ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​​​​​​​​​​ເກົາຫຼີ​ໃຕ້ ​​ຍັງສືບຕໍ່ ຊຸກຍູ້​ ໃຫ້​ມີ ການພົບປະ​ ສຸດ​ຍອດ ລະຫວ່າງ​ ສຫລ ກັບ ເກົາຫຼີ​ເໜືອ ​


ຊາຍຄົນນຶ່ງຍ່າງຜ່ານໂທລະພາບທີ່ອອກຂ່າວ ຜູ້ນຳເກົາຫຼີ​ເໜືອ ກິມ ຈົງ​ ອຶນ (ຂວາ) ​ກັບປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ (ຊ້າຍ), ທີ່ສະຖານີ ລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, 16 ພຶດສະພາ 2018.
ຊາຍຄົນນຶ່ງຍ່າງຜ່ານໂທລະພາບທີ່ອອກຂ່າວ ຜູ້ນຳເກົາຫຼີ​ເໜືອ ກິມ ຈົງ​ ອຶນ (ຂວາ) ​ກັບປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ (ຊ້າຍ), ທີ່ສະຖານີ ລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, 16 ພຶດສະພາ 2018.

​ເກົາຫຼີ​ໃຕ້ ​ແມ່ນ​ຊຸກຍູ້​ໃຫ້​ຮັກສາ​ໄວ້ ​ຊຶ່ງກອງ​ປະຊຸມ​ສຸດ​ຍອດລະຫວ່າງ​ຜູ້ນຳເກົາຫຼີ
​ເໜືອ ກິມ ຈົງ​ ອຶນ ​ກັບປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ທີ່​ໄດ້ວາງ​ແຜນ
ການ​ໄວ້ນັ້ນ ​ຫຼັງ​ຈາກ​ທີ່​ພຽງ​ຢາງ ​ໄດ້​ເຕືອນ​ວ່າ ຕົນ​ອາດ​ຈະ​ຍົກ​ເລີກ​ກອງ​ປະຊຸມ​ນີ້
ຍ້ອນສະ ຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ຕົນ​ທັບມ້າງ​ໂຄງການ​ວາ​ວຸດ​ນິວ​ເຄລຍ.

ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ເກົາຫຼີ​ໃຕ້ ​ໄດ້​ອອກ​ຖະແຫຼງການສະບັບ​ນຶ່ງ ​
ໃນ​ວັນ​ພະຫັດມື້ນີ້ ໂດຍກ່າວ​ວ່າ​ຈະ “ປະສານ​ງານ​ຢ່າງ​ໃກ້ຊິດ ​ກ່ຽວກັບທ່າທີ
ຂອງ​ທັງ​ສອງ​ປະ​ເທດ ໃນ​ທຸກໆ​ຊ່ອງ​ທາງ
” ລະຫວ່າງ​ໂຊ​ລ ກັບ​ວໍ​ຊີງ​ຕັນ ​
ແລະ​ພຽງ​ຢາງ ​ເພື່ອ​ຄ້ຳປະກັນ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ນີ້ “​ຖືກ​ຈັດ​ຂຶ້ນ​ຢ່າງ​ສຳ
​ເລັດຜົນ ພາຍ​ໃຕ້ຈິດໃຈທີ່​ເປັນ​ການ​ໃຫ້​ກຽດ ຊຶ່ງ​ກັນ​ແລະ​ກັນ.”

ຊະ​ຕາ​ກຳ​ຂອງກອງ​ປະຊຸມ​ສຸດ​ຍອດໃນ​ວັນ​ທີ 12 ມິຖຸນາ ​ທີ່​ສິງກະ​ໂປ​ນັ້ນ ​
ແມ່ນ​ໄດ້​ພາໃຫ້ເກີດຄວາມສົງໄສ ​ໃນ​ວັນ​ພຸດ​ວານ​ນີ້ ຫຼັງ​ຈາກ​ທີ່​ຮອງ​ລັດຖະມົນຕີ
​ກະຊວງ​ການ​ຕ່າງປະ​ເທດ​ຜູ້​ທີ 1 ຂອງເກົາຫຼີ​ເໜືອ ທ່ານ​ກິມ ກາຍ ກວານ ​ໄດ້​ກ່າວ
​ວ່າ ພຽງ​ຢາງຈະຕ້ອງ “ພິຈາລະນາ​ຄືນ​ໃໝ່” ທີ່​ວ່າ ຕົນ​ຈະ​ເຂົ້າ​ຮ່ວມ​ໃນກອງ​ປະຊຸມ
​ສຸດ​ຍອດ ຫຼືບໍ່ຖ້າ​ຫາກ​ວ່າສະຫະລັດ ຍັງ​ສືບ​ຕໍ່​ຮຽກຮ້ອງ​ໃຫ້​ລະບອບ​ການ​ປົກຄອງ​
ຂອງ​ຕົນ ປະຖິ້ມຄັງອາວຸດ​ນິວ​ເຄລຍຂອງຕົນນັ້ນ.

ປະທານາທິບໍດີ ທຣຳ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ​ທີ່​ທຳນຽບຂາວ ​ໃນ​ແລງ​ວັນ​ພຸດ
​ວານ​ນີ້​ວ່າ ສະຫະລັດ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແຈ້ງເທື່ອວ່າ ກອງ​ປະຊຸມ​ສຸດ​ຍອດ
ຍັງ​ຈະ​ມີ​ຂຶ້ນ​ຫຼື​ບໍ່​ນັ້ນ.“ພວກ​ເຮົາ ຈະ​ເຫັນວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ. ​ເວລາ​ເທົ່າ​ນັ້ນ
ຈະ​ເປັນ​ເຄື່ອງ​ພິສູດ,”
ຊຶ່ງ​ທ່ານ​ທຣຳ ​ໄດ້​ກ່າວ​ໄວ້ ທີ່​ທຳນຽບຂາວ ​ໃນ​ວັນ​ພຸດ​ວານ​ນີ້​.
ທ່ານ​ທຣຳ ​ໄດ້​ກ່າວ​ຕື່ມວ່າ ສະຫະລັດ ຍັງ​ຈະ​ຢືນ​ຢັດເຖິງ​ການ​ປົດອາວຸດນິວເຄລຍ
ຂອງເກົາຫຼີ​ເໜືອ.

​ໂຄສົກ​ທຳນຽບຂາວ ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີຣ໌ສ ກ່າວຕໍ່ພວກນັກຂ່າວ ຂ້າງນອກທຳນຽບຂາວ, 3 ພຶດສະພາ 2018.
​ໂຄສົກ​ທຳນຽບຂາວ ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີຣ໌ສ ກ່າວຕໍ່ພວກນັກຂ່າວ ຂ້າງນອກທຳນຽບຂາວ, 3 ພຶດສະພາ 2018.

​ໂຄສົກ​ທຳນຽບຂາວ ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີຣ໌ສ ​ໄດ້​ບອກ​ກັບ​ຕາໜ່າງ
ຂ່າວ ຟັອກສ ນິວສ໌ ວ່າ ທ່ານ​ທຣຳ ​ແມ່ນ​ໄດ້​ຕຽມ​ການ​ເຖິງ “ການ​ເຈລະຈາ​ທີ່​ແຂງ​ຂັນ,”
​ແຕ່​ຖ້າຫາກ​ວ່າ ກອງ​ປະຊຸມ​ສຸດ​ຍອດ ຖືກ​ຍົກ​ເລີກ​ໄປ​ນັ້ນ, “ພວກ​ເຮົາ​ຈະ​ສືບ​ຕໍ່​ທຳ
​ການ​ກົດ​ດັນທີ່ໜັກທີ່ສຸດ”
ໃນ​ການ​ລົງໂທດ​ທາງດ້ານເສດຖະກິດ​ຕໍ່ເກົາຫຼີ​ເໜືອ.

ຖະແຫຼງການຂອງເກົາຫຼີ​ເໜືອ ແມ່ນ​ສະບັບ​ທີ 2 ​ໃນ​ຮອບ 24 ຊົ່ວ​ໂມງ ທີ່​ນຳ​ອອກ​ມາ​
ເຜີຍ​ແຜ່ ​ທີ່ປາກົດວ່າ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ໄລຍະທີ່ສາຍ​ພົວພັນຄວນ
ຈະທີ່ດີ​ຂຶ້ນ ລະຫວ່າງ ເກົາຫຼີ​ເໜືອ ເກົາຫຼີໃຕ້ ​ແລະ​ສະຫະລັດ. ເກົາຫຼີ​ເໜືອ ຍົກ​ເລີກ
ການ​ເຈລະຈາ​ລະດັບ​ສູງ ທີ່​ມວີໝາຍ​ກຳໜົດ​ສຳ​ລັບວັນ​ພຸດ​ວານ​ນີ້ ກັບເກົາຫຼີໃຕ້,
ຊຶ່ງ​ກ່າວເຖິງການ​ຊ້ອມ​ລົບ​ທາງ​ທະຫານ​ລະຫວ່າງ​ສະຫະລັດ ກັບເກົາຫຼີໃຕ້. ອົງການ​
ຂ່າວ​ KCNA ຂອງເກົາຫຼີ​ເໜືອ ​ໄດ້​ກ່າວ​ວ່າ ການ​ຊ້ອມ​ລົບ Max Thunder ​ແມ່ນ​ເປັນ
“ການ​ຝຶກ​ແອບເພື່ອ​ຮຸກຮານ” ​ແລະ​ເກາະ​ຜິດ ກັບເກົາຫຼີ​ເໜືອ.

ຖະແຫຼງການຍັງ​ໄດ້​ເຕືອນ​ວ່າ ສະຫະລັດ “ຈະ​ຕ້ອງ​ລະ​ໝັດ​ລະວັງ​ໃນ​ການ​ເຈາະ​ຈົງ
ກ່ຽວ​ກັບ​ຊະ​ຕາ​ກຳ ທີ່​ໄດ້​ວາງ​ແຜນ​ຕໍ່ກອງ​ປະຊຸມ​ສຸດ​ຍອດເກົາຫຼີ​ເໜືອ ກັບ​ສະຫະລັດ ​
ໃນການ​ຊ້ອມ​ລົບຮ່ວມ​ທາງ​ທະຫານ​ນີ້ ທີ່ມີຂຶ້ນກັບ​ເຈົ້າ​ໜ້າ​ທີ່ເກົາຫຼີໃຕ້.​”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ເກົາຫຼີເໜືອ ໃຊ້ການຍົກເລີກກອງປະຊຸມສຸດຍອດ ເປັນການຂົ່ມຂູ່

North Korea Cancellation Threats a Bargaining Tool, Analysts Say
please wait

No media source currently available

0:00 0:02:11 0:00

XS
SM
MD
LG