ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຫວັງວ່າ ການປະຊຸມ ລະຫວ່າງ ທ່ານໄບເດັນ ແລະ ທ່ານສີ ຈະນຳໄປສູ່ການເຈລະຈາ ກັບຈີນ ຫຼາຍຂຶ້ນ


ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ, ຂວາ, ແລະ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ຈັບມືກັນ ກ່ອນການປະຊຸມນອກ ກອງປະຊຸມສຸດຍອດກຸ່ມ G-20, ໃນບາຫລີ, ປະເທດອິນໂດເນເຊຍ ໃນວັນທີ 14 ພະຈິກ 2022.
ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ, ຂວາ, ແລະ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ຈັບມືກັນ ກ່ອນການປະຊຸມນອກ ກອງປະຊຸມສຸດຍອດກຸ່ມ G-20, ໃນບາຫລີ, ປະເທດອິນໂດເນເຊຍ ໃນວັນທີ 14 ພະຈິກ 2022.

ເມື່ອປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ແລະປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ພົບປະກັນໃນວັນພຸດ ໃນລັດຄາລິຟໍເນຍ, ບັນດາເຈົ້າໜ້າທີ່ສະຫະລັດບໍ່ໄດ້ຄາດຫວັງວ່າ ຈະມີຄວາມກ້າວໜ້າອັນສຳຄັນໃດໆ ທີ່ຈະສາມາດປັບປຸງຄວາມສຳພັນໄດ້ຢ່າງຫລວງຫຼາຍ.

ແຕ່ ເຈົ້າໜ້າທີ່ທຳນຽບຂາວ ສໍ້າພັດກ່າວວ່າ ນຶ່ງໃນເປົ້າໝາຍຂອງກອງປະຊຸມສຸດຍອດຂອງພວກທ່ານ ແມ່ນພຽງແຕ່ເພື່ອໃຫ້ແນ່ໃຈວ່າທັງສອງຝ່າຍ ຍັງຈະສືບຕໍ່ສົນທະນາກັນຕໍ່ໄປ, ເພື່ອຫຼຸດໂອກາດທີ່ຄວາມເຄັ່ງຕຶງ ລະຫວ່າງສະຫະລັດ ແລະຈີນ ຈະກ້າວໄປສູ່ຄວາມຂັດແຍ້ງ.

"ພວກເຮົາບໍ່ໄດ້ເວົ້າກ່ຽວກັບ ບັນຊີຂອງຜົນໄດ້ຮັບ ຫຼືຜົນສຳເລັດ ທີ່ຍາວຢຽດ," ເຈົ້າໜ້າທີ່ອະວຸໂສຝ່າຍບໍລິຫານຂອງທ່ານ ໄບເດັນ ຍອມຮັບ ໃນລະຫວ່າງການສະຫຼຸບທາງໂທລະສັບ ເພື່ອເຫັນພາບລວມກ່ອນກອງປະຊຸມ ລະຫວ່າງທ່ານ ໄບເດັນ ແລະ ທ່ານ ສີ.

"ເປົ້າໝາຍທີ່ແທ້ຈິງໃນທີ່ນີ້ ແມ່ນກ່ຽວກັບການບໍລິຫານຄຸ້ມຄອງການແຂ່ງຂັນ, ການປ້ອງກັນຄວາມສ່ຽງດ້ານລົບຂອງຄວາມຂັດແຍ້ງ, ແລະສ້າງຄວາມໝັ້ນໃຈວ່າຊ່ອງທາງການສື່ສານແມ່ນເປີດກວ້າງ," ເຈົ້າໜ້າທີ່ ໄດ້ກ່າວຕື່ມ.

ການພົບປະດັ່ງກ່າວ ເຊິ່ງຈະມີຂຶ້ນ ນອກກອງປະຊຸມສຸດຍອດການຮ່ວມມືດ້ານເສດຖະກິດ ເອເຊຍ-ປາຊີຟິກ, ຈະເປັນການພົບປະແບບຕໍ່ໜ້າຄັ້ງທຳອິດ ລະ ຫວ່າງບຸກຄົນທັງສອງ ໃນຮອບປະມານ 1 ປີ. ນີ້ຈະເປັນການຢ້ຽມຢາມສະຫະ ລັດ ຄັ້ງທຳອິດ ຂອງທ່ານ ສີ ໃນຮອບ 6 ປີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG