ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ແລະກຸ່ມສະມາຊິກສະພາສູງຈາກສອງພັກການເມືອງ ຈະພົບປະກັນ ເລື້ອງຂໍ້ຕົກລົງດ້ານພື້ນຖານໂຄງລ່າງ


ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດເວີຈີເນຍ ຕາເວັນຕົກ ທ່ານໂຈ ແມນຊິນ, ໂອ້ລົມກັບບັນດານັກຂ່າວກ່ອນໜ້າເຂົ້າກອງປະຊຸມ ກ່ຽວກັບພື້ນຖານໂຄງລ່າງ ຢູ່ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 23 ມິຖຸນາ 2021.
ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດເວີຈີເນຍ ຕາເວັນຕົກ ທ່ານໂຈ ແມນຊິນ, ໂອ້ລົມກັບບັນດານັກຂ່າວກ່ອນໜ້າເຂົ້າກອງປະຊຸມ ກ່ຽວກັບພື້ນຖານໂຄງລ່າງ ຢູ່ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 23 ມິຖຸນາ 2021.

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ກຽມພ້ອມເປັນເຈົ້າພາບຕ້ອນຮັບກຸ່ມສະມາຊິກສະພາສູງສະຫະລັດ ຈາກທັງສອງພັກການເມືອງຢູ່ທີ່ທຳນຽບຂາວ ໃນວັນພະຫັດມື້ນີ້ ຫຼັງຈາກທີ່ພວກເຂົາເຈົ້າໄດ້ໃຫ້ສັນຍານໃນຄວາມກ້າວໜ້າເພື່ອເຮັດຂໍ້ຕົກລົງກ່ຽວກັບງົບປະມານການໃຊ້ຈ່າຍດ້ານພື້ນຖານໂຄງລ່າງທີ່ສຳ ຄັນ.

ການປຶກສາລືກັນ ໃນໄລຍະສອງສາມວັນຜ່ານມານີ້ ທີ່ເພັ່ງເລັງໃສ່ແຜນການໃຊ້ຈ່າຍຫຼາຍກວ່າ 1 ພັນຕື້ໂດລານັ້ນ ໄດ້ຖືກແບ່ງອອກໃຫ້ເທົ່າກັນ ລະຫວ່າງເງິນທຶນໃໝ່ ແລະທຶນເພື່ອໃຊ້ໃນຈຸດປະສົງດ້ານອື່ນ.

ເປົ້າໝາຍສະເພາະເຈາະຈົງໃນການດຳເນີນການທີ່ລວມມີ ການປັບປຸງເສັ້ນທາງແລະໂຄງຂ່າຍໄຟຟ້າແຫ່ງຊາດ ແລະຂະຫຍາຍການເຂົ້າເຖິງລະບົບອິນເຕີເນັດ ບຣອດແບນດ໌.

“ເຈົ້າໜ້າທີ່ອະວຸໂສຂອງທໍານຽບຂາວ ໄດ້ມີກອງປະຊຸມທີ່ມີປະສິດທິຜົນສອງຄັ້ງໃນມື້ນີ້ ກັບກຸ່ມສະມາຊິກສະພາສູງຈາກສອງພັກການເມືອງ ຜູ້ທີ່ໄດ້ເຈລະຈາຕໍ່ລອງກ່ຽວກັບພື້ນຖານໂຄງລ່າງ” ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວໄປໃນຖະແຫລງການເມື່ອຕອນແລງວັນພຸດວານນີ້. ທ່ານນາງ ກ່າວຕື່ມວ່າ “ກຸ່ມດັ່ງກ່າວໄດ້ມີຄວາມກ້າວໜ້າ ໄປສູ່ລາຍລະອຽດຂອງແຜນການ ທີ່ອາດເປັນຂໍ້ຕົກລົງ ແລະທ່ານປະທານາທິບໍດີ ໄດ້ເຊື້ອເຊີນກຸ່ມນັ້ນມາທຳນຽບຂາວໃນ ມື້ອື່ນ ເພື່ອປຶກສາຫາລືເລື້ອງນີ້ ດ້ວຍຕົນເອງ.”

ກຸ່ມດັ່ງກ່າວ ລວມມີ ສະມາຊິກສະພາສູງ 21 ຄົນ ແລະເປັນຄວາມພະຍາຍາມ ຄັ້ງຫຼ້າສຸດທີ່ດຳເນີນມາເປັນລຳດັບ ຂອງພັກເດໂມແຄຣັດ ແລະພັກຣີພັບບລີກັນ ໃນການຊອກຫາຂໍ້ຕົກລົງ ກ່ຽວກັບຂະໜາດ ບູລິມະສິດ ແລະແຫລ່ງທຶນສຳລັບໂຄງການພື້ນຖານໂຄງລ່າງທີ່ສຳຄັນນັ້ນ.

ທ່ານໄບເດັນ ກ່ອນໜ້ານີ້ ໄດ້ສະເໜີຊຸດງົບປະມານມູນຄ່າປະມານ 2 ພັນ 3 ຮ້ອຍຕື້ໂດລາ ແລະຕໍ່ມາໄດ້ຕັດລົງເຫຼືອຢູ່ 1 ພັນ 7 ຮ້ອຍຕື້ໂດລາ ໃນການຕໍ່ລອງເພື່ອໃຫ້ໄດ້ຮັບການສະໜັບສະໜຸນ ຈາກສະມາຊິກພັກຣີພັບບລີກັນ ທີ່ຕ້ອງການ ເພື່ອໃຫ້ມາດຕະການນີ້ ຮັບຜ່ານສະພາສູງທີ່ແບ່ງແຍກເທົ່າໆກັນ.

ນຶ່ງໃນຈຸດຫຼັກຂອງການຖົກຖຽງກັນ ກໍແມ່ນວິທີຫາເງິນມາໃຊ້ຈ່າຍສຳລັບແຜນ ການດັ່ງກ່າວ. ທ່ານໄບເດັນ ໄດ້ສະເໜີໃຫ້ຂຶ້ນອັດຕາພາສີບໍລິສັດ ແຕ່ພັກຣີພັບບລີກັນ ໄດ້ຄັດຄ້ານຕໍ່ບາດກ້າວອັນນັ້ນ ຫຼັງຈາກທີ່ໄດ້ຕັດອັດຕາພາສີນັ້ນ ຢ່າງສຳເລັດຜົນໄປແລ້ວ ໃນລະຫວ່າງລັດຖະບານຊຸດກ່ອນ ຂອງທ່ານດໍໂນລ ທຣຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG