ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຂາວ ປົກ​ປ້ອງ ການ​ປະ​ກາດ ​ພາ​ວະ​ສຸກ​ເສີນ ​ແຫ່ງ​ຊາດ​ ຂອງ​ທ່ານ ທ​ຣຳ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຢູ່​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 15 ກຸມ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຢູ່​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 15 ກຸມ​ພາ, 2019.

ທຳ​ນຽບ​ຂາວ​ໄດ້​ປ້ອງ​ກັນ​ການ​ປະ​ກາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່ຽວ​ກັບ ພາ
ວະສຸກເສີນແຫ່ງຊາດ ຢູ່ເຂດຊາຍແດນ ສະຫະລັດ-ເມັກຊິໂກ ໃນຂະນະທີ່ຫຼາຍລັດ
ໄດ້ກຽມພ້ອມທີ່ຈະຮ່າງກົດໝາຍຄັດຄ້ານ ແລະ ພັກເດໂມແຄຣັດໃນສະພາຕ່ຳ ກໍໄດ້
ມີແຜນທີ່ຈະລົງຄະແນນສຽງ ກ່ຽວກັບ ການບໍ່ເຫັນພ້ອມຂອງເຂົາເຈົ້າ.

ທີ່​ປຶກ​ສາ​ຂອງ​ທ່ານ ທ​ຣຳ, ທ່ານ ສ​ເຕ​ເຟັນ ມິ​ລ​ເລີ, ນັກ​ອະ​ນຸ​ລັກ​ນິ​ຍົມ​ຫົວ​ຈັດ ກ່ຽວ​ກັບ
ຄົນເຂົ້າເມືອງ, ໄດ້ກ່າວຕໍ່ໂທລະພາບ ຟັອກສ໌ ວ່າ “ທ່ານອາດເລືອກທີ່ຈະຫຼີກລ່ຽງວິກິດ
ການນີ້, ແຕ່ທ່ານໄດ້ເລືອກທີ່ຈະບໍ່ເຮັດ.”

ທ່ານ ມິ​ລ​ເລີ ໄດ້​ກ່າວ​ໂຈມ​ຕີ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ຈອ​ຈ໌
ດັບເບິນຢູ ບຸຊ ສຳລັບສິ່ງທີ່ທ່ານເອີ້ນວ່າ “ການທໍລະຍົດທີ່ເປັນຕາງຶດ” ຂອງ ສະຫະລັດ
ເກືອບສອງທົດສະວັດທີ່ຜ່ານມາ ເມື່ອຄົນເຂົ້າເມືອງຜິດກົດ

​ໝາຍຫຼາຍ​ເຖິງ 4 ເທົ່າ​ໄດ້​ຫຼັ່ງ​ໄຫຼ​ເຂົ້າມາ ສະ​ຫະ​ລັດ ຢ່າງ​ຜິດ​ກົດ​ໝາຍ​ຄື​ກັບ​ດຽວນີ້. ແຕ່​
ທ່ານ ມິລເລີ ໄດ້ກ່າວວ່າ “ສ່ວນສຳຄັນທີ່ສຸດ” ກໍແມ່ນວ່າ “ເຈົ້າບໍ່ສາມາດທີ່ຈະນຶກເຖິງ
ພາບ ກ່ຽວກັບ ປະເທດທີ່ແຂງແກ່ນໄດ້ ໂດຍປາສະຈາກຊາຍແດນທີ່ປອດໄພ.”

ທ່ານ​ໄດ້​ກ່າວ​ວ່າ ການ​ກະ​ທຳ​ຂອງ​ທ່ານ ທ​ຣຳ ແມ່ນ “ການ​ປົກ​ປ້ອງ​ເຂດ​ຊາຍ​ແດນ​ຂອງ
ພວກເຮົາ” ແລະ ໄດ້ເອີ້ນພວກຄົນເຂົ້າເມືອງທີ່ຜິດກົດໝາຍວ່າ “ເປັນໄພຂົ່ມຂູ່ຕໍ່ປະ
ເທດຂອງພວກເຮົາ.”

ທ່ານ ມິ​ລ​ເລີ ໄດ້​ກ່າວ​ວ່າ ການ​ກະ​ທຳ​ຂອງ​ທ່ານ ທ​ຣຳ ແມ່ນ​ຖືກ​ຕ້ອງ​ພາຍ​ໃຕ້​ກົດ​ໝາຍ​
ປີ 1976 ທີ່ມອບອຳນາດໃຫ້ປະທານາທິບໍດີ ປະກາດພາວະສຸກເສີນແຫ່ງຊາດ, ເຖິງ
ແມ່ນວ່າການປະກາດເມື່ອ 59 ເທື່ອທີ່ຜ່ານມາ ບໍ່ໄດ້ປະກອບມີກໍລະນີທີ່ປະທານາທິບໍ
ດີໄດ້ພະຍາຍາມທີ່ຈະຄອບງຳ ການປະຕິເສດຂອງລັດຖະສະພາ ເພື່ອຮັບຮອງເອົາ
ການອອກທຶນສຳລັບຂໍ້ສະເໜີທີ່ສະເພາະໃດນຶ່ງກໍ່ຕາມ.

ທ່ານ ທ​ຣຳ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ​ໃນ​ວັນ​ສຸກ​ທີ່​ຜ່າ​ນມາ​ຕໍ່​ສະ​ພາ​ຕ່ຳທີ່​ຫາ
ທາງຫຼີກລ່ຽງ, ເຊິ່ງເຂົາເຈົ້າໄດ້ປະຕິເສດການຂໍທຶນ ຫ້າພັນເຈັດຮ້ອຍລ້ານໂດລາຂອງ
ທ່ານ ເພື່ອສ້າງກຳແພງ, ເຖິງແມ່ນວ່າເຂົາເຈົ້າຈະໄດ້ອະນຸມັດເງິນ ນຶ່ງພັນສາມຮ້ອຍ
ເຈັດສິບຫ້າລ້ານໂດລາ ສຳລັບສິ່ງກີດກັ້ນຢູ່ເຂດຊາຍແດນປະມານ 90 ກິໂລແມັດ
ຈາກ 3,200 ກິໂລແມັດກໍ່ຕາມ. ທ່ານ ທຣຳ ໄດ້ມີແຜນທີ່ຈະຖອນເອົາເງິນຫຼາຍກວ່າ 8
ພັນລ້ານໂດລາໃນທຶນລັດຖະບານ ທີ່ຖືກອະນຸມັດໃຫ້ໂຄງການອື່ນໆເພື່ອໄປສ້າງກຳ
ແພງ, ເຖິງແມ່ນວ່າຮ່າງກົດໝາຍທີ່ຄັດຄ້ານ​ການ​ກະ​ທຳ​ດັ່ງ​ກ່າວ ແມ່ນ​ໄດ້​ຖືກ​ຮ່າງ​ຂຶ້ນ
ແລ້ວ ເພື່ອກີດກັ້ນການໂອນເງິນຂອງທ່ານກໍຕາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG