ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຈັດງານ ຄ່ຳຄືນ ດາລາສາດ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ເບິ່ງກ້ອງສ່ອງດວງດາວ ໃນລະຫວ່າງງານ ເບິ່ງດວງດາວກັບບັນດານັກຮຽນມັດທະຍົມ ແລະ ນັກດາລາສາດ ຈາກທົ່ວປະເທດ ທີ່ສະໜາມຫຍ້າດ້ານໃຕ້ ຂອງທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ, 7 ຕຸລາ, 2009.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ເບິ່ງກ້ອງສ່ອງດວງດາວ ໃນລະຫວ່າງງານ ເບິ່ງດວງດາວກັບບັນດານັກຮຽນມັດທະຍົມ ແລະ ນັກດາລາສາດ ຈາກທົ່ວປະເທດ ທີ່ສະໜາມຫຍ້າດ້ານໃຕ້ ຂອງທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ, 7 ຕຸລາ, 2009.

ປະທາ​ນາ​ທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຈະ​ຈັດ​ງານ​ຄໍ່າ​ຄືນດາລາສາດ​ຄັ້ງ​ທີ 2 ທີ່​ທຳນຽບຂ​າວ.

ງານ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ຈະ​ນຳ​ເອົາບັນດານັກ​ວິທະຍາ ສາດ, ນັກ​ອາ​ວະ​ກາດ, ນັກ​ວິສະວະກອນ ​ແລະ ນັກ​ວິທະຍາສາດ​ດ້ານ​ອື່ນ​ໆ ຈາກ​ພາກດາລາ​ສາດ ​ແລະ ອຸດສາຫະກຳ ອາ​ວະ​ກາດ ​ເຊິ່ງ​ເປັນ​ຜູ້​ທີ່​ຈະ​ມາ​ແລກປ່ຽນ​ປະສົບ​ການ​ກັບ​ບັນດາ​ນັກ​ຮຽນ ​ແລະ ຄູ​ອາຈານ ​ໃນ​ຂະນະ​ທີ່ພວກ​ເຂົາ​ເຈົ້າ​ໃຊ້​ເວລາ​ໃນ ຕອນ​ແລງສ່ອງ​ແນມ​ເບິ່ງດວງ​ດາວ ​ແລະ ​ເດືອນ ຢູ່​ສະໜາມ​ຫຍ້າ​ດ້ານ​ໃຕ້ຂອງ​ທຳນຽບຂາວ.

ງານ​ດັ່ງກ່າວ​ຖືກ​ຈັດ​ຂື້ນ​ເພື່ອ​ສົ່ງ​ເສີມ​ຄວາມ​ສຳຄັນ​ຂອງ STEM ມີ​ຄວາມ​ໝາຍ​ວ່າ ວິທະຍາ ສາດ, ​ເທັກ​ໂນ​ໂລ​ຈີ, ວິສະວະກຳ ​ແລະ ຄະນິດສາດ ການ​ສຶກສາ.

ບໍ່​ດົນ​ມາ​ນີ້​ ທ້າວ Ahmed Mohamed ​ເດັກ​ຊາຍ​ອາຍຸ 14 ປີ ​ ໄດ້​ຖືກ​ຫ້າມ​ບໍ່ໃຫ້​ໄປ​ໂຮ​ງຮຽນ ​ເມື່ອອາ​ຈານ​ຄົນ​ໜຶ່ງ​ເຂົ້າ​ໃຈ​ຜິດ​ວ່າ ໂມງ​ທີ່​ລາວ​ໄດ້​ປະດິດຂຶ້ນ​ນັ້ນເປັນ​ລະ​ເບີດ ກໍ​ໄດ້​ຖືກ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ໃນ​ງານ​ດັ່ງກ່າວ.

ທຳນຽບຂາວ​ກ່າວ​ວ່າມີ​ສວນສາທາລະນະ​ແຫ່ງ​ຊາດ, ຫໍສັງ​ເກດ​ດວງດາວ, ​ໂຮງຮຽນ, ຫໍພິພິ ທະ​ພັນ ​ແລະ ​ແລະ ສະ​ໂມ​ສອນດາລາ​ສາດຫຼາຍ​ວ່າ 80 ​ແຫ່ງ ​ໄດ້​ເປັນ​ແຮ​ງບັນດານ​ໃຈໃຫ້ ງານ​ດາລາສາດ ເພື່ອຈັດ​ງານ​ສ່ອງແນມເບິ່ງດວງ​ດາວ​ຂອງ​ພວກ​ເຂົາ​ເຈົ້າ​ເອງ.

ງານ​ດາລາສາດ ທຳນຽບຂາວ​ຄັ້ງ​ທຳ​ອິດ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ປີ 2009. ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ກ່າວ​ຕໍ່​ນັກຮຽນ​ມັດ​ທະ​ຍົມ​ໃນ​ເວລາ​ນັ້ນ​ວ່າ “​ມັນ​ມີ​ຄວາມ​ລຶກລັບ​ຫຼວງ​ຫຼາຍ​ເຫຼືອ​ຢູ່ ​ແລະ ມັນ​ກໍ​ມີ​ຫຼາຍໆ​ບັນຫາ​ສຳລັບ​ພວກ​ເຈົ້າ​ທີ່​ເປັນ​ນັກຮຽນ​ເພື່ອ​ຫາ​ທາງ​ແກ້​ໄຂ. ​ແລະ ຂ້າພະ​ເຈົ້າ​ກໍ​ຢາກ​ເປັນ​ປະທານາທິບໍດີ​ຜູ້​ທີ່​ຮັບຮອງ​ວ່າ​ພວກ​ເຈົ້າ​ມີນາ​ຍຄູ​ ​ແລະ ອຸປະ​ກອນ​ທີ່​ພວກ​ເຈົ້າ​ຕ້ອງ​ກາ​ນເພື່ອ​ແກ້​ໄຂບັນຫາ​ນັ້ນ.”

XS
SM
MD
LG