ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວປົກປ້ອງ ການປະກາດ ໄຊຊະນະ ໃນການຕໍ່ສູ້ ຕ້ານກຸ່ມລັດອິສລາມ


ຊາຍຄົນນຶ່ງ ຢືນສະແດງທ່າທາງ ໃນຂະນະທີ່ລົດ ຂອງທະຫານສະຫະລັດ ແລ່ນຜ່ານເຂົ້າໄປໃນເມືອງ ດາຣບາຊີຢາ ຂອງຊີເຣຍ ຕິດກັບຊາຍແດນເທີກີ, ວັນທີ 28 ເມສາ 2017.
ຊາຍຄົນນຶ່ງ ຢືນສະແດງທ່າທາງ ໃນຂະນະທີ່ລົດ ຂອງທະຫານສະຫະລັດ ແລ່ນຜ່ານເຂົ້າໄປໃນເມືອງ ດາຣບາຊີຢາ ຂອງຊີເຣຍ ຕິດກັບຊາຍແດນເທີກີ, ວັນທີ 28 ເມສາ 2017.

ໂດຍປາດສະຈາກ ການໃຫ້ລາຍລະອຽດ ທີ່ສະເພາະເຈາະຈົງໃດໆ ກ່ຽວກັບວ່າ ແມ່ນ
ຫຍັງ ທີ່ພາໃຫ້ມີການປະກາດໄຊຊະນະ ໃນການຕໍ່ສູ້ຕ້ານ ກຸ່ມກໍ່ການຮ້າຍ ລັດອິສລາມ
ຢູ່ໃນຊີເຣຍ ນັ້ນ ທຳນຽບຂາວ ໄດ້ກ່າວປົກປ້ອງທັງການປະກາດ ແລະ ການຕັດສິນໃຈ
ທີ່ຈະເລີ່ມຖອ​ນກຳລັງທະຫານສະຫະລັດ ຢູ່ໃນປະເທດທີ່ຖືກສົງຄາມທຳລາຍນັ້ນ ກັບ
ຄືນປະເທດ.

ການປະກາດນີ້ ​ຊຶ່ງ​ເບິ່ງ​ກັນ​ວ່າ ໄດ້ເຮັດໃຫ້ບັນດາເຈົ້າໜ້າທີ່ໃນກະຊວງປ້ອງກັນປະເທດ
ແລະບັນດານັກການທູດ ພ້ອມດ້ວຍ ບັນດາສະມາຊິກສະພາບາງສ່ວນ ບໍ່ທັນໄດ້ຕັ້ງໂຕ
ນັ້ນ ໄດ້​ປາ​ກົດອອກມາເທື່ອທຳອິດ ທາງທວີດເຕີ ຈາກປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ເມື່ອຕອນເຊົ້າວັນພຸດວານນີ້.

“ພວກເຮົາໄດ້ຜາບແພ້ ກຸ່ມ ISIS ຢູ່ໃນຊີເຣຍ ແລ້ວ” ທ່ານ ທຣຳ ໄດ້ຂຽນລົງ ໃນ
ທວີດເຕີ ໂດຍໃຊ້ຄຳຫຍໍ້ ສຳລັບກຸ່ມກໍ່ການຮ້າຍລັດອິສລາມ.

ການປະກາດທີ່ກະທັນຫັນນີ້ ໄດ້ສົ່ງຜົນໃຫ້ເກີດມີຄຳຖາມຕ່າງໆນາໆ ເຊິ່ງໄດ້ກົດດັນ
ໃຫ້ທັງເຈົ້າໜ້າທີ່ຂອງທຳນຽບຂາວ ແລະ ທຳນຽບຫ້າແຈ ຕ້ອງໄດ້ໃຫ້ຄວາມກະຈ່າງ
ແຈ້ງ ກ່ຽວກັບ ຄຳເວົ້າທີ່ຂຽນລົງທວີດເຕີ ຂອງທ່ານປະທານາທິບໍດີ ດ້ວຍຖະແຫລງການ
ຂອງພວກເຂົາເຈົ້າເອງ.

“ພວກເຮົາໄດ້ເລີ່ມຖອນ ກຳລັງທະຫານສະຫະລັດ ກັບຄືນປະເທດ ໃນຂະນະທີ່
ພວກເຮົາ ປ່ຽນໄປສູ່ໄລຍະຕໍ່ໄປ ຂອງການຕໍ່ສູ້ນີ້”
ໂຄສົກທຳນຽບຂາວ ທ່ານນາງ ຊາຣາ
ແຊນເດີສ໌ ໄດ້ກ່າວໄປ ແລະກ່າວຕື່ມວ່າ ການເອົາຊະນະກຸ່ມລັດອິສລາມ ບໍ່ໄດ້ໝາຍ
ຄວາມວ່າ ການຕໍ່ສູ້ໃນດ້ານທະຫານ ໂດຍກຳລັງປະສົມ ແມ່ນສິ້ນສຸດ ລົງຢູ່ໃນຊີເຣຍແລ້ວ.

ຫຼາຍໆຊົ່ວໂມງຕໍ່ຈາກນັ້ນມາ ໂຄສົກທຳນຽບຫ້າແຈ ທ່ານນາງ ເດນາ ໄວຕ໌ ​ກໍໄດ້ກ່າວຢູ່​
ໃນຖະແຫລງວ່າ “ກຳລັງປະສົມໄດ້ປົດປ່ອຍຂົງເຂດທີ່ ກຸ່ມ ISIS ໄດ້ ຍຶດເອົາ ແຕ່ການ
ຕໍ່ສູ້ຕ້ານກຸ່ມ ISIS ແມ່ນຍັງບໍ່ທັນເສັດສິ້ນເທື່ອ.”

ຕົກມາເຖິງຕອນແລງວັນພຸດວານນີ້ ທ່ານທຣຳ ໄດ້ຊັ່ງຊາເບິ່ງອີກເທື່ອນຶ່ງ ໂດຍອອກ
ຖະແຫລງການຂອງທ່ານ ​ເປັນ​ວີ​ດີ​ໂອ.

ທ່ານປະທານາທິບໍດີ ໄດ້ກ່າວໃນຂະນະທີ່ ຢືນຢູ່ນອກທຳນຽບຂາວ ວ່າ “ພວກເຮົາໄດ້
ເອົາຊະນະ ກຸ່ມ ISIS. ພວກເຮົາໄດ້ປາບພວກມັນ ແລະ ພວກເຮົາໄດ້ປາບ ພວກມັນ
ເສຍ​ຫາຍ​ຢ່າງ​ໜັກ.”

ທ່ານກ່າວອີກວ່າ “ສະນັ້ນ ພວກຊາຍໜຸ່ມ ພວກຍິງສາວ ພວກ​ຜູ້​ຊາຍ ຂອງ ພວກເຮົາ
ພວກເຂົາເຈົ້າທັງໝົດ ຈະກັບຄືນມາ ແລະຈະກັບຄືນມາດຽວນີ້. ພວກເຮົາຊະນະແລ້ວ
ແລະອັນນັ້ນ ເປັນແນວທາງທີ່ພວກເຂົາເຈົ້າຢາກໃຫ້ ມັນເປັນ.”

Trump Declares Victory Against Islamic State, Calls Troops Home
please wait

No media source currently available

0:00 0:02:17 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG