ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຳນຽບຂາວ 'ໝັ້ນ​ໃຈ​ວ່າ’ ຂໍ້​ບັງ​ຄັບ​ຂອງ​ຕົນ ໃນ​ການສັກ​ຢາ​ວັກ​ຊີນ ກັນ​ໂຄວິດ ຈະ​ໄດ້​ຮັບ​ການອະ​ນຸ​ມັດຈາກ​ສານ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ຂໍ້​ຮຽກ​ຮ້ອງ​ໃຫ້​ສັກ​ຢາ​ວັນ​ຊີນ​ກັນ COVID-19 ໃນ​ໄລ​ຍະ​ທີ່ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່ກໍ່​ສ້າງ Clayco ໃນ​ Elk Grove Village, ລັດ​ອີ​ລິ​ນອຍ, ວັນ​ທີ 7 ຕຸ​ລາ, 2021
ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ຂໍ້​ຮຽກ​ຮ້ອງ​ໃຫ້​ສັກ​ຢາ​ວັນ​ຊີນ​ກັນ COVID-19 ໃນ​ໄລ​ຍະ​ທີ່ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່ກໍ່​ສ້າງ Clayco ໃນ​ Elk Grove Village, ລັດ​ອີ​ລິ​ນອຍ, ວັນ​ທີ 7 ຕຸ​ລາ, 2021

ທຳນຽບຂາວກ່າວໃນວັນອາທິດວານນີ້ເວົ້າວ່າ ຕົນໝັ້ນໃຈວ່າ ໃນທີ່ສຸດສານ​ກໍຈະອະນຸມັດຄຳສັ່ງຂອງປະທານາທິບໍດີໂຈ ໄບ​ເດັນ ທີ່ໃຫ້ບັນດາທຸລະກິດຂອງສະຫະລັດທີ່ມີຄົນງານ 100 ຄົນ ຫຼືຫຼາຍກວ່ານັ້ນ ຮຽກຮ້ອງໃຫ້ພະ​ນັກງານຂອງເຂົາເຈົ້າໄດ້ຮັບການສັກຢາປ້ອງກັນໄວ​ຣັ​ສ​ໂຄ​ໂຣ​ນາ ຖ້າບໍ່​ດັ່ງ​ນັ້ນກໍຈະຖືກກວດ ​ພະ​ຍາດນີ້ເລື້ອຍໆ ເຖິງແມ່ນວ່າຈະມີການຕັດສິນຂອງສານໃນຂັ້ນທຳ​ອິດ​ໃຫ້ໂຈະການ ຮຽກ​ຮ້ອງໃຫ້ສັກວັກຊີນນີ້ໄວ້​ກໍ​ຕາມ.

ຫົວໜ້າທີ່​ປຶກ​ສາຂອງທຳນຽບຂາວ, ທ່ານຣອນ ເຄ​ລນ (Ron Klain) ກ່າວຕໍ່ລາຍການ “Meet the Press” ຂອງອົງ​ການ​ຂ່າວ NBC ວ່າ “ຂ້າພະເຈົ້າມີ ຄວາມໝັ້ນໃຈຫຼາຍວ່າ ເມື່ອອັນນີ້ໄດ້ຮັບການພິຈາລະນາຢ່າງຄົບຖ້ວນ, ບໍ່ພຽງ ແຕ່ເປັນຄຳສັ່ງຊົ່ວຄາວເທົ່ານັ້ນ, ຄວາມຖືກຕ້ອງຂອງຂໍ້ກຳນົດນີ້ຈະໄດ້​ຮັບ​ການ ຢືນ​ຢັດ.”

ທ່ານ​ເຄ​ລນ (Klain) ໃຫ້​ຄຳ​ອະ​ທິ​ບາຍ​ເຖິງລັກສະນະຂອງຄໍາສັ່ງໃຫ້ສັກຢາວັກ ຊີນຂອງທ່ານໄບ​ເດັນ, ເຊິ່ງສົ່ງຜົນກະທົບຕໍ່ພະນັກງານພາກເອກະຊົນ 84 ລ້ານ ຄົນແລະຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 4 ມັງກອນນີ້​ວ່າ ເປັນ "ເລື້ອງ​ທີ່​ຖືກ​ຕ້ອງ​ຕາມ​ສາ​ມັນ​ສຳ​ນຶກ" ເພື່ອຊ່ວຍເຮັດ​ໃຫ້ການລະບາດຂອງ​ພະ​ຍາດໃນສະຫະ ລັດສິ້ນ​ສຸດ​ລົງ.

ທ່ານກ່າວວ່າ ຖ້າອົງການບໍລິຫານດ້ານຄວາມປອດໄພໃນ​ການ​ເຮັດ​ອາ​ຊີບ​ວຽກ​ງານແລະສຸຂະພາບ (OSHA) ຂອງລັດຖະບານ "ສາມາດບອກໃຫ້ປະຊາຊົນ ໃສ່ຫມວກ​ກັນ​ກະ​ທົບໃນເວລາເຮັດວຽກ, ໃຫ້ລະມັດລະວັງກ່ຽວ​ກັບສານເຄມີ, ມັນກໍ​ຈະສາມາດ ... ວາງມາດຕະການງ່າຍໆເຫຼົ່ານີ້ອອກ​ມາເພື່ອຮັກສາຄົນ ງານຂອງພວກເຮົາໃຫ້ປອດໄພໄດ້."

ສານສູງສຸດຂອງສະຫະລັດໃນເດືອນແລ້ວນີ້ ໄດ້ອະນຸມັດຄຳສັ່ງໃຫ້ສັກຢາວັກ ຊີນ​ໃຫ້​ແກ່ພະນັກງານສາທາລະນະສຸກໃນລັດເມນ (Maine) ທີ່ຢູ່ທາງພາກຕາ ເວັນອອກສຽງເໜືອຂອງ​ປະ​ເທດ ແຕ່ຍັງບໍ່ທັນໄດ້ພິຈາລະນາເຖິງການບັງ​ຄັບທີ່ນຳ​ໃຊ້​ຢ່າງກວ້າງຂວາງ​ທົ່ວ​ປະ​ເທດເຊັ່ນ: ຄຳສັ່ງຂອງທ່ານໄບ​ເດັນ ທີ່ສົ່ງຜົນກະທົບຕໍ່ທຸລະກິດເອກະຊົນ ຫຼືຄຳສັ່ງຂອງທ່ານທີ່ຮຽກຮ້ອງໃຫ້ພະ ນັກງານລັດ​ຖະ​ບານກາງ ແລະພວກ​ສັນ​ຍາ​ຈ້າງທີ່ເຮັດວຽກໃຫ້ລັດຖະບານກາງ 4 ລ້ານຄົນວ່າ​ໃຫ້ສັກ​ຢາ​ວັກ​ຊີນ​ພາຍ​ໃນ​ວັນ​ທີ 22 ເດືອນ​ພະ​ຈິກນີ້​ເທື່ອ.

ຜູ້ປົກຄອງລັດຫຼາຍໆຄົນຈາກພັກຣີພັບບລິກັນທີ່ຄັດຄ້ານຕໍ່ຂໍ້​ບັງ​ຄັບ​ລະ​ດັບຊາດ ຂອງປະທານາທິບໍດີຈາກພັກເດໂມແຄຣັດ, ພ້ອມກັບສະຫະພັນກຳ​ມະ​ບານ​ຂອງ ລັດຖະກອນ ແລະພະນັກງານສ່ວນບຸກຄົນຈຳນວນນຶ່ງໄດ້ຍື່ນຄຳຟ້ອງຮ້ອງ ເພື່ອພະຍາຍາມສະກັດກັ້ນຄຳສັ່ງຂອງທ່ານໄບ​ເດັນນັ້ນ ລ້ວນແຕ່ອ້າງວ່າ ພວກເຂົາຖືກລະເມີດສິດຍ້ອນການ​ໃຊ້ອຳນາດເກີນ​ໄປຂອງ​ທ່ານ.

ໃນການຍື່ນຄໍາຮ້ອງຟ້ອງຕໍ່ຄໍາສັ່ງຂອງ​ທ່ານໄບ​ເດັນທີ່ສົ່ງຜົນກະທົບຕໍ່ພະນັກງານ ໃນທຸລະກິດເອກະຊົນນັ້ນ ຫົວ​ໜ້າ​ພະ​ແນກຍຸຕິທໍາຂອງລັດເທັກ​ຊັ​ສ, ທ່ານເຄນ ແພກ​ສ​ຕັນ (Ken Paxton) ເອີ້ນວ່າ ຄໍາສັ່ງໃຫ້​ສັກຢາວັກຊີນວ່າ "ເປັນການ ໃຊ້ອໍານາດໃນ​ທາງ​ຜິດ​ຢ່າງ​ໜ້າ​ຢ້ານ​ກົວຫລາຍຂອງລັດຖະບານກາງ” ທີ່ "ບໍ່ຖືກ​ຕ້ອງ​ຕາມລັດຖະທໍາມະນູນ". ທ່ານ​ໄດ້​ໂຕ້​ຖຽງ​ວ່າຂໍ້​ບັງ​ຄັບ​ດັ່ງ​ກ່າວແມ່ນຢູ່​ເໜືອ “ອຳນາດ​ທີ່​ຈຳກັດ​ແລະ​ໜ້າ​ທີ່​ຮັບຜິດຊອບ​ສະ​ເພາະ​ຂອງ OSHA.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Fight Over Workplace Vaccine Mandates Heats Up
please wait

No media source currently available

0:00 0:01:47 0:00

XS
SM
MD
LG