ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຂາວບໍ່​ຖືວ່າ ​ເລື້ອງ​ພົບ​ປະ​ກັນ​ລະ​ຫວ່າງ ປ. ທ​ຣຳ ກັບເສດ​ຖີ​ໃຕ້​ຫວັນ ມີ​ຫຍັງ​ສຳ​ຄັນຫລາຍ

ປະທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ​ ແລະທ່ານແທ​ຣີ ກູ (Terry Gou) ​ຜູ້ກໍ່​ຕັ້ງ​ບໍ​ລິ​ສັດຟັອກ​ສ໌​ຄອນຈັບ​ມື​ກັນ ໃນ​ພິ​ທີ​ເລີ້ມ​ຕັ້ງສຳ​ນັກ​ງານ​ຂອງ​ບໍ​ລິ​ສັດ Foxconn ແຫ່ງ​ໃໝ່​ໃນ​ເມືອງ Mount Pleasant ຂອງ​ລັດ​ວິ​ສ​ຄອນ​ຊິນ, ວັນ​ທີ 28 ມິ​ຖຸ​ນາ 2018

ການ​ພົບ​ປະ​ກັນ​ຢູ່​ໃນ​ທຳ​ນຽບ​ຂາວ​ລະ​ຫວ່າງປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນຂອງ​ສະ​ຫະ​ລັດ ກັບ​ນັກ​ທຸ​ລະ​ກິດທີ່ມີ​ຊື່​ສຽງ​ອີກ​ຄົນ​ນຶ່ງ ທີ່​ກຳ​ລັງ​ຫາ​ທາງໃຫ້​ໄດ້​ເປັນປະ​ທາ​ນາ​ທິ​ບໍ​ດີ​ຂອງໃຕ້​ຫວັນ ​ພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ກັນ​ຢູ່.

ໃນ​ວັນ​ພະ​ຫັດ​ວານນີ້ ທຳ​ນຽບ​ຂາວ ໄດ້​ຫາ​ທາງ​ທີ່​ຈະບໍ່​ຖື​ວ່າການ​ພົບ​ປະ​ກັນ​ນັ້ນ ບໍ່​ແມ່ນ​ເລື້ອງ​ທີ່ຫລໍ່​ແຫລມ​ໃນ​ທາງ​ການ​ທູດ ຫລື​ການ​ເມືອງ​ໃດໆ ໂດຍ​ກ່າວ​ວ່າ ປະທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ​ ແລະທ່ານແທ​ຣີ ກູ (Terry Gou) ​ຜູ້ກໍ່​ຕັ້ງ​ບໍ​ລິ​ສັດຟັອກ​ສ໌​ຄອນ (Foxconn) ບໍ່​ໄດ້​ໂອ້​ລົມ​ກັນ​ກ່ຽວ​ກັບ​ເລື້ອງ​ທີ່​ຈະ​ສະ​ໜັບ​ສະ​ໜຸນ ​ຕໍ່​ການ​ຫາ​ສຽງ​ຂອງ​ມະ​ຫາ​ເສດ​ຖີ​ເງິນ​ຕື້ຄົນ​ນັ້ນ ເພື່ອ​ໃຫ້​ໄດ້​ເປັນປະ​ທາ​ນາ​ທິ​ບໍ​ດີຂອງ​ໃຕ້​ຫວັນ​ແຕ່​ຢ່າງ​ໃດ​ເລີຍ.

ທ່ານແທ​ຣີ ກູ (Terry Gou) ​ຜູ້ກໍ່​ຕັ້ງ​ບໍ​ລິ​ສັດຟັອກ​ສ໌​ຄອນຍົກ​ເອ​ກະ​ສານ​ຂຶ້ນ​ໄວ້​ຂ້າງ​ຮູບ​ຂອງ​ທ່ານ Sun Yat-sen, ຜູ້​ສ້າງ​ຕັ້ງໃຕ້​ຫວັນ ໃນ​ຕອນ​ເພິ່ນ​ປະ​ກາດ​ລົງ​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ໃຕ້​ຫວັນ, ວັນ​ທີ 17 ເມ​ສາ, 2019

"ເພິ່ນ​ເປັນ​ພຽງ​ແຕ່​ເພື່ອນ​ທີ່​ດີ​" ຂອງ​ທ່ານ​ທຣຳເທົ່າ​ນັ້ນ, ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ Sarah Sanders, ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ ​ທີ່​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ.

ແຕ່​ຢ່າງ​ໃດ​ກໍ​ຕາມໃນ​ການ​ຂຽນ​ລົງ​ຢູ່​ໃນ​ໜ້າ​ເຟັ​ສ​ບຸກ (Facebook) ພາຍ​ຫລັງ​ການ​ພົບ​ປະກັນ​ໃນ​ວັນ​ພຸດ​ຜ່ານ​ມາ ແລະ​ໃນ​ການ​ໂອ້​ລົມ​ກັບ​ພວກ​ນັກ​ຂ່າວນັ້ນ ນັກ​ທຸ​ລະ​ກິດ​ໃຕ້​ຫວັນ​ທ່ານນີ້ເວົ້າ​ວ່າ ເພິ່ນ​ໄດ້​ບອກ​ທ່ານ​ທ​ຣຳ​ກ່ຽວ​ກັບ​ການ​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຂອງ​ເພິ່ນ ແລະ​ທ່ານທ​ຣຳ​ກໍ​ໄດ້​ຕອບ​ວ່າການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ "ເປັນ​ວຽກ​ທີ່​ຍາກ​ຫລາຍ."

​ທ່ານ​ຍັງ​ໄດ້​ເອົາ​ປາ​ກ​ກາ ແລະ​ຫລຽນ​ທີ່​ມີ​ລາຍ​ເຊັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີທີ່​ທ່ານ​ທ​ຣຳ​ ເອົາ​ໃຫ້​ນັ້ນສະ​ແດງໃຫ້​ຄົນ​ເບິ່ງ.

“ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເລືອກ​ຕັ້ງໃຫ້​ເປັນ​ປະ​ທານ​ປະ​ເທດ​ຈີນ ຂ້າ​ພະ​ເຈົ້າ​ຈະ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ມີ​ສັນ​ຕິ​ພາບ ແລະ​ຈະ​ບໍ່​ເຮັດ​ໃຫ້​ກາຍ​ເປັນຜູ້​ສ້າງ​ບັນ​ຫາ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ກູ ​(Gou) ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ. ທ່ານ​ເວົ້າ​ອີກວ່າ “ຂ້າ​ພະ​ເຈົ້າ​ຈະ​ເຮັດ​ໃຫ້​ສາຍ​ພົວພັນ​ທາງ​ເສດ​ຖະ​ກິດລະ​ຫວ່າງ​ໃຕ້​ຫວັນ​ກັບ​ສະ​ຫະ​ລັດ ແໜ້ນ​ແຟ້ນ​ຂຶ້ນ​ອີກ.” ທ່ານ​ຍັງ​ໄດ້​ເວົ້າ​ອ້າງອີກວ່າ ຢູ່​ໃນ​ຈຳ​ນວນ​ພວກ​ທີ່​ລົງ​ສະ​ໝັກ​ແຂ່​ງ​ຂັນ​ເປັນ​ປະ​ທານາ​ທິ​ບໍ​ດີທັງ​ຫລາຍ ມີ​ແຕ່​ທ່ານ​ເທົ່າ​ນັ້ນທີ່​ໄດ້​ຮັບ​ປະ​ກັນ​ວ່າ​ ໄດ້ເຂົ້າ​ໄປທຳການ​ພົບ​ປະ​ຢູ່​ໃນ​ຫ້ອງ​ການ​ຮູບ​ຊົງ​ໄຂ່​ຂອງ​ທຳ​ນຽບ​ຂາວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG