ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວວ່າ ປ. ໄບເດັນ ຈະຫາລື ການໂຈມຕີ ຕໍ່ໂຮງງານປາດຊີ້ນ ກັບ ປ. ປູຕິນ ຂອງຣັດເຊຍ


ປະທານຮາທິບໍດີໂຈ ໄບເດັນ ກ່າວຢູ່ຫ້ອງຣູສແວລ (Roosevelt Room) ໃນທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 13 ພຶດສະພາ 2021.
ປະທານຮາທິບໍດີໂຈ ໄບເດັນ ກ່າວຢູ່ຫ້ອງຣູສແວລ (Roosevelt Room) ໃນທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 13 ພຶດສະພາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຈະສົນທະນາກັບ ປະທານາທິບໍດີ ຣັດເຊຍ
ທ່ານວລາດີເມຍ ປູຕິນ ພາຍໃນເດືອນນີ້ ກ່ຽວກັບ ການໃຫ້ບ່ອນຫຼົບລີ້ ແກ່ພວກໂຈມຕີ
ທາງໄຊເບີ ເຊັ່ນພວກທີ່ເຊື່ອກັນວ່າ ໄດ້ແນເປົ້າໝາຍ ໃສ່ບໍລິສັດ ຫໍ່ຊີ້ນຍັກໃຫຍ່ JBS
ນັ້ນຄືຄຳຖະແຫຼງຂອງທຳນຽບຂາວ ໃນວັນພຸດວານນີ້.

ໂຄສົກທຳນຽບຂາວທ່ານນາງ ເຈັນ ຊາກີ ຍັງໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳ ນຽບຂາວ
ວ່າ ທ່ານໄບເດັນ “ໄດ້ເລີ້ມທຳການທົບທວນທາງຍຸດທະສາດຢ່າງຮີບດ່ວນ” ກ່ຽວກັບການ
ໂຈມຕີ ທີ່ເປັນຜົນກະທົບຕໍ່ການປະຕິບັດງານ ຂອງບໍລິສັດ JBS ຢູ່ໃນອອສເຕຣເລຍ ແລະ
ອາເມຣິກາເໜືອ.

ປະທານາທິບໍດີໄບເດັນ ຈະພົບປະກັບຄູ່ຕຳແໜ່ງຝ່າຍຣັດເຊຍທີ່ນະຄອນເຈນີວາ ໃນວັນທີ
16 ມິຖຸນາ ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງສອງມະຫາອຳນາດ ຂອງໂລກ ໄດ້ເພີ້ມທະ
ວີຂຶ້ນ ກ່ຽວກັບການແຊກແຊງໃນການເລືອກຕັ້ງ ສິດທິມະ ນຸດ ແລະການຮຸກຮານຂອງຣັດ
ເຊຍຕໍ່ຢູເຄຣນ.

ບໍລິສັດສາຂາແຫ່ງນຶ່ງຂອງສະຫະລັດ ທີ່ຄວບຄຸມໂຮງງານປາດຊີ້ນໃນບຣາຊີລ ກ່າວຕໍ່ລັດ
ຖະບານສະຫະລັດວ່າ ຕົນໄດ້ຮັບຄຳສັ່ງໃຫ້ຈ່າຍຄ່າໄຖ່ ໃນການໂຈມ ຕີທາງໄຊເບີທີ່ເຊື່ອ
ວ່າມີຕົ້ນກຳເນີດຢູ່ໃນຣັດເຊຍ ນັ້ນຄືຄຳເວົ້າຂອງຮອງໂຄສົກ ທຳນຽບຂາວ ທ່ານນາງ
ແຄຣິນ ຊັງ-ປີແອ (Karin Jean-Pierre) ໃນວັນອັງ ຄານທີ່ຜ່ານມານີ້.

ທ່ານນາງຊັງ-ປີແອ ກ່າວວ່າ “ທຳນຽບຂາວພົວພັນໂດຍກົງກັບລັດຖະບານຣັດເຊຍກ່ຽວກັບ
ເລືື້ອງນີ້ແລະພວມສົ່ງຄຳເຕືອນທີ່ກ່າວວ່າ ບັນດາປະເທດທີ່ມີຄວາມຮັບຜິດຊອບບໍ່ໃຫ້ບ່ອນ
ຫຼົບລີ້ຕໍ່ພວກອາຊະຍາກອນຮຽກຄ່າໄຖ່ທາງຄອມພິວເຕີ້.”

ບໍລິສັດ JBS ໃນຂະນະດຽວກັນ ກໍກ່າວວ່າ ຕົນໄດ້ສ້າງ “ຄວາມຄືບໜ້າທີ່ສຳຄັນ” ໃນການ
ແກ້ໄຂການໂຈມຕີທາງໄຊເບີ ທີ່ເປັນຜົນກະທົບຕໍ່ການປະຕິບັດ ງານຢູ່ໃນອາເມຣິກາເໜືອ
ແລະອອສເຕຣເລຍ.

ຫົວໜ້າບໍລິຫານບໍລິສັດ JBS ໃນສະຫະລັດ ທ່ານອັນເດຣ ໂນເກຣາ (Andre Nogueira)
ກ່າວວ່າ ທ່ານຄາດວ່າ “ສ່ວນໃຫຍ່ຂອງຊີ້ນງົວ ຊີ້ນໝູ ຊີ້ນໄກ່ ແລະບັນດາໂຮງງານກະກຽມ
ອາຫານຂອງພວກເຮົາ” ຈະເລີ້ມການປະຕິບັດງານ ໃນວັນພຸດນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG