ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ສືບຕໍ່ ເອົາໃຈໃສ່ ສົ່ງເສີມ ຊາວໜຸ່ມ ຊົນເຜົ່າ ພື້ນເມືອງ

ປະທານາທິບໍດີ ບາຣັກ ໂອບາມາ ຢືນກ່າວຈາກຊ້າຍມື, ນາງ Tatiana Ticknor ຈາກຊົນເຜົ່າ Yup'ik/Tlingit/ Dena'ina, ທ້າວ Brayden White ຈາກຊົນເຜົ່ສ St. Regis Mohawk ແລະ ນາງ Blossom Johnson ຈາກເຜົ່ສ Navajo Nation ນັ່ງຟັງ ໃນລະຫວ່າງກອງປະຊຸມຊົນເຜົ່າແຫ່ງຊາດຂອງ ທຳນຽບຂາວ,5 ພະຈິກ, 2015.

ຈາກການກວາດລ້າງຂອງການບໍ່ມີທີ່ຢູ່ອາໄສ ຫາ ການສ້າງຄວາມ ເຂັ້ມແຂງໃຫ້ແກ່ພວກເດັກນ້ອຍ, ລັດຖະບານຂອງທ່ານ ໂອບາມາ ແມ່ນກຳລັງເປີດເຜີຍຫຼາຍບາດກ້າວໃໝ່ເພື່ອສົ່ງເສີມຊົນເຜົ່າຄົນ ພື້ນເມືອງ ອາເມຣິກາ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຕັ້ງການປັບ ປຸງຊີວິດການເປັນຢູ່ຂອງຄົນດັ້ງເດີມອາເມຣິກາ ໃຫ້ເປັນບຸລິມະ ສິດ.

ທ່ານ ໂອບາມາ ໄດ້ໂອ້ລົມກັບ ຊາວໜຸ່ມ ຄົນອາເຣິກາພື້ນເມືອງ 5 ຄົນ ໃນວັນພະຫັດວານນີ້ ໃນ ການສົນທະນາໃນຫຼາຍຫົວຂໍ້ກ່ຽວ ກັບບັນ ຫາທີ່ຊົນເຜົ່າກຳລັງປະເຊີນໜ້າ, ລວມທັງການສະໜັບສະໜູນ ສຳລັບບັນດານັກຮຽນ ທີ່ຈະຂ້າມຜ່ານເຂົ້າຮຽນຕໍ່ລະດັບວິທະຍາໄລ.

ທ່ານ Lee Juan Tyler ຈາກລັດ ໄອດາໂຮ ແລະ ຜູ້ຮ່ວມງານຄົນອື່ນໆລໍຖ້າການເດີນທາງມາເຖິງຂອງ ປະທານາທິບໍດີ ບາຣັກ ໂອບາມາ ເພື່ອກ່າວໃນກອງປະຊຸມຊົມເຜົ່າແຫ່ງຊາດ ຂອງທຳນຽບຂາວ, 5 ພະຈິກ 2015
ທ່ານ Lee Juan Tyler ຈາກລັດ ໄອດາໂຮ ແລະ ຜູ້ຮ່ວມງານຄົນອື່ນໆລໍຖ້າການເດີນທາງມາເຖິງຂອງ ປະທານາທິບໍດີ ບາຣັກ ໂອບາມາ ເພື່ອກ່າວໃນກອງປະຊຸມຊົມເຜົ່າແຫ່ງຊາດ ຂອງທຳນຽບຂາວ, 5 ພະຈິກ 2015

ທ່ານ ໂອບາມາ ກ່າວວ່າ “ສິ່ງອື່ນໆທີ່ພວກເຮົາພະຍາຍາມທີ່ຈະເຮັດກໍແມ່ນເສີມຂະຫຍາຍ ວິທະຍາໄລຕ່າງໆກ່ຽວກັບຊົນເຜົ່າ ເພາະວ່າພວກເຮົາຄິິດວ່າມັນມີ ໂອກາດສຳລັບຊາວ ໜຸ່ມຫຼາຍຄົນ ທີ່ຈະໄດ້ຮັບການສຶກສາທີ່ດີ ໃນວິທີທີ່ມີ ການເຊື່ອມຕໍ່ທາງດ້ານວັດທະນະທຳ ແລະ ອະນຸຍາດໃຫ້ບັນດາຊາວໜຸ່ມ ອາໄສຢູ່ກັບບ້ານບາງຄັ້ງບາງຄາວ.”

ທ່ານປະທານທິບໍດີກໍຍັງໄດ້ກ່າວວ່າ ໃນເມື່ອມັນມີຄວາມສຳຄັນທີ່ປະຊາຊົນພື້ນເມືອງ ໄດ້ຮັບ ການສະໜັບສະໜູນ ແລະ ມີສະຖານທີ່ໆພວກເຂົາເຈົ້າໄດ້ຮຽນຮູ້ກ່ຽວກັບຮາກເຫງົ້າມໍລະດົກ ຂອງພວກເຂົາເຈົ້າ, ທີ່ບໍ່ສາມາດໃຊ້ເປັນໄມ້ຄ້ອນເທົ້າ ຫຼືຂໍ້ແກ້ຕົວເພື່ອຫຼີກລ້ຽງສິ່ງທີ່ຢູ່ພາຍ ນອກຊົນເຜົ່າ.

ໃນປີທີ 7 ກອງປະຊຸມກ່ຽວກັບຊົນເຜົ່າແຫ່ງຊາດຂອງ ທຳນຽບຂາວ ໄດ້ນຳເອົາຜູ້ນຳຂອງຫົວ ໜ້າຊົນເຜົ່າຫຼາຍຮ້ອຍຄົນ ແລະ ເຈົ້າໜ້າທີ່ລັດຖະບານ ສະຫະລັດ ເພື່ອປຶກສາຫາລືກັນ ກ່ຽວກັບ ວິທີທາງໃນການກຳຈັດອຸປະສັກກີດຂວາງເພື່ອຄວາມສຳເລັດຂອງຊາວໜຸ່ມ ແລະ ເຮັດໃຫ້ອຳນາດອະທິປະໄຕຂອງຊົນເຜົ່າມີຄວາມກ້າວໜ້າຕໍ່ໄປ.

Obama Native American
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG