ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ອຳນວຍການ ດ້ານສື່ສານ ຂອງທຳນຽບຂາວ ທ່ານນາງໂຮບ ຮິກສ໌ ລາອອກແລ້ວ


ປະທານາທິບໍດີ ດໍໂນລ ທຣຳ ຫາລື ກັບ ຜູ້ອຳນວຍການດ້ານສື່ສານ ຂອງທຳນຽບຂາວ ທ່ານນາງໂຮບ ຮິກສ໌ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 17 ມັງກອນ 2018.
ປະທານາທິບໍດີ ດໍໂນລ ທຣຳ ຫາລື ກັບ ຜູ້ອຳນວຍການດ້ານສື່ສານ ຂອງທຳນຽບຂາວ ທ່ານນາງໂຮບ ຮິກສ໌ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 17 ມັງກອນ 2018.

ຜູ້ອຳນວຍການດ້ານສື່ສານຂອງທຳນຽບຂາວ ທ່ານນາງ ໂຮບ ຮິກສ໌ ຜູ້ທີ່ເປັນບຸກຄົນ
ຜູ້ນຶ່ງ ທີ່ໃກ້ຊິດທີ່ສຸດແລະໄວ້ເນື້ອເຊື່ອໃຈ ຂອງປະທານາທິບໍດີ ດໍໂນລ ທຣຳ ນັບຕັ້ງແຕ່
ກ່ອນການເລືອກຕັ້ງປະທານາທິບໍດີນັ້ນ ແມ່ນໄດ້ລາອອກແລ້ວ.

“ທ່ານນາງ ໂຮບ ເປັນຜູ້ໂດດເດັ່ນ ແລະ ໄດ້ສ້າງຜົນງານດີເລີດ ເປັນເວລາ 3 ປີ ຜ່ານ
ມາ”
ທ່ານທຣຳ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນຕອນທ່ຽງ
ວັນພຸດວານນີ້. ຖະແຫຼງການກ່າວຕື່ມວ່າ “ທ່ານນາງເປັນຜູ້ທີ່ສະຫຼາດ ແລະມີຄວາມ
ຄິດ ທີ່ພ້ອມພຽງ ເປັນຜູ້ທີ່ດີເລີດແທ້ໆເລີຍ. ຂ້າພະເຈົ້າຈະເສຍດາຍທີ່ມີທ່ານນາງຢູ່
ຄຽງຂ້າງ ແຕ່ໃນເວລາທ່ານນາງ ເຂົ້າຫາຂ້າພະເຈົ້າ ໃນເລື່ອງກ່ຽວກັບ ການສະແຫວງ
ຫາໂອກາດໃໝ່ ຂ້າພະເຈົ້າ ກໍເຂົ້າໃຈທັງໝົດເລີຍ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພວກ
ເຮົາຈະໄດ້ທຳງານຮ່ວມກັນ ອີກຄັ້ງນຶ່ງ ໃນອະນາຄົດ.”

ທ່ານນາງໂຮບ ຮິກສ໌ ຜູ້ອຳນວຍການດ້ານສື່ສານ ທັງເປັນທີ່ປຶກສາ ແລະຜູ້ຊ່ວຍທີ່ໃກ້ຊິດທີ່ສຸດ ຂອງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ກຳລັງໄປຮ່ວມ ກອງປະຊຸມປິດລັບ ກັບຄະນະ ກຳມະການ ສືບລັບ ຂອງສະພາຕ່ຳ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ກຸມພາ 2018.
ທ່ານນາງໂຮບ ຮິກສ໌ ຜູ້ອຳນວຍການດ້ານສື່ສານ ທັງເປັນທີ່ປຶກສາ ແລະຜູ້ຊ່ວຍທີ່ໃກ້ຊິດທີ່ສຸດ ຂອງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ກຳລັງໄປຮ່ວມ ກອງປະຊຸມປິດລັບ ກັບຄະນະ ກຳມະການ ສືບລັບ ຂອງສະພາຕ່ຳ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ກຸມພາ 2018.

ທ່ານນາງຮິກສ໌ ອາຍຸ 29 ປີ ຜູ້ທີ່ເປັນຜູ້ອຳນວຍການດ້ານສື່ສານ ຂອງທຳນຽບຂາວ
ໜຸ່ມນ້ອຍທີ່ສຸດ ທີ່ເຄີຍມີມາ ໄດ້ປະຕິເສດ ທີ່ຈະຕອບຄຳຖາມ ຈຳນວນນຶ່ງ ຂອງຄະນະ
ກຳມະການສືບລັບຂອງສະພາຕ່ຳ ໃນກອງປະຊຸມປິດລັບ ເມື່ອວັນອັງຄານຜ່ານມານີ້.

ທ່ານນາງຮິກສ໌ ໄດ້ກ່າວບອກຄະນະກຳມະການ ອີງຕາມບັນດາສະມາຊິກສະພາ ວ່າ
ທ່ານນາງຈະຕ້ອງໄດ້ບອກ “ຄຳຂີ້ຕົວະທີ່ບໍ່ເສຍຫາຍ ຫຼື white lies” ເປັນບາງຄັ້ງ
ບາງຄາວ. ແຕ່ຢ່າງໃດກໍຕາມ ທ່ານນາງ ໄດ້ຢືນຢັດວ່າ ທ່ານນາງ ບໍ່ເຄີຍວ່າ ບໍ່ຊື່ສັດ
ກ່ຽວກັບເລື່ອງໃດໆ ທີ່ກ່ຽວຂ້ອງກັບການສືບສວນສອບສວນການແຊກແຊງຂອງ
ຣັດເຊຍ ເຂົ້າໃນການເລືອກຕັ້ງປະທານາທິບໍດີ ປີ 2016 ເຊິ່ງ ທ່ານທຣຳ ຜູ້ຖືກຄັດ
ເລືອກຈາກພັກຣີພັບບລີກັນ ໄດ້ເອົາຊະນະ ຄູ່ແຂ່ງຈາກພັກເດໂມແຄຣັດ ອະດີດ
ລັດຖະມົນຕີວ່າການຕ່າງປະເທດ ທ່ານນາງຮິລລາຣີ ຄລິນຕັນ.

ແຫລ່ງຂ່າວ ກ່າວວ່າ ທ່ານນາງຮິກສ໌ ມີອາການຕື່ນເຕັ້ນ ແລະ ສັ່ນຍ້ອນເຫດ ການທີ່
ນາງໄດ້ປະສົບ ໃນການຖືກຊັກຖາມໝົດມື້ ເມື່ອວັນອັງຄານຜ່ານມານີ້ ໂດຍຄະນະ
ກຳມະການດັ່ງກ່າວນັ້ນ.

ທ່ານນາງຮິກສ໌ ກ່ອນໜ້ານີ້ ຍັງໄດ້ຖືກສຳພາດ ໂດຍທີມງານຂອງໄອຍະການພິເສດ
ທີ່ກຳກັບນຳການສືບສວນສອບສວນກ່ຽວກັບຣັດເຊຍ.

“ບໍ່ມີຄຳເວົ້າໃດພຽງພໍ ທີ່ຈະສະແດງອອກເຖິງຄວາມຮູ້ບຸນຄຸນຕໍ່ປະທານາທິບໍດີ ທຣຳ.
ຂ້າພະເຈົ້າຂໍອວຍພອນ ທ່ານປະທານາທິບໍດີ ແລະ ຄະນະລັດຖະບານຂອງທ່ານ
ສິ່ງທີ່ດີທີ່ສຸດ ໃນຂະນະທີ່ ທ່ານສືບຕໍ່ນຳພາປະເທດຊາດຂອງພວກເຮົາ”
ທ່ານນາງ
ຮິກສ໌ ໄດ້ກ່າວໃນຖະແຫລງການສະບັບນຶ່ງ.

ເຖິງແມ່ນວ່າ ທ່ານນາງຮິກສ໌ ຈະບໍ່ໄດ້ຢູ່ໃນສາຍຕາຂອງມະຫາຊົນ ຕາມປົກກະຕິແລ້ວ
ທ່ານນາງຢູ່ໃນຕຳແໜ່ງ ທີ່ມີການຈັບຕາເບິ່ງຢ່າງຫຼວງຫຼາຍ ເຊິ່ງທ່ານນາງ ເປັນຜູ້ກຳກັບ
ນຳຫ້ອງການຂ່າວກັບອີກ 12 ຄົນ ແລະ ເປັນເວລາຫຼາຍປີຜ່ານມາ ໄດ້ຖືກແນມເຫັນ
ຢູ່ຄຽງຂ້າງທ່ານທຣຳ ຢູ່ສະເໝີ.

White House Hicks Resigns
please wait

No media source currently available

0:00 0:00:44 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG