ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳນຽບຂາວກ່າວວ່າ ອິສຣາແອລ ມີສິດ ທີ່ຈະປ້ອງກັນ ຕົນເອງ


ຊິ້ນສ່ວນຂອງລູກສອນໄຟຕ້ານເຮືອບິນ ຖືກພົບເຫັນຢູ່ບ້ານ ອາໂລເນ ອັບບາ, ປະມານ 3.2 ກມ ຫ່າງຈາກບ່ອນທີ່ຊາກ
ຫັກພັງຂອງເຮືອບິນ F-16 ອິສຣາແອລ ຖືກພົບເຫັນ. ທີ່ໝູ່ບ້ານ ອາໂລເນ ອັບບາ, ປະເທດ ອິສຣາແອລ. 10 ກຸມພາ 2018.
ຊິ້ນສ່ວນຂອງລູກສອນໄຟຕ້ານເຮືອບິນ ຖືກພົບເຫັນຢູ່ບ້ານ ອາໂລເນ ອັບບາ, ປະມານ 3.2 ກມ ຫ່າງຈາກບ່ອນທີ່ຊາກ ຫັກພັງຂອງເຮືອບິນ F-16 ອິສຣາແອລ ຖືກພົບເຫັນ. ທີ່ໝູ່ບ້ານ ອາໂລເນ ອັບບາ, ປະເທດ ອິສຣາແອລ. 10 ກຸມພາ 2018.

ຖະແຫຼງການສະບັບນຶ່ງຈາກໂຄສົກທຳນຽບຂາວ ໃນວັນອາທິດວານນີ້ ໄດ້ຢໍ້າວ່າ
“ອິສຣາແອລ ເປັນພັນທະມິດອັນແໜ້ນໜຽວຂອງ ສະຫະລັດ ແລະ ພວກເຮົາແມ່ນ
ສະໜັບສະໜູນສິດທິປ້ອງກັນຕົນເອງ ຈາກພວກ ຊີເຣຍ ແລະ ກຳລັງທະຫານບ້ານທີ່
ອີຣ່ານ ໜູນຫຼັງຢູ່ທາງພາກໃຕ້ຂອງ ຊີເຣຍ ນັ້ນ.”

ຖະແຫຼງການດັ່ງກ່າວໄດ້ມີຂຶ້ນລຸນຫຼັງການໂຈມຕີຂອງ ອິສຣາແອລ ໃນວັນເສົາ ຕໍ່ພວກ
ອີຣ່ານ ແລະ ຊີເຣຍ ປະມານສິບຄົນໃນປະເທດ ຊີເຣຍ. ອິສຣາແອລ ໄດ້ທຳການໂຈມ
ຕີທາງອາກາດ ລຸນຫຼັງເຮືອບິນຮົບຂອງ ອິສຣາແອລ ຖືກຍິງຕົກ ໂດຍປືນໃຫຍ່ຕໍ່ຕ້ານ
ອາກາດສະຍານ ເວລາກັບຄືນຈາກການໂຈມຕີ ທີ່ໝັ້ນທີ່ໜູນຫຼັງໂດຍ ອີຣ່ານ ໃນ ຊີເຣຍ.
ກ່ອນໜ້ານັ້ນ ອິສຣາແອລ ກ່າວວ່າ ຕົນໄດ້ຍິງເຮືອບິນບໍ່ມີຄົນຂັບຂອງ ອີຣ່ານ ຕົກລຳນຶ່ງ
ຈາກ ຊີເຣຍ ເວລາມັນບິນເຂົ້າໄປໃນດິນແດນ ອິສຣາແອລ ໃນຕອນບ່າຍວັນສຸກຜ່ານ
ມາ.

ຖະແຫຼງການຂອງທຳນຽບຂາວ ໄດ້ຊຸກຍູ້ໃຫ້ “ອີຣ່ານ ແລະ ພັນທະມິດຂອງເຂົາ ຈົ່ງຍຸ
ຕິການເຄື່ອນໄຫວແບບເກາະຜິດດັ່ງກ່າວ ແລ້ວຫັນໜ້າເຂົ້າມາສ້າງສັນຕິພາບໃນຂົງ
ເຂດ.”

ໃນວັນເສົາວານນີ້ ກະຊວງ ປ້ອງກັນປະເທດ ສະຫະລັດ ຍັງໄດ້ເວົ້າວ່າ ອິສຣາແອລ ມີ
ສິດທີ່ຈະປ້ອງກັນຕົນເອງ ຈາກການຮຸກຮານດັ່ງກ່າວ.

ໂຄສົກຂອງທຳນຽບຫ້າແຈ ທ່ານ ເອດຣຽນ ແຣນຄາຍກາໂລເວ ຊຶ່ງເວົ້າຕື່ມໃສ່ວ່າ
ສະຫະລັດ ບໍ່ໄດ້ມີສ່ວນພົວພັນໃນການໂຈມຕີນີ້ ແຕ່ກໍໄດ້ເວົ້າວ່າ “ອິສຣາແອລ ເປັນພັນ
ທະມິດທີ່ໄກ້ຊິດທີ່ສຸດດ້ານຄວາມປອດໄພຂອງພວກເຮົາ ໃນຂົງເຂດດ່ັງກ່າວ ແລະ
ພວກເຮົາກໍໄດ້ສະໜັບຢ່າງສຸດຂີດ ສິດທິຂອງ ອິສຣາແອລ ທີ່ຈະປ້ອງກັນຕົນເອງ ຕໍ່
ການຂົ່ມຂູ່ ຕໍ່ເຂດນໍ້າແດນດິນແລະປະຊາຊົນຂອງຕົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG