ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວວ່າ ການຕັ້ງຖິ່ນຖານໃໝ່ ຂອງອິສຣາແອລ "ອາດບໍ່ຊ່ວຍຫຍັງ" ຕໍ່ການ ສ້າງສັນຕິພາບ


ຕຳຫລວດອິສຣາແອລ ປະທະກັນກັບພວກຕັ້ງຖິ່ນຖານອອກຈາກ ເຂດ​​ຝັ່ງຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນ.
ຕຳຫລວດອິສຣາແອລ ປະທະກັນກັບພວກຕັ້ງຖິ່ນຖານອອກຈາກ ເຂດ​​ຝັ່ງຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນ.

ທຳນຽບຂາວ​ກ່າ​ວ​ໃນ​ຕອນແລງ​ວັນ​ພະຫັດ​ວານ​ນີ້​ວ່າ ການຕັ້ງ​ຖິ່ນ​ຖານໃໝ່ ຫຼືຂະຫຍາຍ ການ​ຕັ້ງຖິ່ນ​ຖານ​ເກົ່າ​ທີ່​ມີ​ຢູ່​ແລ້ວ​ຂອງ​ຊາວ​ຢິວ ກາຍ​ຈາກ​ເຂດ​ຊາຍ​ແດນໃນປັດ​ຈຸ​ບັນນັ້ນ “ອາດຈະ​ບໍ່ຊ່ວຍຫຍັງ​” ​ໃນ​ການ​ບັນລຸ​ສັນຕິພາບ​ ລະຫວ່າງອິສຣາ​ແອ​ລ ​ແລະ​ ປາ​ແລສ​ໄຕ​ ນ໌.

​ແຕ່​ໂຄສົກຂອງ​ທຳນຽບຂາວ​ທ່ານ Sean Spicer ກ່າວ​ວ່າ ​ໃນ​ຂະນະ​ທີ່​ລັດຖະບານ​ຂອງ​ທ່ານ Trump ບໍ່​ເຊື່ອວ່າການ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ນີ້ ​ເປັນ​ການ​ຂັດ​ຂວາງ​ຕໍ່​ສັນຕິ ພາບ ​ແຕ່​ກໍ​ຍັງ​ບໍ່​ໄດ້​ເອົາ​ທ່າ​ທີ່​ຢ່າງ​ເປັນ​ທາງ​ການ​ຕໍ່​ການ​ຕັ້ງ​ຖິ່ນ​ຖານ​ໃໝ່.

ທ່ານ Spicer ປະທານາທິບໍດີ Trump ຫວັງ​ວ່າ ​ຈະ​ໄດ້​ໂອ້​ລົມ​ສົນທະນາ​ກັບ ທ່ານ Benjamin Netanyahu ເວລາ​ນາຍົກລັດຖະມົນຕີອິສຣາ​ແອ​ລເດີນທາງ ມາຢ້ຽມຢາມ​ນະຄອນວໍຊິງຕັນ ​ໃນທ້າຍ​ເດືອນນີ້.

ຝ່າຍປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ການ​ຕັ້ງ​ຖິ່ນ​ຖານຂອງ​ຊາວ​ຢີວ ​ໃນເຂດຝັ່ງ​ຕາ​ເວັນ ຕົກຂອງ​ແມ່​ນໍ້າຈໍ​ແດນ ທີ່​ເຂົາ​ເຈົ້າ​ຕ້ອງການໃຫ້​ເປັນ​ສ່ວນ​ນຶ່ງຂອງ​ປະ​ເທດ​ໃນ​ອະນາ​ຄົດນັ້ນ​ເປັນ​ອຸບປະສັກ​ອັນ​ສຳຄັນ​ຕໍ່​ສັນຕິພາບ. ອິສຣາ​ແອ​ລກ່າວ​ວ່າ ການ​ປະ ຕິ​ເສດ​ຂອງປາ​ແລ​ສ​ໄຕ​ນ໌ ບໍ່​ຍອມ​ຮັບ​ຮູ້ປະ​ເທດ​ຂອງ​ຊາວຢີວ ຈຶ່ງ​ເຮັດ​ໃຫ້ການເຈ ລະ​ຈາ​ຍຸຕິ​ລົງ.

ຕຳຫລວດອິສຣາແອລ ຂັບໄລ່ພວກຕັ້ງຖ້ນຖານ ອອກຈາກເຂດຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນ
ຕຳຫລວດອິສຣາແອລ ຂັບໄລ່ພວກຕັ້ງຖ້ນຖານ ອອກຈາກເຂດຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນ

ອິສຣາ​ແອ​ລ​ແມ່ນມີ​ຄວາມ​ໂກດ​ແຄ້ນ​ເວລາ​ສະຫະລັດ ພາຍໃຕ້ລັດຖະບານ​ຂອງ​ອະດີດ​ປະທານາທິບໍດີ Barack Obama ບໍ່​ອອກສຽງ​ແທນ​ທີ່​ຈະໃຊ້​ສິດຍັບ​ຢັ້ງ​ຕໍ່ການ​ລົງ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ດ​ໃນ​ເດືອນ​ທັນວາ​ທີ່​ຜ່ານ​ມາ​ໂດຍຮ້ອງການ​ຕັ້ງ​ຖິ່ນຖານ​ໃໝ່​ວ່າ ​ຜິດ​ກົດໝາຍ​ແລະ​ຮຽກຮ້ອງ​ໃຫ້​ອິສຣາ​ແອ​ລ ຢຸດ​ການ​ກໍ່ສ້າງບ້ານ​ໃໝ່.

ຊາວ​ຢີວທີ່​ຕັ້ງ​ຖິ່ນ​ຖານ ຫຼາຍ​ຄົນ​ເປັນ​ຊາວອາ​ເມຣິກັນທີ່​ຍົກຍ້າຍ​ຖິ່ນ​ຖານໄດ້​ກ່າວ ຕໍ່​ບັນດາ​ນັກ​ຂ່າວ ​ກ່ອນ​ທີ່​ທໍານຽບຂາວ​ ໄດ້ໃຫ້​ຄວາມ​ເຫັນ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍຄາດ​ຫວັງ​ວ່າ ທ່ານ Trump ຈະ​ບໍ່​ຢືນ​ຂວາງ​ທາງ​ຂອງ​ຄື້ນ​ຟອງໃ​ນການ​ຕັ້ງ​ຖິ່ນ​ຖານ​ໃໝ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG