ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ປະຕິເສດ ຕໍ່ລາຍງານ ໝາຍຮຽກສານ ໃຫ້ມອບເອກກະສານ ການເງິນ ຂອງ ປ. ທຣຳ


ໂຄສົກ ປະຈຳທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ້ ແຊນເດີ້ ຮັບຟັງຄຳຖາມ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ,ວັນທີ 5 ທັນວາ 2017.
ໂຄສົກ ປະຈຳທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ້ ແຊນເດີ້ ຮັບຟັງຄຳຖາມ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ,ວັນທີ 5 ທັນວາ 2017.

ທຳນຽບຂາວ ໃນວັນອັງຄານວານນີ້ ໄດ້ປະຕິເສດຢ່າງແຂງຂັນ ທີ່ວ່າ ໄອຍະການພິເສດ
ທີ່ກຳລັງກວດສອບເບິ່ງ ການແຊກແຊງເຂົ້າໃນການເລືອກຕັ້ງເມື່ອປີກາຍນີ້ ໄດ້ຂໍຮ້ອງ
ໃຫ້ທະນາຄານເຢຍຣະມັນແຫ່ງນຶ່ງ ມອບເອກກະສານ ທີ່ກ່ຽວຂ້ອງກັບບັນຊີ ທີ່ທ່ານ
ດໍໂນລ ທຣຳ ແລະ ບັນດາສະມາຊິກ ໃນຄອບຄົວຂອງທ່ານມີຢູ່ນັ້ນ.

“ພວກເຮົາໄດ້ຢັ້ງຢືນ ກ່ຽວກັບເລື່ອງນີ້ ກັບທະນາຄານ ແລະ ແຫລ່ງຂ່າວອື່ນໆ”
ອັນນັ້ນ ບໍ່ແມ່ນຄວາມຈິງ ໂຄສົກທຳນຽບຂາວ ທ່ານນາງ ຊາຣາ ຮັກກະບີ້ ແຊນເດີ້
ໄດ້ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ປະຈຳວັນ. ທ່ານ
ນາງ ກ່າວຕື່ມວ່າ “ຂ້າພະເຈົ້າ ຄິດວ່າ ອັນນີ້ ເປັນຕົວຢ່າງອີກອັນນຶ່ງ ຂອງສື່ມວນຊົນ
ທີ່ລ່ວງລ້ຳເຂົ້າໄປໄກເກີນໂພດ ໄວເກີນໄປ ແລະ ພວກເຮົາບໍ່ເຫັນວ່າ ມັນຈະໄປ ໃນ
ທິດທາງນັ້ນເລີຍ.”

ທ່ານເຈ ເສກຄູໂລ, ນຶ່ງໃນທະນາຄວາມ ຂອງປະທານາທິບໍດີ ທຣຳ ກ່າວວ່າ ທ່ານທຣຳ ບໍ່ໄດ້ຢູ່ພາຍໃຕ້ການສືບສວນສອບສວນ.
ທ່ານເຈ ເສກຄູໂລ, ນຶ່ງໃນທະນາຄວາມ ຂອງປະທານາທິບໍດີ ທຣຳ ກ່າວວ່າ ທ່ານທຣຳ ບໍ່ໄດ້ຢູ່ພາຍໃຕ້ການສືບສວນສອບສວນ.

ທ່ານ ເຈ ເສີຄູໂລ ສະມາຊິກຂອງທິມງານ ທາງດ້ານກົດໝາຍ ຂອງປະທາທິບໍດີ ທຣຳ
ໄດ້ອອກຖະແຫລງການສະບັບນຶ່ງ ທີ່ວ່າ “ບໍ່ມີ ໝາຍຮຽກຂອງສານ ແຈ້ງອອກມາ ຫຼື
ໄດ້ຮັບຈາກສານ.”

ເຖິງຢ່າງໃດກໍຕາມ ທະນາຄານ ເຢຍຣະມັນ ຫຼື Deutsch Bank ປາກົດວ່າ ໄດ້ຮັບຮູ້
ເຖິງຄຳຮ້ອງຂໍ ທີ່ກ່ຽວຂ້ອງນັ້ນ ໂດຍກ່າວວ່າ ຕົນ “ຖືເອົາພັນທະທາງດ້ານກົດໝາຍ
ຢ່າງເອົາຈິງເອົາຈັງ ແລະ ຍັງມີຄວາມໝັ້ນໝາຍທີ່ຈະໃຫ້ການຮ່ວມໄມ້ຮ່ວມມື
ກັບການສືບສວນສອບສວນ ກ່ຽວກັບເລື່ອງນີ້ ຂອງທາງການ.”

ຮູບປັ້ນຢືນຢູ່ຕໍ່ໜ້າ ສັນຍາລັກ ທະນາຄານ ຂອງເຢຍຣະມັນ ຫຼື Deutsche Bank ຢູ່ໃນນະຄອນ ຟຣັງເຟີດ໌, ເຢຍຣະມັນ, ວັນທີ 30 ກັນຍາ 2016.
ຮູບປັ້ນຢືນຢູ່ຕໍ່ໜ້າ ສັນຍາລັກ ທະນາຄານ ຂອງເຢຍຣະມັນ ຫຼື Deutsche Bank ຢູ່ໃນນະຄອນ ຟຣັງເຟີດ໌, ເຢຍຣະມັນ, ວັນທີ 30 ກັນຍາ 2016.

ທະນາຄານດັ່ງກ່າວ ໄດ້ຮັບໝາຍຮຽກຂອງສານ ຈາກໄອຍະການພິິເສດ ທ່ານ
ໂຣເບີດ ມອລເລີ ເມື່ອສອງສາມສັບປະດາຜ່ານມານີ້ ເພື່ອໃຫ້ສະໜອງຂໍ້ມູນ ກ່ຽວກັບ
ທຸລະກຳບາງຢ່າງ ແລະ ເອກກະສານສຳຄັນຈຳນວນນຶ່ງ ກໍໄດ້ຖືກມອບໄປແລ້ວ
ອີງຕາມ ໜັງສືພິມດ້ານການເງິນຂອງເຢຍຣະມັນ ຮັນແດລສບລາດ (Handelsblatt).

ລາຍລະອຽດຕ່າງໆ ແບບດຽວກັນນີ້ ຍັງໄດ້ມີການລາຍງານ ເມື່ອວັນອັງຄານວານນີ້
ໂດຍອົງການຂ່າວ ບລູມເບີກ ແລະ ຣອຍເຕີ້ ພ້ອມກັນກັບວາລະສານ ວອລສຕຣີດ.

ອີງຕາມ ໜັງສືພິມ ຟາຍແນນໂຊລ ໄທມ໌ ແລ້ວ ທະນາຄານ ເຢຍຣະມັນ ໄດ້ເລີ້ມສົ່ງ
ຂໍມູນກ່ຽວກັບ ທຸລະກິດຕ່າງໆຂອງຕົນ ກັບທ່ານທຣຳ ໃຫ້ແກ່ ບັນດານັກສືບສວນ
ຂອງສະຫະລັດ.

ບຸກຄົນຜູ້ນຶ່ງ ທີ່ຮູ້ຈັກເລື່ອງດີ ກ່ຽວກັບ ການເຄື່ອນໄຫວຂອງທະນາຄານ ໄດ້ບອກ
ໜັງສືພິມ ວ່າ ອັນນີ້ ໄດ້ເລີ່ມຕົ້ນຂຶ້ນ ເມື່ອສອງສາມສັບປະດາຜ່ານມານີ້.

ບຸກຄົນຜູ້ທີສອງ ທີ່ຮູ້ຈັກໂດຍກົງ ກ່ຽວກັບໝາຍຮຽກຂອງສານ ໄດ້ກ່າວວ່າ “ທະນາ
ຄານ ເຢຍຣະມັນ ບໍ່ສາມາດມອບຂໍ້ມູນກ່ຽວກັບລູກຄ້າ ໂດຍປາດສະຈາກ ໝາຍ ຮຽກຂອງສານ. ມັນຈະເປັນປະໂຫຍດ ຖ້າສັ່ງໃຫ້ເຮັດເຊັ່ນນັ້ນ” ອີງຕາມໜັງສືພິມ.”

ໝາຍຮຽກຂອງສານ ແມ່ນກ່ຽວຂອງກັບ “ພວກຄົນ ຫຼື ອົງການທັງຫຼາຍ ທີ່ພົວພັນ
ກັບປະທານາທິບໍດີ ດໍໂນລ ທຣຳ ອີງຕາມ ບຸກຄົນທີ່ໄດ້ຮັບຂໍ້ມູນ ກ່ຽວກັບເລື່ອງນີ້”

ດັ່ງທີ່ ວາລະສານ ວອລສຕຣີດ ໄດ້ລາຍງານໄປ ໃນບົດລາຍງານທີ່ໄດ້ຮັບຂໍ້ມູນໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG