ທຳນຽບຂາວຍັງສືບຕໍ່ກ່າວປ້ອງ ການປະຕິບັດງານຕໍ່ຕ້ານການກໍ່ການຮ້າຍຫວ່າງມໍ່ໆມານີ້ໃນເຢເມນ ທີ່ໄດ້ສັງຫານໜ່ວຍກ້າຕາຍຂອງ Navy SEAL ຄົນນຶ່ງ ຫລັງຈາກພໍ່ຂອງໜ່ວຍກ້າຕາຍຄົນນີ້ ໄດ້ຕິຕຽນຢ່າງແຮງຕໍ່ລັດຖະບານກ່ຽວກັບການປະຕິບັດງານ.
ໂຄສົກທຳນຽບຂາວ ທ່ານ Sean Spicer ກ່າວວ່າການປະຕິບັດງານໄດ້ “ປະ ສົບຜົນສຳເລັດ ໃນການຊ່ວຍປ້ອງກັນການໂຈມຕີໃນອະນາຄົດ.” ທ່ານກ່າວວ່າ ທ່ານບໍ່ສາມາດຄິດວາດພາບໄດ້ວ່າ ທ່ານ Bill Owens ກຳລັງຜ່ານຜ່າຢ່າງໃດ ຫລັງຈາກທ່ານໄດ້ສູນເສຍລູກຊາຍ ທ່ານ William “Ryan” Owens.
ທ່ານ Spicer ກ່າວວ່າ ທ່ານ Owens ໄດ້ເສຍຊີວິດຢ່າງອາດຫານ ແລະການປະຕິບັດງານ ທີ່ທ່ານໄດ້ເຂົ້າຮ່ວມນັ້ນ “ຈະປ້ອງກັນປະເທດຂອງເຮົາເພີ້ມຂຶ້ນ.” ທ່ານກ່າວວ່າ ການປະຕິບັດງານໄດ້ນຳໄປສູ່ການເກັບກຳເອົາ “ຂໍ້ມູນທີ່ຈະຊ່ວຍພວກເຮົາຮັກສາຄວາມປອດໄພ.”
ທ່ານ Bill Owens ກ່າວຕໍ່ໜັງສືພິມ Miami Herald ຢູ່ໃນບົດຂຽນທີ່ເຜີຍແຜ່ໃນວັນອາທິດແລ້ວນີ້ວ່າ ທ່ານຕ້ອງການໆສືບສວນ ກ່ຽວກັບການວາງແຜນ ໃນການປະຕິບັດງານ ແລະກ່າວວ່າ ທ່ານປະຕິເສດທີ່ຈະພົບກັບ ປະທານາທິບໍດີ Donald Trump ເວລາເຂົາເຈົ້າ ໄດ້ຢູ່ເດີ່ນເຮືອບິນກອງທັບອາກາດ Dover ເພື່ອຮັບເອົາຫີບສົບລູກຊາຍຂອງທ່ານ.
ທ່ານ Owens ໄດ້ກ່າວກ່ຽວກັບປະທານາທິບໍດີວ່າ “ຂ້າພະເຈົ້າໄດ້ບອກເຂົາເຈົ້າວ່າ ຂ້າພະເຈົ້າບໍ່ຢາກເຮັດໃຫ້ເປັນເລື່ອງອັບອາຍຢູ່ຕໍ່ໜ້າສາທາລະນະ ແຕ່ໃນຈິດໃຈຂອງຂ້າພະເຈົ້າແລ້ວ ບໍ່ຢາກເວົ້າກັບທ່ານເລີຍ."
ທ່ານ Spicer ກ່າວວ່າ ມັນເປັນການປະຕິບັດງານແບບປົກກະຕິ ຂອງກະຊວງປ້ອງກັນປະເທດ ທີ່ໄດ້ທົບທວນການປະຕິບັດງານດັ່ງກ່າວ. ທ່ານກ່າວວ່າ ກ່ຽວກັບເລື່ອງນີ້ ການທົບທວນມີຢູ່ສາມຈຸດໝາຍ ເພາະວ່າ ໄດ້ມີການເສຍຊີວິດລະຫວ່າງການປະຕິບັດງານ ມີພົນລະເຮືອນພົວພັນຢູ່ນຳ ແລະເຮືອບິນເຮລິຄອບເຕີສະຫະລັດ ໄດ້ຮັບຄວາມເສຍຫາຍໃນການປະຕິບັດງານ.
ໜ່ວຍກ້າຕາຍ Navy SEAL ໄດ້ເສຍຊີວິດໃນທ້າຍເດືອນມັງກອນ ລະຫວ່າງການບຸກໂຈມຕີບ່ອນທີ່ສົງໄສເປັນຄ້າຍຂອງກຸ່ມ al-Qaida ໃນເຢເມນ. ທຳ ນຽບຫ້າແຈກ່າວວ່າພວກຫົວຮຸນແຮງປະມານ 14 ຄົນ ໄດ້ເສຍຊີວິດລະຫວ່າງການບຸກໂຈມຕີ ທີ່ແນໃສ່ເພື່ອເກັບກຳຂໍ້ມູນ ກ່ຽວກັບໂອກາດທີ່ພວກກໍ່ການຮ້າຍ ກຸ່ມ al-Qaida ຈະໂຈມຕີສະຫະລັດ ແລະບັນດາພັນທະມິດ. ກະຊວງປ້ອງກັນປະເທດໄດ້ຮັບຮູ້ວ່າ ພົນລະເຮືອນຫລາຍຄົນ ຮວມທັງເດັກນ້ອຍ ຈຳນວນນຶ່ງໄດ້ເສຍຊີວິດຈາກການໂຈມຕີ ຫລັງຈາກໄດ້ປະຕິເສດໃນຂັ້ນຕົ້ນວ່າບໍ່ມີພົນລະເຮືອນເສຍຊີວິດ.