ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຂໍເງິນ 500 ລ້ານໂດລາ ຈາກສະພາ ເພື່ອ ຊ່ອຍເຫຼືອ ພວກຕໍ່ຕ້ານ ໃນ ຊີເຣຍ (ສະໄລດ໌/ວີດີໂອ)


ກຸ່ມກອງທັບຊີເຣຍເສລີ ພວມຝຶກແອບ ພວກນັກລົບຂອງຕົນ
ກຸ່ມກອງທັບຊີເຣຍເສລີ ພວມຝຶກແອບ ພວກນັກລົບຂອງຕົນ

ທຳນຽບຂາວໄດ້ຮ້ອງຂໍເງິນ ໃນມູນຄ່າ 500 ລ້ານໂດລາ ຈາກລັດ
ຖະສະພາສະຫະລັດເພື່ອສະໜອງອຸບປະກອນແລະຝຶກແອບໃຫ້
ແກ່ສະມາຊິກທີ່ຖືກຄັດເລືອກຈຳນວນນຶ່ງຂອງກຳລັງປະກອບອາ
ວຸດຕໍ່ຕ້ານລັດຖະບານ ທີ່ນິຍົມແນວທາງປານກາງ ຢູ່ໃນຊີເຣຍ.

ທ່ານນາງ Caitlin Hayden ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງ
ຊາດຂອງສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ເງິນຈຳນວນດັ່ງ
ກ່າວຍັງຈະໃຊ້ສຳລັບ ຊ່ອຍປ້ອງກັນປະຊາຊົນຊາວຊີເຣຍ ສ້າງສະ
ຖຽນລະພາບ ໃນເຂດທີ່ຢູ່ພາຍໃຕ້ຄວາມຄຸ້ມຄອງຂອງພວກຕໍ່ຕ້ານ
ລັດຖະບານ ແລະຮັບມືກັບການຂົ່ມຂູ່ຂອງພວກກໍ່ການຮ້າຍ.

ທ່ານນາງ Hayden ກ່າວວ່າ ໃນຂະນະທີ່ຍັງບໍ່ທັນມີການແກ້ໄຂທາງທະຫານ ຕໍ່ວິກິດການ
ຢູ່ໃນຊີເຣຍນັ້ນ ເງິນຈຳນວນດັ່ງກ່າວນີ້ ແມ່ນອີກບາດກ້າວນຶ່ງ ໄປສູ່ການຊ່ອຍເຫຼືອປະຊາ
ຊົນຊາວຊີເຣຍ ເພື່ອປ້ອງກັນໂຕຈາກການໂຈມຕີ ຂອງອຳນາດການປົກຄອງ Assad.

ປະທານາທິບໍດີບາຣັກ ໂອບາມາໄດ້ກ່າວຕໍ່ພວກທີ່ຮຽນຈົບຈາກໂຮງຮຽນນາຍຮ້ອຍ West Point ເມື່ອເດືອນແລ້ວນີ້ວ່າ ສະຫະລັດ ຕ້ອງໄດ້ຕີຕ້ານຄືນ ພວກຫົວຮຸນແຮງ ທີ່ທ່ານເວົ້າວ່າ ພວມຊອກຫາບ່ອນຫລົບລີ້ຢູ່ໃນຊີເຣຍ ທີ່ພວມເກີດຄວາມໂກລາຫົນວຸ້ນວາຍນັ້ນ.

ການກໍ່ກະບົດຂອງພວກຊຸນນີ່ໃນຊີເຣຍໄດ້ມີອິດທິພົນຕໍ່ພວກຫົວຮຸນແຮງຈັດຊຸນນີ່ທີ່ພາກັນ
ລຸກຮືຂຶ້ນ ຕໍ່ຕ້ານຢູ່ໃນປະເທດອີຣັກ.

ທີ່ນິວຢອກໃນວັນພະຫັດວານນີ້ ຫົວໜ້າກິດຈະການມະນຸດສະທຳ ຂອງອົງການສະຫະປະ ຊາຊາດ ທ່ານນາງ Valeria Amos ກ່າວວ່າ ລັດຖະບານຊີເຣຍ ໄດ້ສ້າງອຸບປະສັກ ດ້ານ ລະບຽບການແລະການຈຳກັດຮັດແຄບຕ່າງໆກ່ຽວກັບວ່າ ຢູ່ໃສແລະເວລາໃດທີ່ການຊ່ອຍ ເຫລືອສາມາດຈັດສົ່ງໄປໃຫ້ໄດ້.

ທ່ານນາງ Amos ໄດ້ແຈ້ງໃຫ້ ສະພາຄວາມໝັ້ນຄົງສະຫະປະຊາຊາດຊາບວ່າ ທ່ານນາງບໍ່ ສາມາດ ທີ່ຈະບັນລະຍາຍເຖິງ ຄວາມໂກດແຄ້ນ ຂອງພວກພະນັກງານຊ່ອຍເຫຼືອບັນເທົາ
ທຸກ ທີ່ຕ້ອງໄດ້ໃຊ້ເວລາຫຼາຍໆຊົ່ວໂມງເພື່ອເຈລະຈາກັບພວກ ເຈົ້າໜ້າທີ່ໃນຂະນະທີ່ຊີວິດ ຂອງຜູ້ຄົນ ພວມຕົກຢູ່ໃນອັນຕະລາຍນັ້ນ.

SYRIA US CNPK
please wait
Embed

No media source currently available

0:00 0:01:45 0:00

XS
SM
MD
LG