ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຳນຽບຂາວ ຢືນຢັນວ່າ ຕົນໄດ້ໂອ້ລົມ ລາຍງານຂ່າວ ກັບອົງການ FBI


ທານທຣຳ ພ້ອມດ້ວຍ ຫົວໜ້າທີ່ປຶກສາ ທ່ານ Reince Priebus (ທີ 2 ຈາກຊ້າຍ) ຮອງປະທານາທິບໍດີ Mike Pence ໂຄສົກທຳນຽບຂາວ ແລະທີ່ປຶກສາ ດ້ານຄວາມ
ໝັ້ນຄົງແຫ່ງຊດ ທ່ານ Michael Flynn ໂອ້ລົມທາງໂທ
ລະສັບ ກັບປະທານາທິບໍດີຮັດເຊຍ ທ່ານ Vladimir Putin ທີທຳນຽບຂາວ.
ທານທຣຳ ພ້ອມດ້ວຍ ຫົວໜ້າທີ່ປຶກສາ ທ່ານ Reince Priebus (ທີ 2 ຈາກຊ້າຍ) ຮອງປະທານາທິບໍດີ Mike Pence ໂຄສົກທຳນຽບຂາວ ແລະທີ່ປຶກສາ ດ້ານຄວາມ ໝັ້ນຄົງແຫ່ງຊດ ທ່ານ Michael Flynn ໂອ້ລົມທາງໂທ ລະສັບ ກັບປະທານາທິບໍດີຮັດເຊຍ ທ່ານ Vladimir Putin ທີທຳນຽບຂາວ.

ພວກ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ ​ຂອງ​ລັດຖະບານ​ທ່ານ​ທຣຳ ​ໃຫ້ການ​ຢືນຢັນ​ວ່າ ຫົວໜ້າ​ທີ່​ປຶກ
ສາ​ຂອງ​ທຳນຽບຂາວທ່ານ Reince Priebus ​ໄດ້​ໂອ້​ລົມ​ກັບ​ເຈົ້າໜ້າ​ທີ່ສັນຕິ​ບານ​ກາງ
ຫຼື FBI ຂອງ​ສະຫະລັດກ່ຽວ​ກັບ​ລາຍ​ງານ​ຂ່າວ​ທີ່​ພິມ​ເຜີຍ​ແຜ່​ຊຶ່ງ​ກ່າວ​ຫາ​ວ່າ ມີການ​ຕິດ​
ຕໍ່​ລະຫວ່າງ​ເຈົ້າໜ້າ​ທີ່ ​ຢູ່ໃນ​ຄະນະ​ໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານທຣຳ​ແລະຣັດ​ເຊຍ.

ການ​ໂອ້​ລົມ​ສົນທະ​ນາ​ ລະຫວ່າງ​ທຳນຽບຂາວ​ ແລະ​ເຈົ້າໜ້າ​ທີ່​ ອົງການ​ສັນຕິ​ບານ​ກາງ
ກ່ຽວກັບ​ການ​ສືບສວນ​ຂອງ​ອົງການ FBI ທີ່​ກຳລັງ​ດຳ​ເນີນ​ຢູ່​ນັ້ນອາດ​ເປັນການລະ​ເມີດ​
ຕໍ່​ກົດ​ລະບຽບ ​ໃນ​ດ້ານ​ຈັນ​ຍາ​ບັນ ​ທີ່​ມີ​ມາ​ເປັນ​ເວລາ​ດົນ ​ນານ​ຂອງ​ກະຊວງ​ຍຸຕິ​ທຳທີ່​ຈຳ
ກັດ​ການ​ຕິດ​ຕໍ່​ໃນ​ທຳນອງ​ນີ້ລະຫວ່າງ​ທຳນຽບຂາວ​ແລະ​ອົງການ FBI ​ໃນ​ການ​ສືບສວນ​
ທີ່​ພວມ​ດຳ​ເນີນ​ຢູ່.

ທ່ານ James Comey ຜູ້ອຳນວຍການ ອົງການ FBI
ທ່ານ James Comey ຜູ້ອຳນວຍການ ອົງການ FBI

ແຕ່​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດຖະບານ​ ທີ່​ຂໍ​ສະຫງວນ​ຊື່ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ເຊົ້າ
ວັນ​ສຸກ​ວານ​ນີ້ ​ໄດ້​ປະຕິ​ເສດ​ຢ່າງ​ແຂງ​ຂັນ ​ຕໍ່​ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ​ທີ່​ກ່າວ​ຫາ
ວ່າ​ມີ​ການ​ຕິດ​ຕໍ່​ ລະຫວ່າງ​ຜູ້​ຮ່ວມ​ງານ​ທີ່​ໃກ້ຊິດ​ຂອງທ່ານ​ທຣຳ ​ແລະ​ເຈົ້າໜ້າ​ທີ່​ລັດຖະ
ບານ​ຣັດ​ເຊຍ​ ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ປີ 2016.

​ໂທລະພາບ CNN ລາຍ​ງານ​ວ່າ ທ່ານ Priebus ​ໄດ້​ຕິດ​ຕໍ່ ໄປ​ຫາ​ຜູ້ອຳນວຍການ ອົງ
ການ FBI ທ່ານ James Comey ​ແລະ​ຮອງ​ຜູ້ອຳນວຍການ ທ່ານ Andrew Mc-
Cabe ​ໂດຍ​ຮ້ອງ​ຂໍ​ໃຫ້​ພວກ​ທ່ານ ສະ​ແດງ​ໃຫ້ເຫັນ​ວ່າ ການ​ກ່າວ​ຫາທີ່​ວ່າ​ຜູ້​ຮ່ວມ​ງານ
​ທີ່​ໃກ້ຊິດ​ຂອງ​ທ່ານ​ທຣຳ ​ໄດ້​ຕິດ​ຕໍ່​ກັບຣັດ​ເຊຍ​ນັ້ນ​ ແມ່ນ​ບໍ່​ຖືກຕ້ອງ.ແຕ່​ທ່ານ Comey
​ໄດ້​ປະຕິ​ເສດ.

ຮອງຜູ້ອຳນວຍການ ອົງການ FBI ທ່ານ Andrew McCabe
ຮອງຜູ້ອຳນວຍການ ອົງການ FBI ທ່ານ Andrew McCabe

ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດຖະບານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃ​ນວັນ​ສຸກ​ວານ​ນີ້ວ່າ​ທ່ານ Mc
Cabe ​ເປັນ​ຜູ້​ລິ​ເລີ່​ມການ​ໂອ້​ລົມ​ກ່ຽວ​ກັບ​ເລື່ອງ​ນີ້ກັບ​ທ່ານ Priebus ຫລັງຈາກ​ການ​ພົບ
​ປະ​ທີ່​ທຳນຽບຂາວໂດຍ​ແຈ້ງ​ໃຫ້​ທ່ານ​ຊາບ​ວ່າ ບໍ່​ມີ​ຫຍັງ​ໝົດ​ກ່ຽວ​ກັບລາຍ​ງານ​ນີ້.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ທ່ານ Priebus ​ໄດ້​ຖາມ​ທ່ານ McCabe “ພວກ​ເຮົາ​ຈະ​ເຮັດ ແນວ
​ໃດ​ກ່ຽວ​ກັບ​ເລື່ອງ​ນີ້” ​ແລະ​ນັ້ນຄື​ສິ່ງ​ທີ່​ທຳນຽບຂາວ ​ໄດ້​ຖືກ​ບີບຄັ້ນ​ໃນເລື່ອງ​ນີ້.

ມີ​ລາຍ​ງານ​ວ່າທ່ານ Comey ​ໄດ້​ໂທ​ໄປ​ຫາ​ທ່ານ Priebus ​ແລະ​ແຈ້ງ​ໃຫ້​ທ່ານຊາບ​ວ່າ
ທາງ​ອົງການ FBI ບໍ່​ສາມາດ​ທີ່​ຈະ​ອອກ​ຖະ​ແຫຼງຂ່າວ​ໃດໆ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ
​ລາຍ​ງານ​ນີ້ບໍ່ຖືກຕ້ອງ ອີງ​ຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ.

ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ ໃນ​ສະພາ​ຕ່ຳ​ສະຫະລັດ ທ່ານ​ນາງ Nancy Pelosi ​ໄດ້​ອອກຖະ​
ແຫຼງຂ່າວ​ສະບັບ​ນຶ່ງ​ ໃນ​ວັນ​ສຸກ​ວານ​ນີ້ ຮຽກຮ້ອງ​ໃຫ້​ກະຊວງ​ຍຸຕິ​ທຳ ດຳເນີນ​ການ​ສືບ
ສວນ​ກ່ຽວ​ກັບ​ການ​ຕິດ​ຕໍ່​ຂອງ​ທ່ານ Priebus ​ໄປ​ຫາ​ອົງການ FBI.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG