ທຳນຽບຂາວໃນວັນຈັນວານນີ້ ໄດ້ກ່າວເພື່ອປ້ອງກັນຕົນເອງບໍ່ໃຫ້ຖືກຕຳໜິເພີ້ມຂຶ້ນ ຫລັງຈາກການຊອກຄົ້ນຂອງອົງການສັນຕິບານກາງຫລື FBI ໃນວັນສຸກຜ່ານມາຢູ່ເຮືອນສ່ວນຕົວຂອງປະທານາທິບໍດີໂຈ ໄບເດັນ ທີ່ໄດ້ພົບເອກະສານລັບຕື່ມອີກ, ໂດຍກ່າວວ່າ ທາງລັດຖະບານກຳລັງໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່.
ໃນວັນຈັນວານນີ້, ໂຄສົກຂອງທໍານຽບຂາວ, ທ່ານອຽນ ແຊມສ໌ (Ian Sams) ເນັ້ນຫນັກວ່າ ການຄົ້ນເຮືອນຂອງທ່ານໄບເດັນໃນເມືອງວີລມິງຕັນ, ລັດເດລາແວ ໂດຍ FBI ແມ່ນ "ການໃຫ້ຄົ້ນດ້ວຍຄວາມສະຫມັກໃຈ, ເປັນການສະເຫນີຢ່າງໝັ້ນໃຈ ໂດຍທະນາຍຄວາມສ່ວນຕົວຂອງທ່ານປະທານາທິບໍດີ."
ການຄົ້ນພົບໃໝ່ທີ່ວ່ານີ້ ໄດ້ເພີ້ມການສືບສວນຂອງກະຊວງຍຸຕິທຳໃຫ້ສືບຕໍ່ໄປກ່ຽວກັບ ການຈັດການກັບເອກະ ສານທີ່ມີຄວາມຫຼໍ່ແຫຼມຂອງທ່ານໄບເດັນ, ແລະເຮັດໃຫ້ມີການຕຳໜິເພີ້ມຂຶ້ນ - ແມ່ນແຕ່ຈາກພັກເດໂມແຄຣັດຂອງທ່ານໄບເດັນເອງ. ສະມາຊິກສະພາສູງດິກ ເດີບິນ (Dick Durbin) ແລະ ທ່ານໂຈ ແມນຈິນ (Joe Manchin) ທັງສອງທ່ານໄດ້ເພີ້ມການຕຳໜິປະທານາທິບໍດີໃນທ້າຍອາທິດຜ່ານມາ, ໂດຍທີ່ທ່ານເດີບິນ ກ່າວວ່າ ທ່ານໄບເດັນຄວນຮູ້ສຶກ "ອັບອາຍ" ແລະ ທ່ານແມນຈິນເອີ້ນ ປະທານາທິບໍດີວ່າ "ບໍ່ມີຄວາມຮັບຜິດຊອບ."
ພວກທະນາຍຄວາມຂອງທ່ານໄບເດັນກ່າວວ່າ ພວກເຂົາເຈົ້າທໍາອິດພົບເອກະສານທີ່ຫມາຍໃສ່ວ່າ ເປັນເອກະສານລັບ ໃນຕົ້ນເດືອນພະຈິກ ໃນຫ້ອງການທີ່ທ່ານເຄີຍໃຊ້ໃນນະຄອນຫລວງວໍຊິງຕັນຫຼັງຈາກທ່ານໄດ້ລົງຈາກຕໍາແໜ່ງຮອງປະທານາທິບໍດີແລ້ວ. ພວກເຂົາເຈົ້າບໍ່ໄດ້ບອກວ່າ ເປັນຫຍັງເຂົາເຈົ້າຈຶ່ງບໍ່ປະກາດ ກ່ຽວກັບການຄົ້ນພົບດັ່ງກ່າວຢ່າງເປີດເຜີຍ, ໂດຍໄດ້ແຈ້ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແຕ່ບໍ່ໄດ້ໃຫ້ປະຊາຊົນຮູ້. ຫຼັງຈາກນັ້ນ, ພວກເຂົາເຈົ້າໄດ້ພົບເຫັນເອກະສານເພີ້ມອີກ ໃນເດືອນທັນວາ ແລະ ເດືອນມັງກອນຢູ່ໃນເຮືອນທີ່ເມືອງວີລມິງຕັນຂອງທ່ານໄບເດັນ. ທະນາຍຄວາມຂອງທຳນຽບຂາວ, ທ່ານຣີຊາດ ຊາວເບີ (Richard Sauber) ກ່າວຢູ່ໃນຖະແຫຼງການ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນເສົາຜ່ານມານີ້ວ່າ ການຄົ້ນຂອງ FBI ຢູ່ໃນເຮືອນຫລັງດຽວກັນ ໃນວັນສຸກຜ່ານມາ ທີ່ໃຊ້ເວລາ 13 ຊົ່ວໂມງນັ້ນ ຍັງພາໃຫ້ພົບເອກະສານລັບຕື່ມອີກ. ທ່ານກ່າວວ່າ ເອກະສານເຫຼົ່ານີ້ໄດ້ຖືກມອບໃຫ້ກະຊວງຍຸຕິທຳໃນທັນທີທັນໃດ.
ຕະຫຼອດເວລາ ທຳນຽບຂາວໄດ້ພະຍາຍາມເນັ້ນໃຫ້ເຫັນຄວາມແຕກຕ່າງກັນລະຫວ່າງ ການຈັດການກັບເອກະ ສານຂອງທ່ານໄບເດັນ ແລະຂອງອະດີດປະທານາທິບໍດີດໍໂນລ ທຣຳ ຜູ້ທີ່ບໍ່ໄດ້ໃຫ້ການຮ່ວມມືກັບການຮ້ອງຂໍເອົາ ເອກະສານທີ່ ທ່ານເອົາໄປໃນເວລາທີ່ທ່ານລົງຈາກຕໍາແຫນ່ງ.
"ມັນເນັ້ນໃຫ້ເຫັນວ່າ ທ່ານຖືເອົາບັນຫານີ້ຢ່າງຈິງຈັງຫຼາຍປານໃດໂດຍທີ່ໄດ້ເປີດເຜີຍຢ່າງໝັ້ນໃຈ ແລະສະຫມັກໃຈຕໍ່ [ກະຊວງຍຸຕິທໍາ] ກ່ຽວກັບການຄົ້ນພົບເຫຼົ່ານີ້ ໃນທັນທີທີ່ມັນເກີດຂຶ້ນ ແລະວ່າ ທ່ານໄດ້ເອົາບາດກ້າວທີ່ເຮັດໃຫ້ ກະຊວງຍຸຕິທໍາເຂົ້າເຮືອນທ່ານໄດ້ເພື່ອຊອກຄົ້ນສະຖານທີ່ດັ່ງກ່າວຢ່າງຖີ່ຖ້ວນ," ນັ້ນຄືຄຳເວົ້າຂອງທ່ານແຊມສ໌ ທີ່ກ່າວຕໍ່ພວກນັກຂ່າວ.
ທ່ານແຊມສ໌ ປະຕິເສດມາເປັນອາທິດທີສອງຕິດຕໍ່ກັນແລ້ວ ທີ່ຈະຕອບຄຳຖາມສະເພາະເຈາະຈົງທີ່ຖາມວ່າ ມີເອກະສານຫຼາຍປານໃດທີ່ຖືກພົບເຫັນ? ຈະມີການຄົ້ນສະຖານທີ່ອື່ນໆ ທີ່ທ່ານໄບເດັນເຄີຍໃຊ້ມາຢູ່ບໍ່? ໃຜເປັນຜູ້ຈ່າຍເງິນໃຫ້ທະນາຍຄວາມຂອງປະທານາທິບໍດີ? ຢູ່ໃນເອກະສານນັ້ນມີຫຍັງແດ່ ແລະທ່ານປະທານາ ທິບໍດີຮູ້ບໍ່ວ່າ ເນື້ອໃນຂອງເອກະສານເຫຼົ່ານັ້ນແມ່ນຫຍັງ?