຂົາ​ເຈົ້າ​ໂດຍ​ກົງ​ແບບ​ບໍ່ຕ້ອງ​ເສຍ​ຄ່າ.

ນອກເຫນືອໄປຈາກສະຖານທີ່ກວດ​ພະ​ຍາດ ແລະບ່ອນ​ແຈກ​ຢາຍ​ເຄື່ອງກວດ​ທັງ​ໝົດຢູ່ໃນປັດຈຸບັນນີ້ແລ້ວ ທໍານຽບຂາວໄດ້ເພີ້ມໂຄງການໃຫມ່ລວມທັງການແຈກ ຢາຍຊຸດກວດໂຄວິດຢູ່ເຮືອນ ໂດຍບໍ່ເສຍຄ່າໄປ​ໃຫ້ບ່ອນຢູ່ອາໄສສຳ​ລັບຄົນ​ຊະ​ລາທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອດ້ານຈ່າຍ​ຄ່າ​ເຊົ່າ ​ຈາກ​ກະ​ຊວງ​ເຮືອນ​ຢູ່ອາ​ໄສແລະ ການພັດທະນາຕົວເມືອງຫຼາຍກວ່າ 6,500 ແຫ່ງອີກ​ດ້ວຍ.

ຖະ​ແຫຼງການ​ກ່າວອີກ​ວ່າ ລັດ​ຖະ​ບານ​ຂອງ​ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນ ຍັງ​ຈະ​ຂະຫຍາຍ​ໂຄງການ​ແຈກ​ຢາຍ​ຊຸດກວດ​ໂຄວິດຢູ່​ບ້ານ​ໂດຍ​ບໍ່​ເສຍ​ຄ່ານີ້ ​ໃຫ້​ແກ່ອົງ​ການ​ຊ່ວຍ​ເຫລືອຫລືທະນາຄານ​ອາຫານ​ໃຫຍ່​ຫລາຍ​ເຖິງ 500 ແຫ່ງ ​ເພື່ອ​ໃຫ້ເຂົາ​ເຈົ້າ​ເອົາ​ໄປແຈກ​ຢາຍ ໃຫ້​ແກ່​ຄົນ​ຢູ່​ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ.

ທຳນຽບຂາວກ່າວວ່າ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ບໍລິການປະ​ຊາ​ຊົນຂອງສະຫະລັດ, ທ່ານຊາ​ວີ​ເອີ ເບ​ເຊີ​ຣາ (Xavier Becerra) ກໍາລັງສົ່ງ ຈົດໝາຍເຖິງຜູ້​ປົກ​ຄອງ​ລັດໝົດທຸກ​ລັດ ໃນວັນພະຫັດວານນີ້ ໂດຍອະທິບາຍ ເຖິງການເຄື່ອນ​ໄຫວທີ່ເຂົາເຈົ້າຄວນເຮັດ ເພື່ອກຽມພ້ອມສຳລັບກໍລະນີທີ່ເພີ່ມຂຶ້ນ ແລະ ການເຂົ້າໂຮງໝໍທີ່ຄາດວ່າ​ຈະ​ມີໃນຊ່ວງລະດູໜາວນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG