ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກຊ່ຽວຊານ ດ້ານໂຄວິດ ຂອງທຳນຽບຂາວ ວ່າ ໄວຣັສໂຄໂຣນາ ແຜ່ລະບາດໄປໃນພື້ນທີ່ກວ້າງຂວາງ ຂອງ ສະຫະລັດ


ປະທານາທິບໍດີ ດໍໂນລ ທຣຳ ຟັງໃນຂະນະທີ່ ຄະນະສະເພາະກິດຮັບຜິດຊອບການລະບາດຂອງໄວຣັສໂຄໂຣນາຂອງທຳນຽບຂາວ ທ່ານໝໍ ເດໂບຣາ ເບີກສ໌ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທຳນຽບຂາວໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ສິງຫາ 2020.
ປະທານາທິບໍດີ ດໍໂນລ ທຣຳ ຟັງໃນຂະນະທີ່ ຄະນະສະເພາະກິດຮັບຜິດຊອບການລະບາດຂອງໄວຣັສໂຄໂຣນາຂອງທຳນຽບຂາວ ທ່ານໝໍ ເດໂບຣາ ເບີກສ໌ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທຳນຽບຂາວໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ສິງຫາ 2020.

ບັນດາຜູ້ຊ່ຽວຊານໄວຣັສໂຄໂຣນາຂອງທຳນຽບຂາວໄດ້ກ່າວໃນວັນອາທິດວານນີ້ວ່າ ການລະບາດໄດ້ກ້າວເຂົ້າສູ້ຂັ້ນຕອນໃໝ່, ເຊິ່ງມັນໄດ້ກາຍເປັນ “ແຜ່ກະ ຈາຍທີ່ກວ້າງຂວາງຢ່າງຜິດປົກກະຕິ” ໃນເຂດຊົນນະບົດ ເຊັ່ນດຽວກັບໃນບັນດາ ຕົວເມືອງໃຫຍ່ຕ່າງໆ.

ດຣ. ເດໂບຣາ ເບີກສ໌, ຜູ້ປະສານງານໜ່ວຍປະຕິບັດການໄວຣັສໂຄໂຣນາຂອງ ທຳນຽບຂາວ ໄດ້ກ່າວຕໍ່ໂທລະພາບ CNN ໃນວັນອາທິດວານນີ້ວ່າ “ສຳລັບ ທຸກຄົນທີ່ອາໄສຢູ່ໃນເຂດຊົນນະບົດ: ພວກເຈົ້າບໍ່ໄດ້ປອດເຊື້ອ ຫຼື ຖືກປົກປ້ອງ ຈາກໄວຣັສນີ້.”

ທ່ານນາງໄດ້ກ່າວວ່າໄວຣັສດັ່ງກ່າວໃນເດືອນສິງຫານີ້ ບໍ່ແມ່ນສິ່ງທີ່ມັນເປັນໃນ ເດືອນມີນາ ແລະ ເມສາທີ່ຜ່ານມາ, ເມື່ອມັນມີພຽງຕົວເມືອງໃຫຍ່ ແລະ ລັດ ທີ່ມີປະຊາຊົນໜາແໜ້ນໄດ້ລາຍງານກໍລະນີທັງຫຼາຍ.

ດຣ. ເບີກສ໌ ໄດ້ກ່າວຢໍ້າເຖິງຄວາມສຳຄັນຂອງການໃສ່ໜ້າກາກອະນາໄມ ຢູ່ໃນຮົ່ມ ຖ້າມີຜູ້ອາຍຸສູງ ຫຼື ຜູ້ທີ່ມີໂຣກຊໍາເຮື້ອຢູ່ໃນເຮືອນ.

ເຈົ້າໜ້າທີ່ອາວຸໂສທ່ານນຶ່ງຢູ່ກະຊວງສາທາລະນະສຸກ ແລະ ການບໍລິການ ມະນຸດ,​ ພົນເຮືອເອກ ເບຣັດ ຈີຣວາ, ໄດ້ໄປປາກົດຕົວໃນລາຍການ Meet the Press ຂອງໂທລະພາບ NBC. ທ່ານກໍໄດ້ເວົ້າ ກ່ຽວກັບ ຄວາມສຳ ຄັນຂອງການໃສ່ໜ້າກາກ ແລະ ຫຼີກລ່ຽງຝູງຄົນ.

ທ່ານກ່າວວ່າ “ຍ້ອນແນວນັ້ນພວກເຮົາຈຶ່ງໄປໝົດທຸກລັດ, ພວກເຮົາໄດ້ເຂົ້າ ຮ່ວມລາຍການວິທະຍຸ, ພວກເຮົາໃຫ້ຄຳແນະນຳທີ່ສະເພາະເຈາະຈົງ ສຳລັບ ຜູ້ປົກຄອງລັດ ຜ່ານລະເມືອງ, ກ່ຽວກັບ ສິ່ງທີ່ເຂົາເຈົ້າຕ້ອງເຮັດເວລາທີ່ພວກ ເຮົາເລີ່ມ, ເວລາທີ່ພວກເມືອງທີ່ວ່ານັ້ນເລີ່ມມີການລະບາດ, ເພາະວ່ານັ້ນແມ່ນ ເວລາທີ່ເຈົ້າຕ້ອງໄດ້ຫຼຸດຜ່ອນມັນລົງ.”

ປະມານເວລາດຽວກັນທີ່ ດຣ. ເບີກສ໌ ໄດ້ໃຫ້ຄຳເຫັນຕໍ່ໂທລະພາບ CNN ນັ້ນ, ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ແມ່ນໄດ້ໃຫ້ຄຳເຫັນທາງໂທລະ ພາບ ABC ກ່າວຫາ ດຣ. ເບີກສ໌ ກ່ຽວກັບ ການຊ່ວຍເຫຼືອປະທານາທິບໍດີ ດໍໂນລ ທຣຳ ເຜີຍແຜ່ຂໍ້ມູນທີ່ຜິດ ກ່ຽວກັບ COVID-19.

ທ່ານນາງ ເພໂລຊີ ໄດ້ຕອບຄຳຖາມນຶ່ງ ກ່ຽວກັບ ບົດຂ່າວຂອງໜັງສືພິມ Politico ທີ່ໄດ້ລາຍງານວ່າທ່ານນາງເວົ້າວ່າ ລັດຖະບານທ່ານ ທຣຳ ແມ່ນ “ມີຄວາມຮັບຜິດຊອບທີ່ບໍ່ດີຫຼາຍ,” ສ່ວນນຶ່ງແມ່ນຍ້ອນ ດຣ. ເບີກສ໌.

ທ່ານນາງ ເພໂລຊີ ໄດ້ກ່າວໃນລາຍການ This Week ຂອງໂທລະພາບ ABC ວ່າ “ຂ້າພະເຈົ້າຄິດວ່າທ່ານປະທານາທິບໍດີ ແມ່ນກຳລັງເຜີຍແຜ່ຂໍ້ມູນ ທີ່ຜິດ ກ່ຽວກັບ ໄວຣັສ, ແລະ ລາວແມ່ນຜູ້ທີ່ຖືກທ່ານແຕ່ງຕັ້ງຂຶ້ນມາ. ຂ້າພະ ເຈົ້າບໍ່ມີຄວາມໝັ້ນໃຈ,​ ບໍ່ມີເລີຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG