ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ປົກປ້ອງ ທ່ານທຣຳ ວ່າ ບໍ່ໄດ້ຖືກແຈ້ງໃຫ້ຊາບ ກ່ຽວກັບ ຣັດເຊຍ ສະເໜີ 'ລາງວັນ' ສຳລັບ ທະຫານ ສຫລ


ໂຄສົກທຳນຽບຂາວ ທ່ານນາງເຄລີ ແມັກເອັນນານີ ຈັດກອງປະຊຸມຖະແຫລງການປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ມິຖຸນາ 2020.
ໂຄສົກທຳນຽບຂາວ ທ່ານນາງເຄລີ ແມັກເອັນນານີ ຈັດກອງປະຊຸມຖະແຫລງການປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ມິຖຸນາ 2020.

ທຳນຽບຂາວແມ່ນກຳລັງຢູ່ທ່າປ້ອງກັນກ່ຽວກັບວ່າ ປະທານາທິບໍດີ ດໍໂນລ ທຣຳ ບໍ່ໄດ້ຖືກແຈ້ງໃຫ້ຊາບ ກ່ຽວກັບລາຍງານຕ່າງໆທີ່ວ່າ ໜ່ວຍສືບລັບຂອງຣັດເຊຍໄດ້ສະເໜີລາງວັນໃຫ້ພວກຫົວຮຸນແຮງຕາລີບານ ໃນອັຟການິສຖານໃຫ້ຂ້າພວກທະຫານຂອງສະຫະລັດ.

“ຂໍ້ມູນລັບກໍາລັງຖືກຢັ້ງຢືນ ກ່ອນທີ່ຈະໄປຮອດປະທານາທິບໍດີສະຫະລັດ. ແລະໃນກໍລະນີນີ້ ມັນບໍ່ໄດ້ຖືກຢັ້ງຢືນ” ນັ້ນແມ່ນຄຳເວົ້າຂອງໂຄສົກທຳນຽບຂາວ ທ່ານນາງເຄລີ ແມັກເອັນນານີ ທີ່ໄດ້ກ່າວໄປໃນວັນຈັນວານນີ້ ເມື່ອຖືກຖາມໂດຍບັນດານັກຂ່າວວ່າ ເປັນຫຍັງຈຶ່ງບໍ່ໄດ້ແຈ້ງໃຫ້ທ່ານປະທານາທິບໍດີຊາບ.

ໜັງສືພິມ ນິວຢອກໄທມສ໌ ໄດ້ລາຍງານໃນແລງວັນຈັນວານນີ້ວ່າ ອີງຕາມເຈົ້າໜ້າທີ່ສອງທ່ານ ຂໍ້ມູນແມ່ນຢູ່ໃນກອງປະຊຸມແຈ້ງການປະຈຳວັນໃນທ້າຍເດືອນກຸມພາ ຫຼາຍວັນຫຼັງຈາກທີ່ທ່ານທຣຳ ໄດ້ປົດທ່ານໂຈເຊັບ ແມັກກວຍເອີ ທີ່ເປັນຜູ້ອຳນວຍການຮັກສາການຊົ່ວຄາວອົງການສືບລັບແຫ່ງຊາດຂອງທ່ານນັ້ນ ອອກຈາກຕຳແໜ່ງ.

ບັນດາເຈົ້າໜ້າທີ່ຂັ້ນສູງໃນຄະນະລັດຖະບານ ປະກອບດ້ວຍ ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານຈອນ ແຣດຄລິຟ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານໂຣເບີດ ໂອບຣາຍແອນ ແລະທີ່ປຶກສາຂອງທຳນຽບຂາວ ທ່ານມາກ ແມດາວສ໌ ໄດ້ດຳເນີນການຈັດກອງປະຊຸມແຈ້ງການ ໃນວັນຈັນໃຫ້ແກ່ສະ ມາຊິກສະພາສັງກັດພັກຣີພັບບລີກັນ 8 ທ່ານ ກ່ຽວກັບເລື້ອງດັ່ງກ່າວ ທ່າມກາງການຮຽກຮ້ອງໃຫ້ທັງສອງພັກການເມືອງມີຄວາມໂປ່ງໃສ ໂດຍບັນດາສະມາຊິກສະພາຕ່ຳ.

ທ່ານແຣດຄລິຟ ແລະ ຜູ້ອຳນວຍການອົງການສືບລັບ CIA ທ່ານນາງຈີນາ ແຮັສໂປລ ຕ່າງກໍໄດ້ເປີດເຜີຍຖະແຫລງການຫຼາຍສະບັບໃນແລງວັນຈັນວານນີ້ ໂດຍກ່າວປົກປ້ອງການຮັບມືກັບຂໍ້ມູນລັບແລະຕ້ອງຕິການຮົ່ວໄຫລໄປໃຫ້ສື່ມວນຊົນ.

ຖະແຫລງການຂອງທ່ານແຣດຄລິຟ ກ່າວວ່າ “ການຮົ່ວໄຫລແບບຄັດເລືອກບາງຕອນຂອງຂໍ້ມູນລັບໃດໆນັ້ນ ລົບກວນການທຳງານລະຫວ່າງອົງການເພື່ອທີ່ຈະເກັບກຳ ເຂົ້າຫາ ແລະຫລຸດຜ່ອນໄພຂົ່ມຂູ່ ແລະເຮັດໃຫ້ກອງກຳລັງຂອງພວກເຮົາຕົກຢູ່ໃນຄວາມສ່ຽງ. ມັນຍັງເປັນເລື້ອງ ເວົ້າງ່າຍໆ ອາຊະຍາກຳ.”

ທ່ານແຣດຄລິຟ ກ່າວໄປວ່າ “ພວກເຮົາກຳລັງສືບສວນສອບສວນຢູ່ກ່ຽວກັບຂໍ້ມູນລັບ ທີ່ອ້າງເຖິງໃນລາຍງານຂອງສື່ມວນຊົນເມື່ອມໍ່ມານີ້ ແລະພວກເຮົາຈະ ແຈ້ງໃຫ້ທານປະທານາທິບໍດີຊາບແລະບັນດາຜູ້ນຳສະພາຕ່ຳ ໃນເວລາທີ່ເໝາະສົມ.”

ສ່ວນທ່ານນາງແຮັສໂປລ ກໍໄດ້ກ່າວວ່າ ໃນຂະນະທີ່ລາຍງານໃນເບື້ອງຕົ້ນຂອງອົງການສືບລັບ “ໂດຍສ່ວນຫຼາຍ ຕ້ອງມີການເກັບກຳ ແລະການກວດສອບຕື່ມອີກ” ເຊັ່ນວ່າ ຂໍ້ມູນນັ້ນ ແມ່ນ “ໄດ້ແບ່ງປັນໃຫ້ທົ່ວປະຊາຄົມດ້ານຄວາມໝັ້ນຄົງແຫ່ງຊາດ ແລະໃຫ້ກັບບັນດາພັນທະມິດຂອງສະຫະລັດ--ອັນເປັນພາກສ່ວນນຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອຮັບປະກັນຄວາມປອດໄພຂອງກອງກຳລັງປະສົມປະຈຳການຢູ່ຕ່າງປະເທດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG