ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ບໍ່ຍອມອ່ອນຂໍ້ ຕໍ່ການຢືນຢັດ ກ່ຽວກັບ ການໃຊ້ກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍ


ຕຳຫຼວດເປີດທາງຢູ່ບໍລິເວນອ້ອມສວນ ລາຟາແຢັດ ແລະ ທຳນຽບຂາວ ໃນຂະນະທີ່ປະຊາຊົນເຕົ້າໂຮມກັນເພື່ອປະທ້ວງ ກ່ຽວກັບ ການຕາຍຂອງທ້າວ ຈອຣຈ໌ ຟລອຍດ໌, ນະຄອນຫຼວງ ວໍຊິງຕັນ. 1 ມິຖຸນາ, 2020.
ຕຳຫຼວດເປີດທາງຢູ່ບໍລິເວນອ້ອມສວນ ລາຟາແຢັດ ແລະ ທຳນຽບຂາວ ໃນຂະນະທີ່ປະຊາຊົນເຕົ້າໂຮມກັນເພື່ອປະທ້ວງ ກ່ຽວກັບ ການຕາຍຂອງທ້າວ ຈອຣຈ໌ ຟລອຍດ໌, ນະຄອນຫຼວງ ວໍຊິງຕັນ. 1 ມິຖຸນາ, 2020.

ທຳນຽບຂາວ “ບໍ່ຮູ້ສຶກເສຍໃຈ” ກັບການໃຊ້ຄວາມຮຸນແຮງ ເພື່ອແຍກຍ້າຍຜູ້ປະ ທ້ວງອອກຈາກຈະ ຕຸລັດ ລາຟາແຢັດ ເມື່ອນຶ່ງອາທິດທີ່ຜ່ານມາ ກ່ອນການສວຍ ໃຊ້ໂອກາດຖ່າຍຮູບຂອງປະທານາທິ ບໍດີ ຢູ່ຕໍ່ໜ້າໂບດແຫ່ງນຶ່ງ, ໂຄສົກທຳນຽບ ຂາວ ທ່ານນາງ ເຄລີ ແມັກເອແນນີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້.

ທ່ານນາງ ແມັກເອແນນີ ໄດ້ກ່າວເມື່ອຖືກຖາມ ກ່ຽວກັບ ການເຄື່ອນໄຫວໂດຍ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ທີ່ຖືກຕຳໜິວິຈານຢ່າງກວ້າງຂວາງໃນການຍິງສິ່ງ ທີ່ຜູ້ເຫັນເຫດການໄດ້ບັນທຶກວ່າເປັນລະເບີດໝາກເຜັດ ແລະ ລູກປືນຢາງນັ້ນວ່າ “ພວກເຮົາຢືນຢັດກັບການກະທຳພວກນັ້ນ.”

ໂຄສົກທຳນຽບຂາວໄດ້ກ່າວໃນລະຫວ່າງກອງປະຊຸມລາຍງານວ່າ ການຕັດສິນ ໃຈທີ່ຈະຂະຫຍາຍເຂດຮັກສາຄວາມປອດໄພຢູ່ອ້ອມທຳນຽບຂາວ, ເຊິ່ງລວມມີ ຮົ້ວກວມເອົາສວນສາທາລະນະໃນພື້ນທີ່ 2.83 ເຮັກຕານັ້ນ, ໄດ້ຖືກຕັ້ງຂຶ້ນຫຼັງ ຈາກມີການຈູດໄຟ ຂະໜາດນ້ອຍ ຢູ່ໃນຫ້ອງໃຕ້ດິນຂອງໂບດ ເຊນ ຈອນສ໌ ທີ່ຕັ້ງຢູ່ໃກ້ຄຽງ.

ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ແລະ ຜູ້ນຳສຽງສ່ວນນ້ອຍສະພາສູງ ທ່ານ ຈັກ ຊູເມີ ໄດ້ຮຽກຮ້ອງໃຫ້ເປີດສວນສາທາລະນະດັ່ງກ່າວຄືນໃນ ທັນທີ.

ບັນດາສະມາຊິກສະພາສັງກັດພັກເດໂມແຄຣັດລະດັບສູງ, ໄດ້ກ່າວຢໍ້າໃນຈົດ ໝາຍທີ່ຂຽນເຖິງທ່ານ ທຣຳ ວ່າ “ຈະຕຸລັດດັ່ງກ່າວໄດ້ເປັນສະຖານທີ່ທີ່ປະຊາ ຊົນອາເມຣິກັນ ສາມາດເຕົ້າໂຮມກັນ ເພື່ອປະຕິບັດສິດທິຕາມລັດຖະທຳມະນູນ ຂອງເຂົາເຈົ້າໃນໄລຍະໃກ້ກັບທຳນຽບຂາວຢ່າງເສລີມາເປັນເວລາດົນນານແລ້ວ.”

ຈົດໝາຍດັ່ງກ່າວໄດ້ບອກທ່ານປະທານາທິບໍດີວ່າ “ການປ່ຽນສວນສາທາລະນະ ທີ່ພິເສດໃນໃຈ ກາງຂອງນະຄອນຫຼວງຂອງປະເທດ ໃຫ້ເປັນບ່ອນທີ່ຄືກັບເຂດ ທະຫານໄດ້ກີດກັ້ນບໍ່ໃຫ້ປະຊາຊົນເຂົ້າໄປໃນສວນນັ້ນ ແລະ ສົ່ງຂໍ້ຄວາມທີ່ອາດ ຮ້າຍແຮງເຖິງປະຊາຊົນ ອາເມຣິກັນ ແລະ ປະຊາຊົນໃນທົ່ວໂລກ.”

ຜູ້ປະທ້ວງໃນນະຄອນຫຼວງ ວໍຊິງຕັນ ດີຊີ ແມ່ນເປັນສ່ວນນຶ່ງຂອງການປະທ້ວງ ຢ່າງຕໍ່ເນື່ອງທົ່ວປະ ເທດນັບຕັ້ງແຕ່ທ້າວ ຈອຣຈ໌ ຟລອຍດ໌, ຜູ້ຊາຍອາເມຣິກັນ ເຊື້ອສາຍ ອາຟຣິກາ ໄດ້ເສຍຊີວິດໃນວັນທີ 25 ພຶດສະພາທີ່ຜ່ານມາ ໃນນະ ຄອນມິເນອາໂປລິສ ລັດ ມິນເນໂຊຕາ ຫຼັງຈາກຕຳຫຼວດຄົນຜິວຂາວໄດ້ກົດໜ້າ ລາວລົງໃສ່ພື້ນຖະໜົນ ແລະ ເຕັງຫົວເຈົ້າໃສ່ຄໍຂອງລາວ ດົນເກືອບ 9 ນາທີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG