ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ປະນາມ ມາດຕະການ ເກັບພາສີ ໃໝ່ ຂອງເທີກີ ໂດຍກ່າວວ່າ 'ໜ້າເສຍໃຈ'


ພວກຄົນ ຍ່າງຢູ່ສູນການຄ້າ ໃນນະຄອນຫຼວງ ອັງກາຣາ ຂອງເທີກີ, ວັນທີ 15 ສິງຫາ 2018. ເທີກີ ໄດ້ປະກາດ ເພີ້ມການເກັບພາສີ ຕໍ່ຜະລິດຕະພັນ ສະຫະລັດ ທີ່ປະກອບດ້ວຍ ລົດຍົນ, ຢາສູບ ແລະ ເຫຼົ້າ ເປັນຕົ້ນ ໃນວັນພຸດວານນີ້ ໃນການຕອບໂຕ້ຄືນ ຕໍ່ມາດຕະການເກັບພາສີ ຕໍ່ເທີກີ ໃນການຂັດແຍ້ງທີ່ສືບຕໍ່ ໃນເລື້ອງ ການກັກຂັງ ຄຸນພໍ່ ອາເມຣິກັນ ທ່ານ ແອນດຣູ ບຣັນສັນ.
ພວກຄົນ ຍ່າງຢູ່ສູນການຄ້າ ໃນນະຄອນຫຼວງ ອັງກາຣາ ຂອງເທີກີ, ວັນທີ 15 ສິງຫາ 2018. ເທີກີ ໄດ້ປະກາດ ເພີ້ມການເກັບພາສີ ຕໍ່ຜະລິດຕະພັນ ສະຫະລັດ ທີ່ປະກອບດ້ວຍ ລົດຍົນ, ຢາສູບ ແລະ ເຫຼົ້າ ເປັນຕົ້ນ ໃນວັນພຸດວານນີ້ ໃນການຕອບໂຕ້ຄືນ ຕໍ່ມາດຕະການເກັບພາສີ ຕໍ່ເທີກີ ໃນການຂັດແຍ້ງທີ່ສືບຕໍ່ ໃນເລື້ອງ ການກັກຂັງ ຄຸນພໍ່ ອາເມຣິກັນ ທ່ານ ແອນດຣູ ບຣັນສັນ.

ໃນວັນພຸດວານນີ້ ທຳນຽບຂາວ ໄດ້ປະນາມ ເທີກີ ໃນການເກັບພາສີເພີ້ມຕໍ່ສິນຄ້ານຳເຂົ້າ
ຈາກສະຫະລັດ ອັນເປັນການປະເຊີນໜ້າກັນຄັ້ງຫລ້າສຸດ ລະ ຫວ່າງ ສອງພັນທະມິດ
ຂອງອົງການ ເນໂຕ້.

ອັງກາຣາ ໄດ້ວາງມາດຕະການເກັບພາສີໃໝ່ ທີ່ໜັກກວ່າ ຕໍ່ ລົດຍົນ ເຫຼົ້າ ຖ່ານຫີນ ແລະ
ຜະລິດຕະພັນອື່ນໆ ຂອງສະຫະລັດ ໃນມູນຄ່າ 533 ລ້ານໂດລາ ເປັນການຕອບໂຕ້ ຕໍ່
ການວາງມາດຕະການ ເກັບພາສີສອງທົບ ຂອງປະທານາທິບໍດີ ດໍໂນລ ທຣຳ ຕໍ່ເຫຼັກກ້າ
ແລະອາລູມີນຽມຂອງເທີກີ ທີ່ສົ່ງອອກໄປຍັງ ສະຫະລັດ ນັ້ນ. ການຕອບໂຕ້ກັບໄປກັບມາ
ຂອງທັງສອງຝ່າຍ ໂດຍການເກັບພາສີ ໄດ້ມີຂຶ້ນທ່າມກາງ ເລື້ອງທີ່ ເທີກີ ປະຕິເສດຕໍ່
ການຮຽກຮ້ອງຂອງສະຫະລັດ ໃຫ້ປ່ອຍໂຕ ຄຸນພໍ່ ອາເມຣິກັນ ທ່ານແອນດຣູ ບຣັນສັນ
ທີ່ເທີກີ ໄດ້ຄວບຄຸມໂຕໄວ້ ໃນຂໍ້ຫາ ທຳການສອດແນມ ແລະກ່ຽວພັນກັບການກໍ່ການຮ້າຍ.

White House: ‘We Won't Forget' How Turkey is Treating US Pastor
please wait

No media source currently available

0:00 0:01:59 0:00

ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ ແຊນເດີສ໌ ໄດ້ກ່າວວ່າ “ການເກັບພາສີ
ຂອງເທີກີ ແມ່ນແນ່ນອນ ເປັນເລື້ອງທີ່ໜ້າເສຍໃຈ ແລະ ເປັນບາດກ້າວ ໄປໃນທາງ
ທີ່ຜິດ. ມາດຕະການເກັບພາສີ ທີ່ສະຫະລັດ ໄດ້ວາງຕໍ່ເທີກີ ນັ້ນ ແມ່ນເກີດມາຈາກ
ຄວາມໝັ້ນຄົງແຫ່ງຊາດ. ສ່ວນມາດຕະການຂອງເທີກີ ນັ້ນ ແມ່ນອອກມາຈາກ
ການຕອບໂຕ້ຄືນ.”

ທ່ານນາງ ແຊນເດີສ໌ ໄດ້ກ່າວຕື່ມວ່າ ເຖິງແມ່ນວ່າ ທ່ານ ບຣັນສັນ ໄດ້ຖືກປ່ອຍໂຕ ການ
ເກັບພາສີຕໍ່ເຫຼັກກ້າ ຂອງສະຫະລັດ ກໍຈະຍັງຄົງມີຢູ່ຄືເກົ່າ.

ທ່ານນາງ ກ່າວວ່າ ເທີກີ ໄດ້ປະຕິບັດຕໍ່ ທ່ານ ບຣັນສັນ “ຜູ້ທີ່ພວກເຮົາຮູ້ດີວ່າ ເປັນບຸກ
ຄົນ ທີ່ດີຫຼາຍ ແລະ ເປັນຜູ້ນັບຖືສາສະໜາຄຣິສຕຽນຢ່າງເຄັ່ງຄັດ ທີ່ບໍ່ໄດ້ເຮັດຜິດຫຍັງ
ຊຶ່ງມັນບໍ່ຍຸຕິທຳ ບໍ່ດີແທ້ໆເລີຍ ແລະ ມັນເປັນສິງທີ່ພວກເຮົາບໍ່ສາມາດລືມມັນໄດ້.”

ໂດຍການຂັດແຍ້ງກັນ ລະຫວ່າງ ສະຫະລັດ ແລະເທີກີ ປາກົດວ່າ ຈະທະວີຂຶ້ນໃນແຕ່
ລະມື້ ຄ່າເງິນລີຣາຂອງເທີກີ ໃນການແລກປ່ຽນກັບເງິນໂດລາ ສະຫະລັດ ກໍໄດ້ຕົກລົງ
ຢ່າງໜັກ ແຕ່ ທ່ານນາງ ແຊນເດີສ໌ ໄດ້ປະຕິເສດ ຕໍ່ການກ່າວໂທດໃດໆວ່າ ເປັນຍ້ອນ
ສະຫະລັດ.

ບັນດານັກທຸລະກິດ ພາກັນຈັບເງິນໂດລາ ຢູ່ບ່ອນແລກປ່ຽນເງິນ ໃນການສະໜອງຕອບ ຕໍ່ຄຳຮຽກຮ້ອງຂອງ ປະທານາທິບໍດີ ຣີເຊັບ ໄຕຢິບ ເອີດວານ ໃຫ້ຂາຍເງິນໂດລາອອກ ແລະຮັກສາເງິນຢູໂຣໄວ້.
ບັນດານັກທຸລະກິດ ພາກັນຈັບເງິນໂດລາ ຢູ່ບ່ອນແລກປ່ຽນເງິນ ໃນການສະໜອງຕອບ ຕໍ່ຄຳຮຽກຮ້ອງຂອງ ປະທານາທິບໍດີ ຣີເຊັບ ໄຕຢິບ ເອີດວານ ໃຫ້ຂາຍເງິນໂດລາອອກ ແລະຮັກສາເງິນຢູໂຣໄວ້.


ທ່ານນາງ ໄດ້ກ່າວວ່າ ສະຫະລັດ ໄດ້ “ຕິດຕາມເບິ່ງສະຖານະການ” ນີ້ຢູ່. ແຕ່ທ່ານນາງ
ກ່າວຕື່ມວ່າ “ບັນຫາຕ່າງໆ ທາງດ້ານເສດຖະກິດຂອງເທີກີ ພວກນັ້ນ ເປັນພາກສ່ວນ
ຂອງແນວໂນ້ມ ໄລຍະຍາວ ເປັນສິ່ງທີ່ສ້າງຂຶ້ນດ້ວຍຕົນເອງ ແລະ ບໍ່ແມ່ນເປັນຜົນຈາກ
ການກະທຳໃດໆ ຂອງສະຫະລັດ ທີ່ໄດ້ເອົາ.”

ມາດຕະການເກັບພາສີໃໝ່ ຂອງເທີກີ ມີຂຶ້ນນຶ່ງວັນ ຫຼັງຈາກທີ່ ປະທານາທິບໍດີ ຣີເຊັບ
ໄຕຢິບ ເອີດວານ ໄດ້ກ່າວວ່າ ປະເທດຂອງທ່ານ ຈະຂວ້ຳບາດ ຕໍ່ພວກສິນຄ້າ ອີເລັກ-
ໂທຣນິກ ຂອງສະຫະລັດ ໂດຍທີ່ສະເພາະແມ່ນ ພວກໂທລະສັບ iPhone ຂອງບໍລິສັດ
Apple. ທ່ານ ເອີດວານ ຍັງໄດ້ຖິ້ມໂທດໃສ່ ສະຫະລັດ ທີ່ເຮັດໃຫ້ເງິນລີຣາ ຕົກລາຄາ
ແຕ່ທ່ານບໍ່ຍອມ ທີ່ຈະອ່ອນຂໍ້ຕໍ່ການຮຽກຮ້ອງຂອງທ່ານ ທຣຳ ທີ່ໃຫ້ປ່ອຍໂຕ ຄຸນພໍ່
ບຣັນສັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG