ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ສະ​ພາ​ສູງ ສ​ຫລ ຕັດ​ສິນ​ວ່າ ປ. ທ​ຣຳ ບໍ່​ມີ​ຄວາມ​ຜິດ ໃນ​ການ​ຟ້ອງ​ຮ້ອງສອງ​ຂໍ້


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ນະ​ຄອນ​ໄມ​ອາ​ມີ ລັດ​ຟ​ລໍ​ຣິ​ດາ ເມື່ອ​ວັນ​ທີ 3 ມັງ​ກອນ ປີ 2020.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ນະ​ຄອນ​ໄມ​ອາ​ມີ ລັດ​ຟ​ລໍ​ຣິ​ດາ ເມື່ອ​ວັນ​ທີ 3 ມັງ​ກອນ ປີ 2020.

ສະ​ພາ​ສູງ​ສະ​ຫະ​ລັດ​ໄດ້​ຕັດ​ສິນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ບໍ່​ມີ​ຄວາມ​ຜິດ​ໃນການ​ຟ້ອງ​ຮ້ອງ 2 ຂໍ້ ຄື​ການ​ໃຊ້​ອຳ​ນາດ​ປະ​ທາ​ນາ​ທິ​ບໍ​ດີ​ ໄປ​ໃນທາງ​ຜິດ ແລະ​ການ​ຂັດ​ຂວາງ​ຕໍ່​ສະ​ພາ ຊຶ່ງ​ເປັນ​ການ​ສະ​ຫຼຸບ​ໃນ​ຄວາມ​ພະ​ຍາ​ຍາມທີ່​ຈະ​ປົດ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ອອກ​ຈາກ​ຕຳ​ແໜ່ງ ໂດຍ​ສະ​ມາ​ຊິກ​ສະ​ພາຕ່ຳ​ພັກ​ເດ​ໂມແຄ​ຣັດ ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ​ເກືອບ 4 ເດືອນ.

ໃນ​ລະ​ຫວ່າງ​ການ​ລົງ​ຄະ​ແນນ​ສຽງ​ດ້ວຍ​ການ​ເອີ້ນ​ຊື່​ຢ່າງ​ເຄັ່ງ​ຂຶມຢູ່​ໃນ​ຫ້ອງ​ປະ​ຊຸມຂອງ​ສະ​ພາ​ສູງໃນ​ຕອນ​ບ່າຍ​ຂອງ​ວັນ​ພຸດ​ວານນີ້ໂດຍ​ມີ​ຫົວ​ໜ້າ​ສານ​ສູງ​ສຸດ ທ່ານ ຈອນ ໂຣ​ເບີດສ໌ ເປັນ​ປະ​ທານ​ໃນ​ພິ​ທີນັ້ນ ສະ​ມາ​ຊິກ​ສະ​ພາ​ສູງ​ພົບ​ເຫັນ​ວ່າ ທ່ານທ​ຣຳ​ບໍ່​ມີ​ຄວາມ​ຜິດ​ໃນ​ການ​ໃຊ້​ອຳ​ນາດ​ໄປ​ໃນ​ທາງ​ຜິດ ດ້ວຍ​ການ​ລົງ​ຄະ​ແນນ​ສຽງ 52 ຕໍ່ 48 ແລະ​ບໍ່​ມີ​ຄວາມ​ຜິດ ໃນ​ການ​ຂັດ​ຂວາງ​ຕໍ່​ສະ​ພາ 53 ຕໍ່ 47.

ໃນ​ການ​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້ນັ້ນ ທ່ານ​ທ​ຣຳ​ເອີ້ນ​ການ​ຕັດ​ສິນ​ບໍ່​ມີ​ຄວາມ​ຜິດ​ວ່າ “ເປັນ​ໄຊ​ຊະ​ນະ​ຂອງ​ປະ​ເທດ​ເຮົາ ຕໍ່​ການ​ຟ້ອງ​ຮ້ອງ​ຫຼອກ​ລວງ.”

ທຳ​ນຽບ​ຂາວ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້ພິ​ສູດ​ໃຫ້​ເຫັນ​ວ່າ​ທ່ານເປັນ​ຜູ້​ບໍ​ລິ​ສຸດ​ໂດຍ​ເຕັມແລະ​ພົ້ນ​ຈາກ​ຄວາມຜິດ. ຖະ​ແຫຼງການ​ຮຽກ​ຮ້ອງ​ໃຫ້ “ແກ້​ແຄ້ນ” ຕໍ່​ພວກ​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ ທີ່​ໄດ້​ຕົວະ​ແລະ​ໃນອັນ​ທີ່​ຖະ​ແຫຼງ​ການ​ເອີ້ນ​ວ່າ ເປັນ​ຄະ​ດີ​ທີ່​ເສກ​ສັນ​ປັ້ນ​ແຕ່ງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ.

ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ຊຶ່ງ​ເປັນ​ຜູ້​ລິ​ເລີ້ມ​ຂັ້ນ​ຕອນ​ໃນ​ການ​ຟ້ອງຮ້ອງ​ເມື່ອ​ເດືອນ​ກັນ​ຍາ​ປີ​ກາຍ ອອກ​ຖະ​ແຫຼງ​ການ​ທີ່​ຂົ່ມ​ຂືນ​ສະ​ບັບ​ນຶ່ງ ກ່າວ​ຫາ​ສະ​ພາ​ສູງວ່າ “ການ​ປາ​ສະ​ຈາກ​ບັງ​ຄັບ​ໃຊ້​ກົດ​ໝາຍ​ກາຍ​ເປັນ​ເລື້ອງ​ທຳ​ມະ​ດາ”ແລະ​ປະ​ຕິ​ເສດ​ຕໍ່​ລະ​ບົບ​ການກວດ​ສອບ​ແລະ​ສ້າງ​ຄວາມ​ກ້ຳ​ເກິ່ງ.

ທ່ານ​ນາງ​ເອີ້ນ​ຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ຢູ່​ໃນ​ສະ​ພາ​ສູງ ທ່ານ​ມິດ​ຈ໌ ແມັກ​ຄອນ​ແນ​ລ​ວ່າ “ຜູ້​ນຳ​ທີ່​ບໍ່​ມີ​ຫຼັກ​ການ” ທີ່​ໄດ້​ປະ​ລະ​ໜ້າ​ທີ່ ເພື່ອ​ປະ​ຕິ​ບັດ​ຕາມ​ລັດ​ຖະ​ທຳມະ​ນູນ ແລະ​ປົກ​ປ້ອງ​ຄຸ້ມ​ຄອງ​ປະ​ເທດ​ຊາດ ຈາກ “ປະ​ທາ​ນາ​ທິ​ບໍ​ດີທີ່​ບໍ່​ຊື່​ສັດ.”

ການ​ລົງ​ຄະ​ແນນ​ສຽງ​ເພື່ອ​ໃຫ້​ທ່ານ​ທ​ຣຳ​ພົ້ນ​ຄວາມ​ຜິດໃນ​ທັງ​ສອງ​ຂໍ້ ທີ່​ນຳ​ສະ​ເໜີໂດຍ​ສະ​ພາ​ຕ່ຳ​ທີ່ພັກ​ເດ​ໂມ​ແຄ​ຣັດຄວບ​ຄຸມ​ນັ້ນແມ່ນ​ດຳ​ເນີນ​ໄປ​ຕາມ​ສາຍ​ພັກ. ມີສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ພຽງ​ຄົນ​ດຽວທີ່​ບໍ່​ເຫັນ​ພ້ອມ​ນຳ ກໍ​ໄດ້​ແກ່​ທ່ານ​ມິດ ຣອມນີ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ຢູ​ທາ ຊຶ່ງ​ໄດ້​ລົງ​ຄະ​ແນນ​ສຽງ​ວ່າ ມີ​ຄວາມ​ຜິດ​ໃນຂໍ້​ຫາ​ໃຊ້​ອຳ​ນາດ​ໄປ​ໃນ​ທາງ​ຜິດ ແຕ່​ບໍ່​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ຂັດ​ຂວາງ​ຕໍ່​ສະ​ພາ.

ໃນ​ຄຳ​ປາ​ໄສ​ທີ່​ສະ​ແດງ​ອອກ​ຊຶ່ງ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ນັ້ນ ທ່ານ​ຣອມ​ນີ ກ່າວ​ວ່າ “ສິ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກະ​ທຳ​ໄປ ​ແມ່ນ​ບໍ່​ຖືກ​ຕ້ອງເປັນ​ຄວາມ​ຜິດ​ຮ້າຍ​ແຮງ” ໃນ​ການ​ຮ້ອງ​ຂໍ​ໃຫ້​ຢູ​ເຄ​ຣນ​ທຳ​ການ​ສືບ​ສວນ​ຄູ່​ແຂ່ງ​ຄົນສຳ​ຄັນ​ຂອງ​ທ່ານ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ການ​ເລືອກ​ຕັ້ງ​ ປີ 2020 ນັ້ນ​ກໍ​ຄື​ອະ​ດີດຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ລູກ​ຊາຍ​ຂອງ​ທ່ານ ​ຄືທ່ານ​ຮັນ​ເຕີ ທີ່​ເຮັດ​ວຽກກັບ​ບໍ​ລິ​ສັດ​ແກັ​ສ​ທຳ​ມະ​ຊາດ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG