ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາສູງ ຊັກຖາມ ລມຕ ພອມພຽວ ລາຍລະອຽດ ກ່ຽວກັບກອງປະຊຸມ ສຸດຍອດ ລະຫວ່າງ ປ. ທຣຳ ກັບ ປ. ປູຕິນ


ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ທີ່ປາກົດໂຕຊ້ອງໜ້າ ຄະນະກຳມະການ ພົວພັນ
ຕ່າງປະເທດ ຂອງສະພາສູງ ໃນຂະນະທີ່ ບັນດາສະມາຊິກ ສະພາສູງ ຮຽກຮ້ອງເອົາ ລາຍລະອຽດສະເພາະເຈາະຈົງ ຈາກທ່ານ ກ່ຽວກັບ ການພົບປະກັນ ລະຫວ່າງ ປ. ດໍໂນລ ທຣຳ ກັບ ຜູ້ນຳ ຣັດເຊຍ ທ. ວລາດີເມຍ ປູຕິນ ຢູ່ທີ່ກອງປະຊຸມສຸດ
ຍອດ ໃນແຮລຊິງກີ ເມື່ອສັບປະດາແລ້ວນີ້, ຢູ່ທີ່ລັດຖະສະພາ ໃນວໍຊິງຕັນ, ວັນທີ 25 ກໍລະກົດ 2018.
ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ທີ່ປາກົດໂຕຊ້ອງໜ້າ ຄະນະກຳມະການ ພົວພັນ ຕ່າງປະເທດ ຂອງສະພາສູງ ໃນຂະນະທີ່ ບັນດາສະມາຊິກ ສະພາສູງ ຮຽກຮ້ອງເອົາ ລາຍລະອຽດສະເພາະເຈາະຈົງ ຈາກທ່ານ ກ່ຽວກັບ ການພົບປະກັນ ລະຫວ່າງ ປ. ດໍໂນລ ທຣຳ ກັບ ຜູ້ນຳ ຣັດເຊຍ ທ. ວລາດີເມຍ ປູຕິນ ຢູ່ທີ່ກອງປະຊຸມສຸດ ຍອດ ໃນແຮລຊິງກີ ເມື່ອສັບປະດາແລ້ວນີ້, ຢູ່ທີ່ລັດຖະສະພາ ໃນວໍຊິງຕັນ, ວັນທີ 25 ກໍລະກົດ 2018.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ຖືກກົດດັນ ຈາກ
ບັນດາ ສະມາຊິກສະພາ ທັງ ພັກຣີພັບຣີພັບບລີກັນ ແລະພັກເດໂມແຄຣັດ ໃນການ
ອອກມາປົກປ້ອງນະໂຍບາຍການຕ່າງປະເທດ ຂອງປະທານາທິ ບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ໂດຍທີ່ ສະມາຊິກສະພາສູງຫຼາຍທ່ານ ໄດ້ຊັກຖາມທ່ານລັດຖະມົນຕີຊ້ຳ
ແລ້ວຊ້ຳອີກວ່າ ແມ່ນຫຍັງເກີດຂຶ້ນໃນລະຫວ່າງ ການພົບປະກັນແບບສອງຕໍ່ສອງ
ຂອງທ່ານ ທຣຳ ກັບ ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ນັ້ນ. ການຮັບຟັງຄຳໃຫ້ການ ກ່ຽວກັບ ຄວາມໝັ້ນຄົງແຫ່ງຊາດ ໂດຍຄະນະກຳມະການ
ພົວພັນຕ່າງປະເທດຂອງສະພາສູງ ໄດ້ມີຂຶ້ນ ໃນຂະນະທີ່ ທຳນຽບຂາວ ໄດ້ປະກາດ
ວ່າ ທ່ານ ທຣຳ ແລະ ທ່ານ ປູຕິນ ຈະບໍ່ມີກອງປະຊຸມສຸດຍອດ ອີກຄັ້ງນຶ່ງ ຈົນກວ່າ
ຮອດປີໜ້າ ແລະ ທ່ານ ພອມພຽວ ໄດ້ອອກຖະແຫລງການ ກ່ຽວກັບແຫຼມຄຣາຍເມຍ
ໂດຍກ່າວວ່າ ສະຫະລັດ ຈະບໍ່ຍອມຮັບການຍຶດເອົາແຫຼມຄຣາຍເມຍ ໂດຍຣັດເຊຍ
ຢ່າງເດັດຂາດ. ຊິນດີ ເຊນ ນັກຂ່າວດ້ານການທູດຂອງ ວີໂອເອ ມີລາຍງານ ຈາກ
ກະຊວງກາຕ່າງປະ ເທດ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະ ອຽດມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນວັນພຸດທີ່ຜ່ານມາ ມັນມີຄວາມຕຶງຄຽດເປັນ
ເວລາ 3 ຊົ່ວໂມງ ສຳລັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌
ພອມພຽວ ໂດຍເລີ້ມຕົ້ນດ້ວຍສະມາຊິກທ່ານນຶ່ງ ຈາກພັກຣີພັບບລີກັນ ຂອງທ່ານ
ປະທານາທິບໍດີ ເອງ ກໍຄື ປະທານຄະນະກຳມະການ ພົວພັນຕ່າງປະເທດ ຂອງ
ສະພາສູງ ທ່ານ ບອບ ຄວກເກີ.

ປະທານາທິບໍດີ ສຫລ ທ່ານ ດໍໂນລ ທຣຳ ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ຈັບມືກັນ ຫຼັງຈາກໄດ້ຈັດກອງປະຊຸມຖະແຫລງຂ່າວຮ່ວມກັນ ໃນທຳນຽບປະທານາທິບໍດີ ທີ່ແຮລຊິງກີ ຂອງຟິນແລັນ, ວັນທີ16 ກໍລະກົດ 2018.
ປະທານາທິບໍດີ ສຫລ ທ່ານ ດໍໂນລ ທຣຳ ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ຈັບມືກັນ ຫຼັງຈາກໄດ້ຈັດກອງປະຊຸມຖະແຫລງຂ່າວຮ່ວມກັນ ໃນທຳນຽບປະທານາທິບໍດີ ທີ່ແຮລຊິງກີ ຂອງຟິນແລັນ, ວັນທີ16 ກໍລະກົດ 2018.

ທ່ານ ຄວກເກີ ໄດ້ກ່າວວ່າ “ທ່ານມາຢູ່ຕໍ່ໜ້າ ກຸ່ມບັນດາສະມາຊິກສະພາສູງ
ທີ່ມີແຕ່ຄວາມສົງໄສແທ້ໆ ກ່ຽວກັບທຳນຽບຂາວນີ້ ແລະການປະຕິບັດ
ນະໂຍບາຍ ການຕ່າງປະເທດຂອງຕົນນັ້ນ. ມັນມີເຫດຜົນຈຳນວນນຶ່ງ
ທີ່ໄດ້ເຮັດໃຫ້ມີຄວາມເປັນຫ່ວງ. ພາຍໃນເຫດຜົນເຫຼົ່ານັ້ນ ກໍແມ່ນການ
ຂາດຂໍ້ມູນ ຂອງຄະນະລັດຖະ ບານ ທີ່ໄດ້ສະໜອງໃຫ້ນັ້ນ.”

ສະມາຊິກສະພາສູງ ທ່ານ ບອບ ຄວກເກີ ສັງກັດພັກຣີພັບບລີກັນ ຈາກລັດເທັນເນັສຊີ ສອບຖາມ ລມຕ ວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໃນຂະນະທີ່ ທ່ານໃຫ້ປາກຄຳຕໍ່ ຄະນະກຳມະການ ພົວພັນຕ່າງປະເທດຂອງສະພາສູງ ຢູ່ທີ່ລັດຖະສະພາ ໃນວໍຊິງຕັນ, ວັນທີ 25 ກໍລະກົດ 2018, ໃນລະຫວ່າງການພິຈາລະນາຮັບຟັງ ໃນເລື້ອງດ້ານການທູດ ແລະ ຄວາມໝັ້ນຄົງແຫ່ງຊາດ.
ສະມາຊິກສະພາສູງ ທ່ານ ບອບ ຄວກເກີ ສັງກັດພັກຣີພັບບລີກັນ ຈາກລັດເທັນເນັສຊີ ສອບຖາມ ລມຕ ວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໃນຂະນະທີ່ ທ່ານໃຫ້ປາກຄຳຕໍ່ ຄະນະກຳມະການ ພົວພັນຕ່າງປະເທດຂອງສະພາສູງ ຢູ່ທີ່ລັດຖະສະພາ ໃນວໍຊິງຕັນ, ວັນທີ 25 ກໍລະກົດ 2018, ໃນລະຫວ່າງການພິຈາລະນາຮັບຟັງ ໃນເລື້ອງດ້ານການທູດ ແລະ ຄວາມໝັ້ນຄົງແຫ່ງຊາດ.

ທ່ານ ຄວກເກີ ໄດ້ກ່າວວ່າ ທ່ານ ທຣຳ ປາກົດວ່າ “ອ່ອນນ້ອມ ແລະ ເຄົາລົບ”
ຕໍ່ປະທານາທິບໍດີ ປູຕິນ ຢູ່ທີ່ກອງປະຊຸມສຸດຍອດ ທີ່ແຮລຊິງກີ ເມື່ອສັບປະດາແລ້ວນີ້.

ແລະເລື້ອງມີແຕ່ຮ້ອນແຮງຂຶ້ນ ໃນລະຫວ່າງ ການຕອບໂຕ້ກັນ ລະຫວ່າງ ສະມາຊິກ
ຄະນະກຳມະການ ສັງກັດພັກເດໂມແຄຣັດ ຂອງສະພາສູງ ທ່ານ ບອບ ເມີເນນເດຊ
ແລະ ທ່ານ ພອມພຽວ ຫຼັງຈາກທີ່ ທ່ານ ເມີເນນເດຊ ໄດ້ຖາມທ່ານ ພອມພຽວ ຫຼາຍຄຳ
ຖາມກ່ຽວກັບ ສິ່ງທີ່ທ່ານ ທຣຳ ໄດ້ປຶກສາຫາລື ກັບ ທ່ານ ປູຕິນ.

Pompeo Declines to Reveal What Trump and Putin Discussed
please wait

No media source currently available

0:00 0:02:16 0:00

ທ່ານ ພອມພຽວ ໄດ້ກ່າວວ່າ “ທ່ານສະມາຊິກສະພາສູງ ຂ້າພະເຈົ້າ ເຂົ້າໃຈດີ ເກມ
ທີ່ທ່ານກຳລັງຫລິ້ນ.....”

ທ່ານ ເມີເນນເດຊ ໄດ້ຕອບວ່າ “ບໍ່ ບໍ່ ທ່ານລັດຖະມົນຕີ ດ້ວຍຄວາມນັບຖື ຂ້າ
ພະເຈົ້າ ບໍ່ພໍໃຈ ທີ່ທ່ານອະທິບາຍລັກສະນະ ຂອງຄຳຖາມ. ຄຳຖາມຂອງ
ຂ້າພະເຈົ້າ ແມ່ນເພື່ອຈະຫາຄວາມຈິງ. ພວກເຮົາບໍ່ຮູ້ວ່າ ຄວາມຈິງນັ້ນ
ແມ່ນຫຍັງ. ແລະທາງດຽວເທົ່ານັ້ນ ທີ່ພວກເຮົາຈະຮູ້ໄດ້ວ່າ ແມ່ນຫຍັງຄື
ຄວາມຈິງ ແມ່ນຫຍັງ ໄດ້ເກີດຂຶ້ນໃນໄລຍະ ສອງຊົ່ວໂມງນັ້ນ ໃນຊ່ວງ
ເວລາທີ່ໜ້າມະຫັດ ສະຈັນຫຼາຍ ທີ່ໄດ້ຢູ່ນຳກັນ ນຶ່ງຕໍ່ນຶ່ງພຽງລຳພັງ ນັ້ນ
ກໍແມ່ນດ້ວຍຄວາມເຂົ້າໃຈແລ້ວ ຢ່າງໜ້ອຍ ທ່ານກໍຄວນໄດ້ຮັບການແຈ້ງ
ໃຫ້ຊາບ ໂດຍທ່ານປະທານາທິ ບໍດີ ທ່ານບອກຫຍັງເຈົ້າ.”

ສະມາຊິກສະພາສູງ ທ່ານ ບອບ ເມີເນນເດສ ສັງກັດພັກເດໂມແຄຣັດ ຈາກລັດນິວເຈີຊີ ສອບຖາມ ລມຕ ວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໃນຂະນະທີ່ ທ່ານໃຫ້ປາກຄຳຕໍ່ ຄະນະກຳມະການ ພົວພັນຕ່າງປະເທດຂອງສະພາສູງ ຢູ່ທີ່ລັດຖະສະພາ ໃນວໍຊິງຕັນ, ວັນທີ 25 ກໍລະກົດ 2018, ໃນລະຫວ່າງການພິຈາລະນາຮັບຟັງ ໃນເລື້ອງດ້ານການທູດ ແລະ ຄວາມໝັ້ນຄົງແຫ່ງຊາດ.
ສະມາຊິກສະພາສູງ ທ່ານ ບອບ ເມີເນນເດສ ສັງກັດພັກເດໂມແຄຣັດ ຈາກລັດນິວເຈີຊີ ສອບຖາມ ລມຕ ວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໃນຂະນະທີ່ ທ່ານໃຫ້ປາກຄຳຕໍ່ ຄະນະກຳມະການ ພົວພັນຕ່າງປະເທດຂອງສະພາສູງ ຢູ່ທີ່ລັດຖະສະພາ ໃນວໍຊິງຕັນ, ວັນທີ 25 ກໍລະກົດ 2018, ໃນລະຫວ່າງການພິຈາລະນາຮັບຟັງ ໃນເລື້ອງດ້ານການທູດ ແລະ ຄວາມໝັ້ນຄົງແຫ່ງຊາດ.


ສຳລັບບົດບາດຂອງທ່ານແລ້ວ ທ່ານພອມພຽວ ໄດ້ກ່າວວ່າ ທ່ານປະທານາທິ ບໍດີ
ມີສິດທີ່ຈະສົນທະນາ ແບບສ່ວນຕົວ ກັບບັນດາຜູ້ນຳຂອງໂລກ ຄົນອື່ນໆ ແລະໄດ້ ໂຕ້ແຍ້ງຄຳຖາມທັງຫຼາຍ ກ່ຽວກັບວ່າ ເປັນຫຍັງ ທ່ານ ທຣຳ ຈຶ່ງເອີ້ນ ການໂຈມຕີ
ຂອງຣັດເຊຍ ຕໍ່ການເລືອກຕັ້ງປີ 2016 ນັ້ນ ວ່າ ເປັນ “ເລື້ອງຫລອກລວງ”.

ທ່ານ ພອມພຽວ ໄດ້ກ່າວວ່າ “ໃນທີ່ສຸດ ຂ້າພະເຈົ້າຢາກໃຫ້ທ່ານຮູ້ວ່າ ປະທາ
ນາທິບໍດີ ທຣຳ ໄດ້ຖະແຫລງວ່າ ທ່ານຍອມຮັບຜົນສະຫລຸບຂອງ ປະຊາຄົມ
ສືບລັບຂອງພວກເຮົາ ທີ່ວ່າ ຣັດເຊຍໄດ້ແຊກແຊງເຂົ້າໃນການເລືອກຕັ້ງ
ປີ 2016. ທ່ານມີຄວາມເຂົ້າໃຈຢ່າງຄົບຖ້ວນ ແລະຖືກຕ້ອງ ໃນສິ່ງທີ່ໄດ້
ເກີດຂຶ້ນ. ຂ້າພະເຈົ້າຮູ້. ຂ້າພະເຈົ້າໄດ້ແຈ້ງໃຫ້ ທ່ານຊາບ ກ່ຽວກັບເລື້ອງນີ້
ຕະຫຼອດໄລຍະນຶ່ງປີ. ອັນນີ້ ແມ່ນຈະແຈ້ງຢ່າງຄົບຖ້ວນ ໂດຍສ່ວນຕົວ
ຂ້າພະເຈົ້າເອງ.”

ທ່ານພອມພຽວ ເຄີຍເປັນຜູ້ອຳນວຍການ ອົງການສືບລັບ ຫຼື CIA ກ່ອນທີ່ຈະໄດ້ມາ
ເປັນ ລັດຖະມົນຕີການຕ່າງປະເທດ. ທ່ານອາດຈະຖືກ “ຊັກຖາມ” ຢ່າງໜັກຕື່ມອີກ
ຢູ່ທີ່ສະພາ ໃນຂະນະທີ່ ທ່ານ ຄວກເກີ ໄດ້ກ່າວວ່າ ອັນນີ້ ຈະເປັນຄັ້ງທຳອິດຂອງ
ຫຼາຍໆ ຄັ້ງຕິດຕາມມາ ໃນການພິຈາລະນາຮັບຟັງການໃຫ້ການ ກ່ຽວກັບນະໂຍບາຍ
ຕ່າງໆ ຂອງທ່ານທຣຳ ຕໍ່ຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG