ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເດັກນ້ອຍ ເຂົ້າຮ່ວມ ການຊອກຫາໄຂ່ ບຸນ Easter ຢູ່ ທໍານຽບຂາວ (ວີດິໂອ)


ປ. ບາຣັກ ໂອບາມາ ຮ່ວມງານຫລິ້ນເກມເຊື່ອງ ແລະຊອກໄຂ່ ກັບເດັກນ້ອຍ ໃນເທດສະການ Easter ປະຈໍາປີ ທີ 135 ຢູ່ເດີ່ນກໍ້າໃຕ້ຂອງທໍານຽບຂາວ ໃນວັນທີ 1 ເມສາ 2013
ປ. ບາຣັກ ໂອບາມາ ຮ່ວມງານຫລິ້ນເກມເຊື່ອງ ແລະຊອກໄຂ່ ກັບເດັກນ້ອຍ ໃນເທດສະການ Easter ປະຈໍາປີ ທີ 135 ຢູ່ເດີ່ນກໍ້າໃຕ້ຂອງທໍານຽບຂາວ ໃນວັນທີ 1 ເມສາ 2013
ທໍານຽບຂາວໄດ້ໂຈະການສູ້ຢັນກັນໃນດ້ານງົບປະມານ ແລະ
ຄວາມເປັນຫວ່ງ ດ້ານອື່ນໆໄວ້ກ່ອນໃນວັນຈັນວານນີ້ ຂະນະ
ທີ່ໃຫ້ຄວາມສຳຄັນຕໍ່ພວກເດັກນ້ອຍ ແລະເພັ່ງເລັງໃສ່ການ
ຫລິ້ນເກມເຊື່ອງ ແລະຊອກໄຂ່ໃນເທດສະການ Easter ປະຈໍາປີ.

ຄາດຄະເນວ່າ ມີແຂກປະມານ 30 ພັນຄົນ ຊຶ່ງລວມທັງເດັກນ້ອຍ
ຫລາຍໆ ຄົນ ເຂົ້າຮ່ວມການຫລິ້ນເກມເຊື່ອງແລະຊອກໄຂ່ໃນ
ເທດສະການ Easter ປະຈໍາປີທີ 135 ຢູ່ເດີ່ນກໍ້າໃຕ້ຂອງທໍານຽບ
ຂາວ.

ເດັກນ້ອຍບາງຄົນກໍບໍ່ຄ່ອຍກ້າໄປຮ່ວມປານໃດ ຕ້ອງໄດ້ຍົວະເອົາ.

ເນື້ອໃນຕົ້ນຕໍຂອງເກມເຊື່ອງແລະຊອກໄຂ່ໃນເທດສະການ Easter ປະຈໍາປີນີ້ ແມ່ນ “ການ
ມີສຸຂະພາບດີ, ມີຄວາມຫ້າວຫັນ, ແລະມີຄວາມໝັ້ນໃຈກ້າທີ່ ຈະເປັນຕົວຂອງຕົນເອງ!” ທ່ານນາງ Michelle Obama ສະຕີໝາຍເລກນຶ່ງ ໄດ້ໃຫ້ຄໍາແນະນໍາ ທີ່ແທດເໝາະກັບ
ຊີວິດຕົວຈິງແກ່ເດັກນ້ອຍວ່າ:

“ພວກເຮົາຢາກໃຫ້ພວກເຈົ້າແລ່ນຫລິ້ນໄປມາ. ພວກເຮົາຢາກໃຫ້ພວກເຈົ້າພາ
ກັນໄປ ແລະເບິ່ງເດີ່ນສວນຂອງທໍານຽບຂາວ. ພວກເຮົາຢາກໃຫ້ພວກເຈົ້າຮຽນ
ຮູ້ກ່ຽວກັບການເຮັດອາຫານທີ່ມີທາດບໍາລຸງຮ່າງກາຍ ແລະລົດຊາດດີ.”


ຈາກນັ້ນຄູ່ສາມີພັນລະຍາໝາຍເລກນຶ່ງຂອງສະຫະລັດ ກໍພາກັນຍ່າງລົງໄປເດີ່ນ ພ້ອມກັບ
ກະຕ່າຍ Easter ເພື່ອຊ່ວຍໃນງານບຸນດັ່ງກ່າວ.

ພວກເຈົ້າໜ້າທີ່ເວົ້າວ່າ ມີໄຂ່ປະມານ 14 ພັນ 500 ໜ່ວຍທີ່ຖືກຍ້ອມສີ ເພື່ອໃຫ້ເປັນໄຂ່ຢູ່
ໃນເກມເຊື່ອງ ແລະຊອກຫາໄຂ່ ແລະກໍມີໄຂ່ອີກ 4 ພັນ 500 ໜ່ວຍ ໄວ້ໃຫ້ເດັກນ້ອຍແຕ້ມ
ຫລິ້ນ.

ມີການຢ້ານກັນວ່າ ຄວາມຂາດແຄນງົບປະມານແຫ່ງຊາດ ຈະບັງຄັບໃຫ້ທໍານຽບຂາວຕ້ອງ
ໄດ້ຍົກເລີກງານບຸນປະຈໍາປີດັ່ງກ່າວ. ພວກຈັດງານນີ້ ປະຕິເສດ ທີ່ຈະບອກວ່າເທດສະ
ການເກມເຊື່ອງແລະຊອກຫາໄຂ່ນັ້ນ ໝົດເງິນຫລາຍປານ ໃດ ໂດຍໄດ້ເວົ້າວ່າ ການຫລຸດ
ລາຄາໄຂ່ທີ່ໃຊ້ສະຫລອງງານ ແລະ ການບໍລິ ຈາກໂດຍພາກສ່ວນເອກະຊົນ ໄດ້ຊ່ວຍເປັນ
ຄ່າໃຊ້ຈ່າຍບາງສ່ວນ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG