ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທໍານຽບຂາວ ແລະພວກເດໂມແຄຣັດ ຖົກຖຽງ ກັນກ່ຽວກັບດໍາລັດຂອງ ປ. ທຣໍາ ໃນການໃຫ້ ເງິນຊ່ວຍເຫລືອ ເລື້ອງໄວຣັສໂຄໂຣນາ 


ທ່ານນາງ ແນນຊີ ເພໂລຊີ, ຜູ້ນໍາສະພາຕໍ່າແລະຜູ້ນໍາພັກເດໂມແຄຣັດໃນສະພາສູງ, ທ່ານ ຈຊັກ ຊູມເມີ ກ່າວຕໍ່ ພວກນັກຂ່າວ ພາຍຫລັງທີ່ໄດ້ມີການປະຊຸມກັບທ່ານ Steven Mnuchin, ລັດຖະມົນຕີກະຊວງການເງິນ ແລະທ່ານ Mark Meadows,ຫົວໜ້າທີ່ປຶກສາຂອງທໍານຽບຂາວ, ວັນທີ 7 ສິງຫາ, 2020
ທ່ານນາງ ແນນຊີ ເພໂລຊີ, ຜູ້ນໍາສະພາຕໍ່າແລະຜູ້ນໍາພັກເດໂມແຄຣັດໃນສະພາສູງ, ທ່ານ ຈຊັກ ຊູມເມີ ກ່າວຕໍ່ ພວກນັກຂ່າວ ພາຍຫລັງທີ່ໄດ້ມີການປະຊຸມກັບທ່ານ Steven Mnuchin, ລັດຖະມົນຕີກະຊວງການເງິນ ແລະທ່ານ Mark Meadows,ຫົວໜ້າທີ່ປຶກສາຂອງທໍານຽບຂາວ, ວັນທີ 7 ສິງຫາ, 2020

ທໍານຽບຂາວ ແລະບັນດາສະມາຊິກລັດຖະສະພາສັງກັດພັກເດໂມແຄຣັດຂັ້ນສູງ ໄດ້ຖົກຖຽງກັນກ່ຽວກັບດໍາລັດຂອງປະທານາທິບໍດີດໍໂນລ ທຣໍາ ຂອງສະຫະລັດ ໃນວັນອາທິດວານນີ້ ເພື່ອຕໍ່ເວລາຂອງເງິນໃຫ້ຊ່ວຍເຫລືອ ແກ່ຜູ້ອອກແຮງງານ ຊາວອາເມຣິກັນຫລາຍ 10 ລ້ານຄົນ ທີ່ປ່ອຍໃຫ້ຕົກງານຍ້ອນການລະບາດຢ່າງໜັກຂອງໄວຣັສໂຄໂຣນາແລະເລື່ອນເວລາໃນການຈ່າຍພາສີໃຫ້ແກ່ຜູ້ອອກແຮງງານຈຳນວນນຶ່ງ.

ຢູ່ໃນການໃຫ້ສໍາພາດຕໍ່ລາຍການໂທລະພາບ “Fox News Sunday” ຫລື “ຂ່າວວັນອາທິດຂອງຟອກສ໌” ນັ້ນປະທານສະພາຕໍ່າ, ທ່ານນາງ ແນນຊີ ເພໂລຊີ, ຜູ້ນໍາສະພາຕໍ່າທີ່ຄວບຄຸມໂດຍພັກເດໂມແຄຣັດ ເອີ້ນການກະທໍາຂອງທ່ານ ທຣໍາວ່າ “ຂັດສົນ, ອ່ອນແອ, ບໍ່ຖືກຕ້ອງຕາມລັດຖະທໍາມະນູນ”

ທ່ານນາງເວົ້າວ່າ “ມັນຈະໃຊ້ເວລາໄລຍະນຶ່ງກ່ອນຈະເອົາເງິນໄປໃສ່ຖົງເສື້ອ ຂອງຊາວອາເມຣິກັນໄດ້” ແລະອີກເທື່ອນຶ່ງ ໄດ້ຮຽກຮ້ອງໃຫ້ທໍານຽບຂາວຈົ່ງ “ຕົກລົງກັນແບບເຄິ່ງຕໍ່ເຄິ່ງ” ໃນການຈ່າຍເງິນເພື່ອຊ່ວຍເຫລືອແກ່ຜູ້ອອກແຮງງານຫລາຍກວ່າ 30 ລ້ານຄົນທີ່ຍັງຫວ່າງງານຢູ່ ແລະລັດຖະບານຂອງ ລັດແລະເມືອງຕ່າງໆ ທີ່ຍັງຕ້ອງການ ການຊ່ວຍເຫລືອເພີ້ມອີກຢູ່.

ລັດຖະມົນຕີກະຊວງການເງິນ, ທ່ານ ສຕີບເວັນ ມນຸຈຊິນ ກ່າວວ່າ ດໍາລັດຂອງ ທ່ານທຣໍາ ໃນວັນເສົາຜ່ານມານັ້ນ ບໍ່ແມ່ນ “ທາງເລືອກອັນທໍາອິດ” ຂອງເພິ່ນ ແຕ່ກໍໄດ້ຕໍາໜິທ່ານນາງ ເພໂລຊີແລະຜູ້ນໍາພັກເດໂມແຄຣັດໃນສະພາສູງ, ທ່ານ ຈຊັກ ຊູມເມີ ທີ່ໄດ້ເຮັດໃຫ້ການເຈລະຈາກັນທີ່ມີມາສອງອາທິດກ່ຽວກັບຊຸດເງິນ ຊ່ວຍເຫລືອໃນເລື້ອງໄວຣັສໂຄໂຣນານັ້ນແຕກຫັກລົງ.

ທ່ານມນຸຈຊິນເວົ້າວ່າ “ຂ້າພະເຈົ້າໄດ້ບອກພວກເຂົາເຈົ້າແລ້ວວ່າ ເມື່ອໃດກໍຕາມ ເຂົາເຈົ້າຫາກມີຂໍ້ສະເໜີ ຂ້າພະເຈົ້າຍິນດີທີ່ຈະໂອ້ລົມນໍາ.” ທ່ານກ່າວວ່າ ທໍາ ນຽບຂາວຍິນດີທີ່ຈະສະໜອງການຊ່ວຍເຫລືອເພີ້ມອີກ ໃຫ້ແກ່ລັດຖະບານຂັ້ນ ລັດ ແລະ ຂັ້ນທ້ອງຖິ່ນ “ແຕ່ວ່າ ບໍ່ແມ່ນໃນຈໍານວນເປັນຕື້ໂດລາ“ ທີ່ພວກເດ ໂມແຄຣັດ ກໍາລັງ ຫາທາງເອົາໃຫ້.

ໃນການກ່າວຢູ່ໃນລາຍການໂທລະພາບ “This Week” ຂອງອົງການຂ່າວເອ ບີຊີ (ABC) ນັ້ນ ທ່ານຊູມເມີ ພັນລະນາເຖິງດໍາລັດຂອງທ່ານທຣໍາວ່າເປັນການ ແກ້ໄຂບັນຫາທີ່ “ບໍ່ສໍາຄັນ”, “ໃຊ້ການບໍ່ໄດ້”, “ອ່ອນ” ແລະ “ຄັບແຄບຫຼາຍ ເກີນໄປໂພດ” ເພື່ອຊ່ວຍເສດຖະກິດທີ່ຊຸດໂຊມລົງຂອງສະຫະລັດ ແລະຄວາມ ຕ້ອງການຂອງຜູ້ອອກແຮງງານຊາວອາເມຣິກັນຫລາຍລ້ານຄົນ ທີ່ຂາດວຽກເຮັດ ງານທໍາ.

ທ່ານຊຸມເມີກ່າວອີກວ່າ “ສິ່ງທີ່ທ່ານທຣໍາເຮັດ ກໍມີແຕ່ຢູ່ໃນງານຢູ່ໃນສະໂມສອນ ລູກທຸ້ງນັ້ນ-- ການສະແດງອັນຍິ່ງໃຫຍ່ເທົ່ານັ້ນຫລະ ແຕ່ວ່າມັນກໍບໍ່ໄດ້ເຮັດຫຍັງ ໄດ້ເລີຍ.” ທ່ານເວົ້າຕໍ່ໄປວ່າ “ຖ້າຫາກປະຊາຊົນອາເມຣິກັນອ່ານເບິ່ງດໍາລັດ ແລ້ວ ພວກເຂົາເຈົ້າກໍຈະເຫັນໄດ້ວ່າ ດໍາລັດເຫລົ່ານັ້ນ ບໍ່ໃກ້ກັບສິ່ງທີ່ຈະໃຊ້ ການໄດ້ເລີຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG