ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ພະຍາຍາມໃຫ້ທ່ານໄບເດັນ ຢູ່ຫ່າງຈາກການດຳເນີນຄະດີຟ້ອງຮ້ອງ ທ່ານທຣໍາ


ປະທານາທິບໍດີໂຈ ໄບເດັນ ພ້ອມດ້ວຍຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ແລະລັດຖະມົນຕີການເງິນ ທ່ານນາງແຈແນັດ ແຢລລັນ ປະຊຸມກັນ ທີ່ທຳນຽບຂາວ ວັນທີ 9 ກຸມພາ 2021.
ປະທານາທິບໍດີໂຈ ໄບເດັນ ພ້ອມດ້ວຍຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ແລະລັດຖະມົນຕີການເງິນ ທ່ານນາງແຈແນັດ ແຢລລັນ ປະຊຸມກັນ ທີ່ທຳນຽບຂາວ ວັນທີ 9 ກຸມພາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວວ່າ ໃນຂະນະທີ່ການຟ້ອງ ຮ້ອງດຳເນີນ
ຄະດີ ຜູ້ເຂົ້າຮັບຕຳແໜ່ງກ່ອນທ່ານ ພວມມີຂຶ້ນຢູ່ໃນສະພາສູງນັ້ນ ທ່ານຈະເນັ້ນໜັກໃສ່
ການບັນເທົາຄວາມທຸກທໍລະມານຈາກການແຜ່ລະບາດໄວ ຣັສໂຄໂຣນາໃຫ້ໜ້ອຍລົງ.

ປະທານາທິບໍດີໄບເດັນ ໄດ້ຕອບຄຳຖາມ ເວລາບັນດານັກຂ່າວໄດ້ຖາມທ່ານໃນ ວັນອັງ
ຄານວານນີ້ຢູ່ທີ່ທຳນນຽງຂາວວ່າທ່ານເບິ່ງການດຳເນີນຄະດີບໍ ທ່ານຕອບ ວ່າ “ຂ້າພະ
ເຈົ້າບໍ່ໄດ້ເບິ່ງ. ພວກເຮົາມີຜູ້ເສຍຊີວິດໄປແລ້ວ 450,000 ຄົນແລະ ພວກເຮົາອາດຈະ
ເສຍຊີວິດຕື່ມອີກ ຖ້າຫາກພວກເຮົາບໍ່ໄດ້ດຳເນີນການແລະດຳເນີນການ ຢ່າງເດັດດ່ຽວ
ແລະໂດຍໄວ. ພວກເດັກນ້ອຍຫຼາຍຄົນຈະພາກັນໄປນອນດ້ວຍຄວາມໂຫຍຫີວ. ຫຼາຍໆຄອບຄົວຈະບໍ່ມີຄວາມໝັ້ນຄົງ ທາງດ້ານອາຫານ. ເຂົາເຈົ້າກຳລັງມີບັນຫາ. ນັ້ນແມ່ນວຽກ
ຂອງຂ້າພະເຈົ້າ. ສະພາສູງມີວຽກຂອງເຂົາເຈົ້າ ແລະເຂົາເຈົ້າກຳລັງຈະເລີ້ມມັນ ແລະຂ້າ
ພະເຈົ້າມີຄວາມແນ່ນອນວ່າ ເຂົາ ເຈົ້າຈະພາກັນປະຕິບັດໜ້າທີ່ເຂົາເຈົ້າເປັນຢ່າງດີ.”

ປະທານາທິບໍດີໄບເດັນ ກ່າວວ່າ ທ່ານຈະບໍ່ກ່າວເພີ້ມເຕີມຫຍັງອີກຕໍ່ໄປກ່ຽວກັບ ການ
ຟ້ອງຮ້ອງ ຂອງອະດີດປະທານາທິບໍດີດໍໂນລ ທຣໍາ ຜູ້ທີ່ທ່ານໄບເດັນໄດ້ ຊະນະ ໃນການ
ເລືອກຕັ້ງເມື່ອເດືອນພະຈິກປີກາຍ.

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ເວລາມີການຖາມກ່ອນໜ້ານີ້ຂອງບັນດານັກ
ຂ່າວ ກ່ຽວກັບການດຳເນີນຄະດີຄັ້ງປະຫວັດສາດ ຊຶ່ງໄດ້ເລີ້ມຂຶ້ນໃນ ວັນອັງຄານວານນີ້
ຊຶ່ງທ່ານນາງຕອບວ່າ “ທ່ານບໍ່ແມ່ນນັກປາດ. ທ່ານຈະບໍ່ລະ ບາຍແນວຄິດໂຕ້ຖຽງກັນ
ໄປມາ ຫຼືເບິ່ງພວກເຂົາ.”

ທ່ານນາງຊາກີ ຍັງໄດ້ຖືກຖາມວ່າ ທ່ານໄບເດັນເປັນຢ່າງໃດ ໃນນາມຜູ້ກຳໜ້າທີ່ໃນປັດ
ຈຸບັນ ບໍ່ສາມາດຊັ່ງຊາໄດ້ກ່ຽວກັບວ່າ ຖືກຕ້ອງຕາມລັດຖະທໍາມະນູນ ຫຼືບໍ່ທີ່ສະພາສູງຈະ
ດຳເນີນຄະດີອະດີດປະທານາທິບໍດີ ແລະອາດເຮັດໃຫ້ເປັນ ອັນຕະລາຍແບບທີ່ບໍ່ເຄີຍມາ
ມາກ່ອນຫຼືບໍ່ຕໍ່ການເປັນປະທານາທິບໍດີ.

ໂຄສົກທຳນຽບຂາວບໍ່ໄດ້ໃຫ້ຄຳຕອບໂດຍກົງ.

ທ່ານນາງໄດ້ກ່າວລະຫວ່າງການຖະແຫຼງຂ່າວຕໍ່ສື່ມວນຊົນປະຈຳວັນຢູ່ທຳນຽບຂາວວ່າ
“ທ່ານຈະລໍຖ້າສະພາສູງ ເພື່ອພິຈາລະນາຜົນອອກມາຂອງເລື້ອງນີ້. ທ່ານເຫັນວ່າ ໜ້າທີ່
ຂອງທ່ານປັດຈຸບັນຄວນເພັ່ງເລັງໃສ່ແກ້ໄຂຄວາມຕ້ອງການ ຂອງປະຊາຊົນອາເມຣິກັນ
ເຮັດໃຫ້ຄົນກັບຄືນໄປເຮັດວຽກ ແກ້ໄຂການແຜ່ລະ ບາດ.”

ທຳນຽບຂາວກຳລັງຊອກຫາທາງເພື່ອວາດພາບໃຫ້ເຫັນວ່າ ປະທານາທິບໍດີ ໄດ້ເພັ່ງເລັງ
ໃສ່ບັນຫາຕ່າງໆ ໃນຂະນະທີ່ການຟ້ອງຮ້ອງດຳເນີນຄະດີເກີດຂຶ້ນຢູ່ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG