ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ​ຖືກ​ຕິຕຽນ ທີ່​​ຂັດ​ຂວາງ ບໍ່​ໃຫ້​ ອົງການ​ຂ່າວ ​ຈຳນວນ​ນຶ່ງ ​​ເຂົ້າຮ່ວມ​ປ​ະຊຸມ​


ທ່ານ Trey Yingst (ກາງ) ນຶ່ງໃນຈຳນວນນັກຂ່າວຈາກ ລະບົບ ຕາໜ່າງຂ່າວ One American News Network.
ທ່ານ Trey Yingst (ກາງ) ນຶ່ງໃນຈຳນວນນັກຂ່າວຈາກ ລະບົບ ຕາໜ່າງຂ່າວ One American News Network.

ທຳນຽບຂາວ​ໄດ້​ຖືກ​ຕິຕຽນ​ຢ່າງ​ໜັກ ​ໃນ​ວັນ​ສຸກ​ວານ​ນີ້ ຫລັງ​ຈາກໄດ້​ຂັດ​ຂວາງບໍ່​ໃຫ້​
ອົງການ​ຂ່າວ​ຈຳນວນ​ນຶ່ງ ເຂົ້າຮ່ວມ​ກອງ​ປ​ະຊຸມ​ຕອບ​ຄຳ​ຖານ ປະຈຳ​ວັນ ກັບ​ໂຄ​ສົກ​ຂອງທຳນຽບຂາວ ທ່ານ Sean Spicer.

ຫລາຍໆ​ອົງການ​ຂ່າວທີ່​ໄດ້​ຕິຕຽນ ​ປະທາ​ນາທີ​ບໍດີ Trump ຮວມທັງ CNN ​ແລະ
ໜັງສືພິມ New York Times ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າຮ່ວມ​ການ​ຖະແຫຼງຂ່າວ
​ປະຈຳ​ວັນ.

ບັນດານັກຂ່າວພາກັນລ່ຽນແຖວໃນຄວາມຫວັງ ຢາກເຂົ້າໄປໃນຫ້ອງການ ໂຄສົກທຳນຽບຊາວ ທ່ານ “ Sean Spicer.
ບັນດານັກຂ່າວພາກັນລ່ຽນແຖວໃນຄວາມຫວັງ ຢາກເຂົ້າໄປໃນຫ້ອງການ ໂຄສົກທຳນຽບຊາວ ທ່ານ “ Sean Spicer.

ບາງ​ອົງການ​ຂ່າວ​ແ​ມ່ນ​ເບິ່ງ​ກັນ​ວ່າ ມີ​ຄວາ​ມ​ເຂົ້າອົກ​ເຂົ້າ​ໃຈ​ຕໍ່​ປະທານາທິບໍດີ
Trump ຫລາຍ​ກວ່າ​ໝູ່ ຮວມທັງອົງການ​ຂ່າວ Breitbart, ຕາໜ່່າງ One
American News Network ​ແລະໜັງສືພິມ Washington Times ທີ່ໄດ້ຮັບ
​ອະນຸຍາດ​ໃຫ້​ເຂົ້າ​ໄປ ຫລື​ຖືກ​ເຊີນ​ໃຫ້​ເຂົ້າຮ່ວມ​ຟັງ​ການຖ​ະ​ແຫຼງຂ່າວ.

ປະທານາທິບໍດີ Donald Trump ກ່າວຢູ່ກອງປະຊຸມບົດບາດທາງການເມືອງພວກນິຍົມແນວທາງເດີມຫລື CPAC.
ປະທານາທິບໍດີ Donald Trump ກ່າວຢູ່ກອງປະຊຸມບົດບາດທາງການເມືອງພວກນິຍົມແນວທາງເດີມຫລື CPAC.

ສ່ວນ​ອົງການຂ່າວ​ທີ່​ສຳຄັນ​ອື່ນໆ​ໄດ້ຮັບ​ອະ​ນຸຍາດ​ໃຫ້​ເຂົ້າ​ຮ່ວມ ​ແມ່ນຮວມທັງ
ໂທລະພາບ ABC, CBS, NBC ​ແລະຕາໜ່າງອອກ​ອາກາດ Fox. ບາງອົງ
ການຂ່າວ ຮວມທັງອົງການ​ຂ່າວ​ເອ​ພີ ​ໄດ້ປະຕິເສດບໍ່ເຂົ້າຮ່ວມ ເພື່ອສະແດງ
ຄວາມເປັນນໍ້ານຶ່ງໃຈດຽວກັບພວກທີ່ບໍ່ໄດ້ເຂົ້າຮ່ວມ.

Trump: 'We are Fighting the Fake News'
please wait

No media source currently available

0:00 0:02:00 0:00

ນັກຂ່າວວີໂອເອປະຈຳທຳນຽບຂາວ ໃນວັນສຸກວານນີ້ ບໍ່ໄດ້ຖືກເຊີນເຂົ້າຮ່ວມ
ຟັງການ​ຖະ​ແຫຼງຂ່າວ ແລະກໍບໍ່ໄດ້​ໄປຮ່ວມກອງປະຊຸມກັບ ທ່ານ Spicer.​ ຢູ່
ກອງປະຊຸມຖະແຫຼງຂ່າວທີ່ບໍ່ອະນຸຍາດ​ໃຫ້​ມີ​ການ​ຖ່າຍຮູບ ຊຶ່ງເປັນການປະຊຸມ
ທີ່ນັກຂ່າວປະຈຳທຳນຽບຂາວຮ້ອງວ່າ “gaggle” ຫຼືປະຊຸມ​ພິ​ເສດນັ້ນໄດ້ຈັດ
ຂຶ້ນ ຢູ່ຫ້ອງການທ່ານ Spicer ແທນກັບຫ້ອງລາຍງານຂ່າວ ທີ່ມີກ້ອງຖ່າຍຮູບ
ຊຶ່ງ ອົງການຂ່າວຕ່າງໆ​ມີ​ສິດເຂົ້າຮ່ວມນັ້ນ.

Trump Receives Rapturous Welcome at CPAC
please wait

No media source currently available

0:00 0:02:05 0:00

ສະມາຄົມນັກຂ່າວທຳນຽບຂາວ ຊຶ່ງເປັນອົງການຂອງ​ພວກນັກຂ່າວ ຜູ້ລາຍງານ
ຂ່າວ​ກ່ຽວ​ກັບປະທານາທິບໍດີ ໄດ້ຕ້ອງ​ຕິຢ່າງໜັກຕໍ່ທຳນຽບຂາວ ໃນການເຄື່ອນ
ໄຫວ ໃນວັນສຸກວານນີ້ ແລະກ່າວວ່າ ຕົນຈະຫາລື​ກັນກ່ຽວກັບເລື່ອງນີ້ຕື່ມອີກ.

Trump: 'I'm Here Fighting For You'
please wait

No media source currently available

0:00 0:00:47 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

White House Press
please wait
Embed

No media source currently available

0:00 0:01:38 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG