ປະທານາທິບໍດີດໍໂນລ ທຣຳ ຂອງສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ທ່ານ "ຮູ້ສຶກແປກໃຈຫລາຍ" ທີ່ຄະນະກຳມະການສືບລັບຂອງສະພາສູງ ທີ່ນຳພາໂດຍພັກຣີພັບບລິກັນນັ້ນ ໄດ້ສົ່ງໝາຍເກາະສັ່ງໃຫ້ລູກຊາຍກົກຂອງທ່ານ, ຄື ທ່ານດໍໂນລ ທຣຳ ຈູເນຍ (Donald Trump Jr.) ເຂົ້າໄປໃຫ້ການ ທີ່ກ່ຽວພັນກັບການສືບສວນເລື້ອງແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງປະທານາທິບໍດີສະຫະລັດ ປີ 2016 ຂອງຄະນະກຳມະການນັ້ນ ເພີ້ມອີກ.
"ລູກຊາຍຂອງຂ້າພະເຈົ້າເປັນຄົນດີຫລາຍ," ນັ້ນຄືຄຳເວົ້າຂອງທ່ານທຣຳ ຕໍ່ພວກນັກຂ່າວຢູ່ໃນທຳນຽບຂາວ ໂດຍໄດ້ເວົ້າວ່າການສືບສວນຂອງໄອຍະການ ພິເສດໂຣເບີດ ມັລເລີ ໄດ້ "ເຮັດໃຫ້ລາວພົ້ນຈາກການທຳຜິດຢ່າງສິ້ນເຊີງ" ແລ້ວ.
ຜູ້ນຳສະຫະລັດທ່ານນີ້ ຍັງເວົ້າອີກວ່າ ລູກຊາຍຂອງທ່ານໄດ້ໄປໃຫ້ການເປັນເວລານານ “ເກືອບຮອດ 20 ຊົ່ວໂມງ" ແລ້ວ.
ຍັງບໍ່ເປັນທີ່ຈະແຈ້ງໃນທັນທີ່ເທື່ອວ່າ ທ່ານທຣຳ ຈູເນຍ ຈະປະຕິບັດຕາມໝາຍ ເກາະດັ່ງກ່າວນັ້ນ ຫຼືບໍ່ ເຖິງແມ່ນວ່າມັນຈະຖືກວາງອອກມາໂດຍຄະນະກຳມະການໃນລັດຖະສະພາທີ່ຄວບຄຸມໂດຍພັກຣີພັບບິກັນກໍຕາມ.
ປະທານາທິບໍດີທຣຳ ໄດ້ຖືກປົດເປື້ອງໂດຍທ່ານມັລເລີ ໃຫ້ຫລຸດພົ້ນຈາກການກ່າວຫາ ທີ່ເວົ້າວ່າ ທ່ານ ແລະຄະນະໂຄສະນາຫາສຽງຂອງທ່ານໄດ້ສົມຮູ້ຮ່ວມ ຄິດກັບຣັດເຊຍ ເພື່ອຊ່ວຍໃຫ້ທ່ານໄດ້ໄຊຊະນະໃນການດຳລົງຕຳແໜ່ງຢູ່ໃນທຳນຽບຂາວ. ແຕ່ແນວໃດກໍຕາມ, ທ່ານໄອະຍະການກໍບໍ່ໄດ້ທຳການຕັດສິນໃນ ເລື້ອງທີ່ວ່າ ອາດເປັນໄປໄດ້ທີ່ທ່ານທຣຳໄດ້ຂັດຂວາງຂະບວນການຍຸຕິທຳ ໂດຍທີ່ໄດ້ພະຍາຍາມຍຸຕິການສືບສວນ ຫລືບໍ່ ເຖິງແມ່ນວ່າ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ວິລລຽມ ບາ ໄດ້ຕັດສິນວ່າ ບໍ່ໄດ້ມີການອະນຸຍາດໃຫ້ມີການກ່າວຫາວ່າມີຄວາມຜິດດ້ານອາຍາ ກໍຕາມ.ທ່ານທຣຳເວົ້າວ່າ "ທ່ານ ບອບ ມັລເລີ ບໍ່ແມ່ນເພື່ອນຂອງຂ້າພະເຈົ້າ," ຊຶ່ງໄດ້ກ່າວວ່າ ທີມງານຂອງທ່ານມັລເລີທີ່ມີ "17 ຫລື 18 ຄົນນັ້ນ ແມ່ນພວກສັງກັດພັກເດໂມແຄຣັດທີ່ໂກດແຄ້ນຫລາຍ ແລະຊັງດໍໂນລທຣຳ."
ແຕ່ວ່າ ທ່ານປະທານາທິບໍດີ, ຢູ່ໃນການໃຫ້ຄຳເຫັນເທື່ອທຳອິດຢ່າງຍືດຍາວຂອງທ່ານຕໍ່ບົດລາຍງານຂອງທ່ານ ມັລເລີນັ້ນກໍໄດ້ເວົ້າວ່າ "ບົດລາຍງານໄດ້ອອກມາ. ມັນດີຢ່າງສົມບູນແບບເລີຍ. ມັນດີງາມຫລາຍ. ບໍ່ມີການສົມຮູ້ຮ່ວມຄິດ. ຮອດບໍ່ມີໃຜເວົ້າເຖິງຄວາມເຊື່ອແບບຜິດໆເລີຍຊ້ຳ."
"ທ່ານຮູ້ບໍ່, ຂ້າພະເຈົ້າບໍ່ໄດ້ຍິນຄຳເວົ້າວ່າຣັດເຊຍມາເປັນເວລາດົນແລ້ວ" ນັ້ນຄືຄຳເວົ້າຂອງທ່ານທຣຳ. ທ່ານກ່າວຕໍ່ໄປວ່າ "ບໍ່ມີການເວົ້າເຖິງຣັດເຊຍອີກແລ້ວ. ມີຫຍັງເກີດຂຶ້ນກັບຣັດເຊຍຫລະ? ການຫາຈັບຜິດກ່ຽວກັບເລື້ອງຣັດເຊຍ ພວກເຂົາບໍ່ເວົ້າເຖິງເລີຍ ຍ້ອນວ່າມັນມີການສົມຮູ້ຮ່ວມຄິດກັນຫລາຍ, ຊຶ່ງເອີ ເຖິງຂັ້ນວ່າ ເປັນເລື້ອງໃຫຍ່ ກວ່ານັ້ນຫລາຍ ຍ້ອນວ່າມັນລ້ວນແລ້ວແຕ່ເປັນເລື້ອງກ່ຽວກັບຣັດເຊຍໂດຍທັງໝົດ… ສະນັ້ນ, ມັນຈຶ່ງບໍ່ມີການກະທຳຜິດທາງອາຍາ, ມັນເປັນການຫລອກລວງ. ມັນເປັນການຊອກຫາຈັບຜິດ."