ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຮຽກຮ້ອງ ບໍ່ໃຫ້ຊຸມນຸມ ທາງສັງຄົມ ທີ່ມີຫຼາຍກວ່າ 10 ຄົນຂຶ້ນໄປ ຢູ່ໃນ ສະຫະລັດ


ປະທານາທິບໍດີ ດໍໂນລ ທຣຳ ພ້ອມດ້ວຍບັນດາສະມາຊິກ ຄະນະຮັບຜິດຊອບແກ້ໄຂເລື້ອງໄວຣັສໂຄໂລນາ ກ່າວແຈ້ງການກ່ຽວກັບໄວຣັສໂຄໂຣນາ ໃນກອງປະຊຸມຢູ່ທີ່ຫ້ອງໃນທຳນຽບຂາວ ເມື່ອວັນທີ 16 ມີນາ 2020 ໃນນະຄອນຫຼວງ ວໍຊິງຕັນ ດີຊີ ຂອງສະຫະລັດ.
ປະທານາທິບໍດີ ດໍໂນລ ທຣຳ ພ້ອມດ້ວຍບັນດາສະມາຊິກ ຄະນະຮັບຜິດຊອບແກ້ໄຂເລື້ອງໄວຣັສໂຄໂລນາ ກ່າວແຈ້ງການກ່ຽວກັບໄວຣັສໂຄໂຣນາ ໃນກອງປະຊຸມຢູ່ທີ່ຫ້ອງໃນທຳນຽບຂາວ ເມື່ອວັນທີ 16 ມີນາ 2020 ໃນນະຄອນຫຼວງ ວໍຊິງຕັນ ດີຊີ ຂອງສະຫະລັດ.

ທຳນຽບຂາວແນະນຳໃຫ້ປະຊາຊົນໃນສະຫະລັດ ຫລີກເວັ້ນຈາກການຊຸມນຸມທາງສັງຄົມ
ທີ່ມີຫຼາຍກວ່າ 10 ຄົນຂຶ້ນໄປ ເປັນໄລຍະ 15 ວັນຕໍ່ໜ້ານີ້.

ໃນການໃຫ້ຄວາມເຫັນກ່ຽວກັບການຊີ້ນຳໃໝ່ດັ່ງກ່າວ ຈາກຄະນະຮັບຜິດຊອບແກ້ໄຂ
ເລື້ອງໄວຣັສໂຄໂຣນາ ຂອງລັດຖະບານທ່ານ ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ
ຊາວອາເມຣິກັນ ຄວນສອນລູກເຕົ້າຢູ່ເຮືອນ ຫຼີກເວັ້ນການ ເດີນທາງ ແລະບໍ່ຄວນໄປທ່ຽວ
ບາ ແລະອຸດໜູນຮ້ານອາຮານທັງຫຼາຍ.

ໃນຂະນະນຳພາກອງປະຊຸມແຈ້ງການຕໍ່ບັນດານັກຂ່າວເປັນເວລາເກືອບນຶ່ງຊົ່ວໂມງ
ທ່ານປະທານາທິບໍດີ ໄດ້ກ່າວວ່າ “ໃນຂະນະທີ່ພວກເຮົາ ຕໍ່ສູ້ກັບໄວຣັສ ໂຄໂຣນາຢູ່
ແຕ່ລະຄົນ ແລະໝົດທຸກຄົນ ມີບົດບາດສຳຄັນ ໃນການຢຸດຢັ້ງ ການແຜ່ລະບາດ ແລະ
ການຕິດແປດຂອງເຊື້ອໄວຣັສດັ່ງກ່າວ.”

ທ່ານທຣຳ ໄດ້ປະຕິເສດຕໍ່ການອອກຄຳສັ່ງ ບໍ່ໃຫ້ອອກເຮືອນໃນທົ່ວປະເທດ ແຕ່ກໍກຳລັງ
ພິຈາລະນາເບິ່ງຢູ່.

ເມື່ອຖືກຖາມວ່າ ວິກິດການໄວຣັສນີ້ຈະຍືດເຍື້ອອອກໄປອີກດົນປານໃດ ທ່ານ ທຣຳ ໄດ້
ຄາດຄະເນວ່າ ມັນຈະແກ່ຍາວອອກໄປຈົນເຖິງ ເດືອນກໍລະກົດ ຫຼື ສິງຫາ ຫຼືອາດດົນກວ່າ
ນັ້ນ ກໍເປັນໄດ້.

ທ່ານທຣຳ ເວົ້າວ່າ “ມັນອາດຢູ່ໃນຊ່ວງເວລານັ້ນແຫຼະ ບ່ອນທີ່ມັນກະຈາຍອອກ ໄປ.”

ຄວາມພະຍາຍາມໃນບາງສ່ວນທີ່ຈະປ້ອງກັນບໍ່ໃຫ້ແຜ່ລະບາດອອກໄປຄັ້ງຫຼ້າສຸດ
ປະກອບດ້ວຍ ຄຳສັ່ງໃໝ່ໃຫ້ຢູ່ພາຍໃນເຮືອນທີ່ອອກມາໃນວັນອັງຄານມື້ນີ້ ສຳລັບ
ປະຊາຊົນ 7 ລ້ານຄົນ ຢູ່ໃນພື້ນທີ່ຂອງນະຄອນແຊນແຟຣນສິສໂກ ພ້ອມກັນນັ້ນ ໃຫ້ປິດ
ໂຮງມະຫໍລະສົບ ບ່ອນອອກກຳລັງກາຍ ແລະຮ້ານອາຫານທັງໝົດ ຢູ່ໃນນະຄອນຫຼວງ
ວໍຊິງຕັນ ດີຊີ.

ສ່ວນຜູ້ຈັດງານ ການແຂ່ງມ້າ ທີ່ເອີ້ນວ່າ Kentucky Derby ຄາດກັນວ່າ ຈະອອກມາ ປະກາດ ໃນວັນອັງຄານມື້ນີ້ ວ່າ ການແຂ່ງຂັນຕາມປະເພນີ ທີ່ໄດ້ຈັດຂຶ້ນໃນເດືອນເມສາ
ນັ້ນ ຈະຖືກເລື່ອນອອກໄປໃສ່ເດືອນກັນຍາພຸ້ນ.

ການດຳລົງຊີວິດແບບທຳມະດາໃນສະຫະລັດ ໄດ້ຍຸຕິລົງຢ່າງວ່ອງໄວ ໂດຍ ການອອກ
ຄຳສັ່ງໃຫ້ປິດທຸລະກິດທັງຫຼາຍ ທີ່ເລີ້ມຕົ້ນຂຶ້ນໃນວັນຈັນວານນີ້ ຢູ່ໃນຫຼາຍລັດແລ້ວ ຈຶ່ງ
ໄດ້ເຮັດໃຫ້ລາຄາຮຸ້ນທັງຫຼາຍຢູ່ໃນຕະຫຼາດຮຸ້ນ Wall Street ຍັງຕົກລົງຢ່າງໜັກໜ່ວງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG