ສະຕີໝາຍເລກນຶ່ງ ສະຫະລັດ ທ່ານນາງ ຈິລ ໄບເດັນ ຢາກເອົາຜູ້ໄດ້ຮັບລາງວັນແມ່ຍິງທີ່ກ້າຫານສາກົນຂອງປີນີ້ ໄປຢູ່ເທິງເວທີທີ່ໃຫຍ່ໃຫ້ໄດ້, ສະນັ້ນທ່ານນາງຈຶ່ງໄດ້ເຊື້ອເຊີນຜູ້ທີ່ໄດ້ຮັບກຽດທັງໝົດ 11 ຄົນໄປທຳນຽບຂາວໃນວັນພຸດວານນີ້ ສຳລັບພິທີມອບລາງວັນ ທີ່ຖືກຈັດຂຶ້ນໃນວັນແມ່ຍິງສາກົນ.
ທ່ານນາງ ໄບເດັນ ໄດ້ກ່າວໃນວັນພຸດວານນີ້, ໃນຄຳປາໄສຢູ່ຫ້ອງປະຊຸມທີ່ເຕັມໄປດ້ວຍແຂກຜູ້ເຂົ້າຮ່ວມ ແລະ ຜູ້ທີ່ໄດ້ຮັບກຽດວ່າ “ເດັກຍິງຢູ່ທຸກບ່ອນຕ້ອງຮູ້ວ່າ ມັນມີແມ່ຍິງທີ່ກຳລັງຕໍ່ສູ້ສຳລັບເຂົາເຈົ້າ ແລະ ໄດ້ຮັບໄຊຊະນະ, ໄດ້ເປີດປະຕູ, ປ່ຽນແປງໂຮງຮຽນ ແລະ ຊຸມຊົນ ແລະ ລັດຖະບານ, ສ້າງໂລກທີ່ດີຂຶ້ນກວ່າເກົ່າສຳລັບພວກເຮົາທຸກຄົນ. ແລະ ພວກເຮົາກໍໄດ້ມາຢູ່ທີ່ນີ້ເພື່ອບອກອ້າຍ ແລະ ພໍ່ ແລະ ສາມີ ແລະ ໝູ່ຂອງເຂົາເຈົ້າວ່າ: ຫຼາຍເທົ່າທີ່ພວກເຮົາຕ້ອງການທີ່ຢາກໃຫ້ບັນດາແມ່ຍິງຜູ້ທີ່ມີຄວາມຍິນດີຈະເວົ້າອອກມາເວົ້ານັ້ນ, ພວກເຮົາແມ່ນຕ້ອງການຜູ້ຊາຍຫຼາຍກວ່າເກົ່າ ຜູ້ທີ່ຍິນດີທີ່ຈະຟັງ ແລະ ດຳເນີນການ.”
ເປັນຄັ້ງທຳອິດໃນປີນີ້, ລາງວັນດັ່ງກ່າວ ຍັງໄດ້ໃຫ້ກຽດແກ່ກຸ່ມນຶ່ງ, ແຕ່ງຕັ້ງບັນດາຜູ້ປະທ້ວງແມ່ຍິງ ແລະ ເດັກຍິງແຫ່ງປະເທດ ອີຣ່ານ ເປັນຜູ້ໄດ້ຮັບລາງວັນອັນດັບທຳອິດຂອງລາງວັນກຸ່ມ ມາດາໄລນ໌ ອາລໄບຣທ໌ ກິຕິມາສັກ. ແມ່ຍິງ ແລະ ເດັກຍິງຈຳນວນຫຼວງຫຼາຍໄດ້ນຳໜ້າການປະທ້ວງທົ່ວ 31 ແຂວງຂອງປະເທດ ຫຼັງຈາກນາງ ມາຊາ ອາມີນີ ອາຍຸ 22 ປີໄດ້ເສຍຊີວິດໃນການຄວບຄຸມຕົວຂອງຕຳຫຼວດເມື່ອກັນຍາປີກາຍນີ້, ເຊິ່ງຖືກກ່າວຫາວ່າຍ້ອນນາງບໍ່ໄດ້ໃສ່ຜ້າຄຸມຫົວຢ່າງຖືກຕ້ອງ.
ທ່ານນາງ ລິນດາ ທອມມາສ ກຣີຟີລດ໌ ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດໄດ້ກ່າວໃນຂະນະທີ່ທ່ານນາງໄດ້ປະກາດລາງວັນໃນວັນພຸດວານນີ້ວ່າ “ປະຊາຊົນ ອີຣ່ານ, ທີ່ນຳໜ້າໂດຍບັນດາແມ່ຍິງ, ໄດ້ພາກັນອອກໄປປະທ້ວງໃນຖະໜົນຢ່າງສະຫງົບ. ເຂົາເຈົ້າໄດ້ເດີນຕາມບາດກ້າວຂອງແມ່ຍິງທີ່ກ້າຫານກ່ອນໜ້າເຂົາເຈົ້າ, ຜູ້ທີ່ໄດ້ເສຍສະຫຼະຢ່າງວງຫຼາຍໃນນາມຂອງເສລີພາບ.”