ເຖິງແມ່ນຈະຖືກກີດກັ້ນຢ່າງແຮງບໍ່ໃຫ້ທ່ານ ທຣຳ ກ່າວຄຳປາໄສປະຈຳປີຕໍ່ປະເທດ
ຊາດ ຢູ່ລັດຖະພາ ໃນສັບປະດາໜ້າ ໂດຍປະທານສະພາຕ່ຳ ທ່ານນາງ ແນນຊີ
ເພໂລຊີ ນັ້ນກໍຕາມ, ທຳນຽບຂາວ ໄດ້ດຳເນີນແຜນການຂອງເຂົາເຈົ້າ ຕໍ່ໄປ ເພື່ອໃຫ້
ປະທານາທິບໍດີ ດໍໂນລ ທຣຳ ສາມາດກ່າວຄຳປາໄສອອກໂທລະພາບທົ່ວປະເທດ
ໃນຕອນຄ່ຳຂອງວັນທີ 29 ມັງກອນ.
ໂຄສົກທຳນຽບຂາວ ທ່ານນາງ ຊາຣາ ຮັກຄາບີ ແຊນເດີສ໌ ໄດ້ກ່າວຕໍ່ບັນດານັກຂ່າວ
ໃນຕອນແລງວັນອັງຄານວານນີ້ວ່າ “ເຖິງຈຸດນີ້ ພວກເຮົາແມ່ນກຳລັງດຳເນີນໄປໜ້າ”
ກ່ຽວກັບ ການກ່າວຄຳປາໄສປະຈຳປີ ຂອງທ່ານປະທານາທິບໍດີຢູ່ລັດຖະສະພາ ໃນ
ວັນອັງຄານໜ້າ.
ໃນການຄາດໝາຍ ກ່ຽວກັບ ການກ່າວຄຳປາໄສຈາກຫໍລັດຖະພາ ນັ້ນ, ອີເມລຂໍຮ້ອງ
ຈາກທຳນຽບຂາວ ແມ່ນໄດ້ຖືກສົ່ງຫາຕຳຫຼວດສະພາຕ່ຳ ເພື່ອໃຫ້ກະກຽມແຜນການ
ປະຊຸມ, ອີງຕາມເຈົ້າໜ້າທີ່ລັດຖະບານຄົນນຶ່ງທີ່ໄດ້ກ່າວໂດຍບໍ່ປະສົງອອກຊື່.
ແຜນການອື່ນໆກໍໄດ້ດຳເນີນໄປເຊັ່ນກັນ ສຳລັບການກ່າວຄຳປາໄສປະຈຳປີ ທີ່ຈະ
ຖືກຈັດຂຶ້ນ ຈາກສະຖານທີ່ແຕກຕ່າງກັນ ລວມທັງຢູ່ການຊຸມນຸມທາງການເມືອງ,
ແລ້ວແຕ່ວ່າການປິດລັດຖະບານ ສະຫະລັດ ບາງສ່ວນຈະຍັງດຳເນີນຢູ່ຫຼືບໍ່, ອີງຕາມ
ການກ່າວຂອງບັນດາເຈົ້າໜ້າທີ່ທຳນຽບຂາວ.
ຮອງໂຄສົກທຳນຽບຂາວ ທ່ານ ໂຮແກັນ ກິດລີ ໄດ້ກ່າວຕໍ່ໂທລະພາບ Fox News
ໃນຕອນເຊົ້າວັນອັງຄານວານນີ້ວ່າ “ທ່ານນາງ ແນນຊີ ເພໂລຊີ ບໍ່ສາມາດບັງຄັບ
ທ່ານ ປະທານາທິບໍດີ ວ່າມື້ໃດທ່ານຈະເວົ້າ ຫຼື ບໍ່ເວົ້າກັບປະຊາຊົນ ອາເມຣິກັນ.”
ໃນອາທິດທີ່ຜ່ານມາ ທ່ານນາງ ເພໂລຊີ ໄດ້ຮຽກຮ້ອງທ່ານ ທຣຳ ໃຫ້ເລື່ອນການກ່າວ
ຄຳປາໄສນັ້ນ ຫຼື ຂຽນເປັນລາຍງານສົ່ງມັນໃຫ້ບັນດາສະມາຊິກສະ ພາ. ທ່ານນາງ
ໄດ້ສະແດງຄວາມເປັນຫ່ວງ ດ້ານຄວາມປອດໄພ, ໂດຍເນັ້ນວ່າໜ່ວຍຄຸ້ມຄອງປະທາ
ນາທິບໍດີ ສະຫະລັດ ແລະ ກະຊວງຮັກສາຄວາມປອດໄພພາຍໃນ ແມ່ນລວມຢູ່ໃນນຶ່ງ
ສ່ວນສີ່ຂອງການປິດລັດຖະບານ ສະຫະລັດ ທີ່ຍັງບໍ່ໄດ້ຮັບທຶນ ນັບຕັ້ງແຕ່ທ້າຍເດືອນ
ທັນວາທີ່ຜ່ານມາ.
ທຳນຽບຂາວໄດ້ປະຕິເສດວ່າມັນຈະມີບັນຫາໃດໆ ກັບການຮັກສາຄວາມປອດໄພ
ທີ່ພຽງພໍສຳລັບງານດັ່ງກ່າວ, ເຖິງແມ່ນຈະມີການປິດລັດຖະບານກໍຕາມ.