ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍ​ແພດ​ຂອງ​ທຳ​ນຽບ​ຂາວ ກ່າວ​ວ່າ ອາ​ການ​ຂອງ​ທ່ານ​ໄບ​ເດັນ ຖືກ​ກຳ​ຈັດ​ເກືອບ​ໝົດ​ໄປ​ແລ້ວ


ໃນ​ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 21 ກໍ​ລະ​ກົດ 2022 ຢູ່​ວໍ​ຊິງ​ຕັນ ໂດຍການ​ສົ່ງ​ວີ​ດີ​ໂອ​ຜ່ານ​ທາງ​ທວີດ​ເຕີ້ ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ວາງ​ໂທ​ລະ​ສັບ​ມື​ຖື ວາງ​ໃກ້​ກັບ​ຈໍ​ຄອມ​ພິວ​ເຕີ້ ທີ່​ສະ​ແດງ​ໃຫ້​ເຫັນ​ທ່ານ​ໄບ​ເດັນ​ຢູ່​ທາງ​ດ້ານ​ຫຼັງ.
ໃນ​ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 21 ກໍ​ລະ​ກົດ 2022 ຢູ່​ວໍ​ຊິງ​ຕັນ ໂດຍການ​ສົ່ງ​ວີ​ດີ​ໂອ​ຜ່ານ​ທາງ​ທວີດ​ເຕີ້ ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ວາງ​ໂທ​ລະ​ສັບ​ມື​ຖື ວາງ​ໃກ້​ກັບ​ຈໍ​ຄອມ​ພິວ​ເຕີ້ ທີ່​ສະ​ແດງ​ໃຫ້​ເຫັນ​ທ່ານ​ໄບ​ເດັນ​ຢູ່​ທາງ​ດ້ານ​ຫຼັງ.

ອາ​ການ​ຕ່າງໆ ​ຂອງ​ພະ​ຍາດໂຄວິດ-19 ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ​ມີ​ຢູ່ນັ້ນ ຖືກ “ກຳ​ຈັດ​ເກືອບ​ວ່າ​ໝົດ​ໄປ​ແລ້ວ” ອີງ​ຕາມ​ຄຳ​ເວົ້າ​ນາຍ​ແພດ​ຂອງ​ທ່ານ​ໃນ​ວັນ​ຈັນ​ວານນີ້.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ຖືກ​ແຍກ​ໃຫ້​ໄປ​ຢູ່​ຕາມ​ລຳ​ພັງ​ທີ່​ທຳ​ນຽບ​ຂາວ ນັບ​ແຕ່​ທ່ານ​ໄດ້​ຖືກກວດ​ໂຄວິດ​ມີ​ຜົນ​ເປັນ​ບວກ ເມື່ອ​ວັນ​ພະ​ຫັດ​ຜ່ານ​ມາ.

​ດ​ຣ. ເຄວິນ ໂອ​ຄອນ​ເນີ ໄດ້​ກ່າວ​ ໃນ​ບັນ​ທຶກ​ສະ​ບັບ​ນຶ່ງວ່າ ທ່ານໄບ​ເດັນ​ ຍັງ​ມີ “​ອາ​ການ​ຕັນ​ດັງ​ແລະແຫບ​ຄໍ​ພຽງ​ເລັກ​ນ້ອຍ.”

ທ່ານ​ກ່າວ​ວ່າ ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ທີ່​ໄດ້​ສັກ​ຢາ​ວັກ​ຊີນຢ່າງ​ຄົບ​ຖ້ວນ ແລະ​ສັກ​ຢາ​ບູ​ສ​ເຕີ້​ອີກ​ສອງ​ເຂັມ​ນັ້ນ ບໍ່ໄດ້​ມີ​ອາ​ການ​ຫາຍ​ໃຈ​ຝືດ ແລະ “ມີການ​ສະ​ໜອງ​ຕອບ​ຕໍ່​ການ​ປິ່ນ​ປົວ​ດັ່ງ​ທີ່​ຄາດ​ໝາຍ​ໄວ້.”

ປະ​ທາ​ນາ​ທິ​ບໍ​ດີ​ໄດ້ເລີ້ມ​ກິນ​ຢາຕໍ່​ຕ້ານ​ເຊື້ອ​ໄວ​ຣັ​ສ Paxlovid ​ເພື່ອ​ເປັນ​ການ​ປິ່ນ​ປົວ​ ແລະ​ຍັງ​ໄດ້​ກິນ​ຢາ​ອາ​ສ​ປິ​ຣິນ ໃນ​ປະ​ລິ​ມານ​ນ້ອຍໆ ເພື່ອ​ບໍ່​ໃຫ້​ເລືອດ​ແຂ້ນ.

ພວກ​ເຈົ້າ​ໜ້າ​ທີ່​ການ​ແພດ​ເຊື່ອ​ວ່າ ເຊື້ອ BA.5 ຂອງ​ສາຍ​ພັນ​ໂອ​ໄມ​ຄ​ຣອນ​ແມ່ນ​ເປັນ​ສາ​ເຫດ​ທີ່​ເຮັດ​ໃຫ້​ທ່ານ​ໄບ​ເດັນ​ມີ​ອາ​ການ​ເຊັ່ນ​ນັ້ນ. ດ​ຣ. ອາ​ຊິ​ສ ຈາ, ຜູ້​ປະ​ສານ​ງານໃນການ​ຮັບ​ມື​ກັບ​ເຊື້ອ​ໄວ​ຣັ​ສ ໂຄວິດ-19 ຂອງ​ທຳ​ນຽບ​ຂາວ ກ່າວ​ວ່າ ເຊື້ອ BA.5 ຂອງ​ສາຍ​ພັນ​ໂອ​ໄມ​ຄ​ຣອນ ປະ​ກອບ​ເປັນ 75 ຫາ 80 ເປີ​ເຊັນ​ຂອງຈຳ​ນວນ​ກໍ​ລະ​ນີ​ໂຄວິດ-19 ຢູ່​ໃນ​ສະ​ຫະ​ລັດ​ເວ​ລານີ້.

ທ່ານ​ໄບ​ເດັນ ​ໄດ້​ຍົກ​ເລີກ​ແຜນ​ການ​ຕ່າງໆ​ຂອງ​ທ່ານ ​ໃນ​ອາ​ທິດນີ້ ຮວມ​ທັງ​ການ​ເດີນ​ທາງ​ໄປ​ລັດ​ຟ​ລໍ​ຣິ​ດາ. ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ຈະ​ສືບ​ຕໍ່​ເຮັດ​ວຽກ ແລະ​ເຂົ້າ
ຮ່ວມ​ພິ​ທີ​ຕ່າງໆ​ທາງ​ອອນ​ລາຍ​ນ໌ ຈົນ​ເທົ່າ​ທ່ານ​ສິ້ນ​ສຸດ ​ການ​ຖືກ​ແຍກ​ຕົວ​ໂດຍ​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ຂອງ​ສະ​ຫະ​ລັດ.

ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ຈິ​ລ ໄບ​ເດັນ ໄດ້​ກວດ​ໂຄວິດ-19 ມີ​ຜົນ​ເປັນ​ລົບ​ໃນ​ວັນ​ຈັນ​ວານນີ້ ແລະ​ພັກ​ຢູ່​ທີ່​ບ້ານ​ຂອງ​ເພິ່ນໃນ​ລັດ​ເດ​ລາ​ແວ ໄປ​ຈົນ​ກວ່າ​ຈະ​ຮັບ​ຄຳ​ສັ່ງ​ໃຫ້​ມີ​ການ​ປ່ຽນ​ແປງ. ສ່ວນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ​ກໍ​
ກວດ​ໂຄວິດ-19 ​ມີ​ຜົນ​ເປັນ​ລົບ​ເຊັ່ນ​ກັນໃນ​ວັນ​ຈັນ​ວານນີ້ແລະ​ໄດ້​ຮັບ​ອະ​ນຸ​ຍາດ
ໃຫ້​ເດີນ​ທາງ​ໄປ​ລັດ​ອິນ​ດຽນ​ນາ​ໄດ້ ເພື່ອ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ກ່ຽວ​ກັບ​ການ​ຮີດ​ລູກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG