ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທຳ​ນຽບ​ຂາວ ​ແລະ ບັນ​ດາ​ສະ​ມາ​ຊິກ​ ສະ​ພາ​ຕ່ຳ ວາງ​ລາຍ​ລະ​ອຽດ ​ໃນຄະ​ດີ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ໃກ້​​ເຂົ້າ​ມາ​ແລ້ວ


ທຸງ​ຊາດ​ສະ​ຫະ​ລັດ ພັດ​ປິວ​ຢູ່​ເທິງ​ລັດ​ຖະ​ສະ​ພາ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ເມື່ອ​ວັນ​ອາ​ທິດ ທີ 19 ມັງ​ກອນ 2020. (AP Photo/Manuel Balce Ceneta)
ທຸງ​ຊາດ​ສະ​ຫະ​ລັດ ພັດ​ປິວ​ຢູ່​ເທິງ​ລັດ​ຖະ​ສະ​ພາ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ເມື່ອ​ວັນ​ອາ​ທິດ ທີ 19 ມັງ​ກອນ 2020. (AP Photo/Manuel Balce Ceneta)

ບັນ​ດາ​ທະ​ນາຍ​ຄວາມ​ຂອງ​ທຳ​ນຽບ​ຂາວ ແມ່ນ​ມີ​ກຳ​ນົດ​ທີ່ຈະຕ້ອງ​ຍື່ນ​ບົດ​ຖະ​ແຫລງ​ສັ້ນ​ໃນ​ວັນ​ຈັນມື້ນີ້ ທີ່​ລະ​ບຸ​ລາຍ​ລະ​ອຽດ​ຂອງ​ຂໍ້​ໂຕ້​ແຍ້ງ​ທັງຫຼາຍ​ ໃນ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ນຶ່ງມື້​ກ່ອນການ​ດຳ​ເນີນ​ການ​ຈະ​ເລີ້ມ​ຂຶ້ນຢ່າງ​ຈິງ​ຈັງ.

ກ່ອນ​ໜ້ານີ້ ບົດ​ຄຳ​ຕອບ​ສັ້ນ​ຕໍ່​ມາດ​ຕາ​ຂອງ​ການ​ຟ້ອງ​ຮ້ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຖືກ​ຮັບ​ຮອງເອົາ ໂດຍຄະ​ນະ​ສະ​ມາ​ຊິກ​ສະ​ພ​າ​ຕ່ຳ ຊຶ່ງ​ທະ​ນາຍ​ຄວາມ ແພັດ ຊິບ​ໂປ​ໂລ​ນີ ແລະ ເຈ ແຊັກ​ກູ​ໂລ ໄດ້​ກ່າວ​ວ່າ ສະ​ພາ​ສູງ ຕ້ອງ​ປະ​ຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຕ່າງໆ ຕໍ່​ທ່ານ​ທ​ຣຳ ເພາະ​ວ່າ ພວກ​ເຂົາ​ເຈົ້າ “ຍຶດ​ຖື​ເອົາ​ການ​ບິດ​ເບືອນ​ທີ່​ເປັນ​ໄພ​ອັນ​ຕະ​ລາຍ​ຂ​ອງ​ລັດ​ຖະ​ທຳ​ມະ​ນູນ ທີ່​ຈະສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ໂຄງ​ສ້າງ​ລັດ​ຖະ​ບານ​ຂອງ​ພວກ​ເຮົາ​ຢ່າງ​ຍືນ​ຍົງ.”

ພວກ​ທະ​ນາຍ​ຄວາມ​ໂຕ້​ແຍ້ງວ່າ ສະ​ພາ​ຕ່ຳ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະເຮັດ​ໃຫ້​ອຳ​ນາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ຜູ້​ທີ່​ກຳ​ລັງ​ກຳ​ນົດ​ນະ​ໂຍ​ບາຍ​ດ້ານ​ການ​ຕ່າງ​ປະ​ເທດ​ຢູ່ນັ້ນ ອ່ອນ​ກຳ​ລັງ​ລົງ ແລະ​ວ່າ ສະ​ພາ​ຕ່ຳ ກຳ​ລັງ​ພະ​ຍາ​ຍາມ ທີ່​ຈະ​ຄວບ​ຄຸມ ແລະ​ລົງ​ໂທດ ຂະ​ແໜງ​ຝ່າຍ​ບໍ​ລິ​ຫານ ສຳ​ລັບ​ການ​ໃຊ້​ສິດ​ທິ​ພິ​ເສດ​ໃນ​ດ້ານ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຕົນ.

ກ່ຽວ​ກັບ​ຂໍ້​ກ່າວ​ຫາ​ທີ່ວ່າ ທ່ານ​ທ​ຣຳ ໄດ້​ໃຊ້​ອຳ​ນາດ​ເກີດ​ຂອບ​ເຂດ ໂດຍ​ຂໍຮ້ອງໃຫ້ມະ​ຫາ​ອຳ​ນາດຕ່າງ​ປະ​ເທດ ​ເປີດ​ການ​ສືບ​ສວນ​ສອບ​ສວນທີ່​ຈະ​ເປັນ​ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງ​ແກ່​ທ່ານນັ້ນ ​ຊຶ່ງບັນ​ດາ​ທະ​ນາຍ​ຄວາມຂອງ​ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ການ​ກະ​ທຳ​ເຫຼົ່າ​ນັ້ນ ເປັນ​ຢືນ​ຢັນ​ທີ່​ຖືກ​ຕ້ອງ “​ບົນ​ພື້ນ​ຖານ​ຂອງຜົນ​ປະ​ໂຫຍດ​ດ້ານ​ຄວາມລັບ​ໃນ​ການ​ແບ່ງ​ແຍກ​ອຳ​ນາດ​ຂອງ​ລັດ​ຖະ​ບານ.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ຜູ້​ທີ່​ຮັບ​ໜ້າ​ທີ່​ເປັນ​ໄອ​ຍະ​ການ ກໍ​ໄດ້​ຍື່ນ​ບົດ​ຖະ​ແຫລງ​ຫຍໍ້ຂອງ​ພວກ​ເພິ່ນໄປ​ແລ້ວ ໂດຍ​ກ່າວ​ວ່າ ມັນ​ເປັນ​ທີ່​ຈະ​ແຈ້ງວ່າ “ຫລັກ​ຖານ​ຕ່າງໆ​ໄດ້​ຖືກ​ພົບ​ເຫັນ​ຢ່າງ​ຖ້ວມ​ລົ້ນ” ​ທີ່​ທ່ານ​ທ​ຣຳ ແມ່ນ​ຜິດ​ທັງ​ສອງ​ຂໍ້​ຫາ​ໃນ​ສອງ​ມາດ​ຕາ​ຂອງ​ການ​ຟ້ອງ​ຮ້ອງນັ້ນ.

ບັນ​ດາ​ຜູ້​ສຳ​ຄັນຕ່າງໆ ໃນ​ການ​ດຳ​ເນີນ​ຄະ​ດີ ​ກໍໄດ້ໂຕ້​ແຍ້ງ​ກັນ​ຢ່າງ​ໜັກ ໃນ​ວັນ​ອາ​ທິດ​ວານນີ້ ກ່ຽວ​ກັບ​ວ່າ ການ​ກະ​ທຳ​ຂອງທ່ານປະ​ທາ​ນາ​ທິ​ບໍ​ດີ ອາດ​ສາມາດ​ສົມ​ຄວນ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ ຫຼືບໍ່.

ທະ​ນາ​ຄວາມ​ດ້ານ​ຄະ​ດີ​ອາ​ຍາ​ຂອງ​ຝ່າຍ​ໂຈດ ທ່ານ​ອາ​ແລນ ເດີ​ໂຊວິ​ຕ​ຊ໌​ ເປັນ​ນຶ່ງ​ໃນ​ທີມ​ທະ​ນາຍ​ຄວາມທີ່​ຈະ​ຕໍ່​ສູ້​ປົກ​ປ້ອງ​ທ່ານ​ທ​ຣຳ ໄດ້​ກ່າວ​ຕໍ່ ອົງ​ການ​ຂ່າວ CNN ໃນ​ລາຍ​ການ “State of the Union” ວ່າ ທ່ານ​ຈະ​ກ່າວ​ຕໍ່ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ 100 ທ່ານ ຜູ້​ທີ່​ຈະ​ເຮັດ​ໜ້າ​ທີ່​ເປັນ​ຄະ​ນະ​ຕຸ​ລາ​ການ ເພື່ອ​ຕັດ​ສິນຊະ​ຕາ​ກຳ​ຂອງ​ທ່ານ​ທ​ຣຳ​ນັ້ນ ວ່າ “ເຖິງ​ແມ່ນ​ວ່າ ຄວາມແທ້ຈິງ​ທີ່​ໄດ້​ນຳ​ສ​ະ​ເໜີນັ້ນ ແມ່ນ​ເລື້ອງ​ຈິງ ມັນ​ຈະ​ບໍ່​ສູງ​ເຖິງ​ລະ​ດັບ​ຂອງ​ການ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ” ເພື່ອ​ຈະ​ເອົາ​ຜິດ​ຕໍ່​ທ່ານ​ທ​ຣຳ ໄດ້ ແລະ​ໂຄ່ນ​ລົ້ມ​ທ່ານ​ອອກ​ຈາກ​ຕຳ​ແໜ່ງ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG