ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຳນຽບຂາວ ກັບພັກເດໂມແຄຣັດ ຍັງຕົກລົງກັນບໍ່ໄດ້ ກ່ຽວກັບ ຂໍ້ຕົກລົງການຊ່ວຍເຫຼືອ ໄວຣັສໂຄໂຣນາ


ລັດຖະມົນຕີກະຊວງການເງິນ ທ່ານ ສຕີເວັນ ມະນູຊິນ, ກາງ, ແລະ ຜູ້ອຳນວຍການບັນຫາກົດໝາຍນິຕິບັນຍັດ ທ່ານ ເອຣິກ ຢູແລນ, ຊ້າຍ, ຍ່າງໄປປະຊຸມກັບຜູ້ນຳສຽງສ່ວນນ້ອຍສະພາສູງ ທ່ານ ຈັກ ຊູເມີ ຈາກລັດ ນິວຢອກ, ໃນຫ້ອງການຂອງທ່ານທີ່ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 23 ມີນາ, 2020.
ລັດຖະມົນຕີກະຊວງການເງິນ ທ່ານ ສຕີເວັນ ມະນູຊິນ, ກາງ, ແລະ ຜູ້ອຳນວຍການບັນຫາກົດໝາຍນິຕິບັນຍັດ ທ່ານ ເອຣິກ ຢູແລນ, ຊ້າຍ, ຍ່າງໄປປະຊຸມກັບຜູ້ນຳສຽງສ່ວນນ້ອຍສະພາສູງ ທ່ານ ຈັກ ຊູເມີ ຈາກລັດ ນິວຢອກ, ໃນຫ້ອງການຂອງທ່ານທີ່ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 23 ມີນາ, 2020.

ບັນດາເຈົ້າໜ້າທີ່ທຳນຽບຂາວ ແລະ ສະມາຊິກລະດັບສູງລັດຖະສະພາສັງກັດ ພັກເດໂມແຄຣັດ ມີກຳນົດທີ່ຈະສືບຕໍ່ການປຶກສາຫາລືຂອງເຂົາເຈົ້າໃນວັນຈັນມື້ນີ້ ກ່ຽວກັບ ໂຄງການຊ່ວຍເຫຼືອໄວຣັສ ໂຄໂຣນາໃໝ່, ລວມມີການຊ່ວຍເຫຼືອປະຊາ ຊົນຫຼາຍລ້ານຄົນຜູ້ທີ່ບໍ່ມີວຽກເຮັດງານທຳ.

ການເຈລະຈາດັ່ງກ່າວມີຂຶ້ນຫຼາຍວັນ ຫຼັງຈາກການຊ່ວຍເຫຼືອຄົນຫວ່າງງານລັດ ຖະບານກາງ 600 ໂດລາຕໍ່ອາທິດໄດ້ໝົດອາຍຸລົງ ທີ່ໄດ້ເປັນສ່ວນນຶ່ງຂອງ ຄວາມພະຍາຍາມຊ່ວຍເຫຼືອໄວຣັສໂຄໂຣນາກ່ອນໜ້ານີ້.

ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ, ຜູ້ນຳສະພາສູງສັກກັດພັກເດ ໂມແຄຣັດ ທ່ານ ຈັກ ຊູເມີ, ລັດຖະມົນຕີກະຊວງການເງິນ ທ່ານ ສຕີຟ ມະນູຊິນ ແລະ ທີ່ປຶກສາທຳນຽບຂາວທ່ານ ມາກ ເມໂດສ໌ ໄດ້ພົບປະກັນໃນ ວັນອາທິດວານນີ້ ເພື່ອພະຍາຍາມທີ່ຈະແກ້ໄຂທາງຕັນທີ່ໄດ້ເກີດຂຶ້ນລະ ຫວ່າງ ພັກເດໂມແຄຣັດ ກັບພັກຣີພັບບລີກັນ ກ່ຽວກັບ ເວລາ ແລະ ຂະໜາດຂອງ ການຊ່ວຍເຫຼືອຄົນຫວ່າງານນັ້ນ, ໃນຂະນະທີ່ປະເທດກຳລັງຮັບມືກັບການຕິດ ເຊື້ອໄວຣັສໂຄໂຣນາເພີ່ມຂຶ້ນ ທີ່ໄດ້ເລີ່ມຕົ້ນໃນເດືອນມິຖຸນາທີ່ຜ່ານມາ.

ທ່ານນາງ ເພໂລຊີ ແລະ ສະມາຊິກພັກເດໂມແຄຣັດຄົນອື່ນໆໄດ້ຕໍ່ເວລາການ ຊ່ວຍເຫຼືອດັ່ງກ່າວໄປຈົນຮອດທ້າຍປີ 2020, ໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ແລະ ລັດຖະບານຂອງທ່ານໃນເບື້ອງຕົ້ນ ຢາກຕັດການຊ່ວຍເຫຼືອ ເພີ່ມເຕີມເປັນ 200 ໂດລາຕໍ່ອາທິດ ໃນຂະນະທີ່ກຳລັງເຮັດວຽກ ກ່ຽວກັບ ໂຄງການນຶ່ງທີ່ຈະກຳນົດການຊ່ວຍເຫຼືອ 70 ເປີເຊັນຂອງສິ່ງທີ່ກຳມະກອນຄົນ ນຶ່ງຈະຖືກຈ່າຍເງິນໃຫ້ ກ່ອນຖືກປົດອອກຈາກວຽກ.

ທ່ານ ເມໂດສ ໄດ້ກ່າວຕໍ່ລາຍການຂ່າວ Face the Nation ຂອງໂທລະ ພາບ CBS ໃນວັນອາທິດວານນີ້ວ່າ, “ພວກເຮົາຍັງຕ້ອງໄດ້ເຮັດອີກຫຼາຍຢ່າງ. ຂ້າພະເຈົ້າບໍ່ໄດ້ຄິດໃນແງ່ບວກທີ່ວ່າມັນຈະມີຂໍ້ແກ້ໄຂໃນໄລຍະອັນໃກ້ນີ້.”

ການບໍ່ເຫັນພ້ອມກັນລະຫວ່າງທ່ານນາງ ເພໂລຊີ ກັບທ່ານ ມະນູຊິນ ປາກົດ ວ່າໄດ້ກາຍເປັນລາຍ ການສຳພາດທາງຂອງໂທລະພາບ ABC.

ທ່ານນາງ ເພໂລຊີ ກ່າວວ່າ “ນີ້ແມ່ນກ່ຽວກັບ ການເຮັດໃຫ້ປະຊາຊົນຢູ່ຫ່າງ ຈາກຄວາມທຸກຍາກຢ່າງລົ້ນເຫຼືອ.”

ທ່ານນາງກ່າວວ່າ “ເງິນ 600 ໂດລາແມ່ນສຳຄັນຫຼາຍ. ນີ້ແມ່ນ ກ່ຽວກັບ ການຊ່ວຍເຫຼືອພວກກຳມະ ກອນກ່ອນໝູ່, ການເອົາເງິນເຂົ້າຖົງຂອງກຳມະກອນ ອາເມຣິກັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG