ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຂາວ ໃຫ້ສິດທະ​ຫານ ໃຊ້ກຳ​ລັງ ຢູ່ຊາຍ​ແດນ ເພື່ອສະ​ກັດກັ້ນ ພວກອົບ​ພະ​ຍົບ ​ບໍ່​ໃຫ້ ​ເຂົ້າເມືອງ ແບບ​ເປັນ​ກຸ່ມ​ໃຫຍ່ໆ ​


ພວກ​ທະ​ຫານ​ພາ​ກັນ​ເອົາ​ກໍ້​ໜາມ​ໝາກ​ຈັບ​ກອງ​ກັນ​ຂຶ້ນ​ຫລາຍ​ຊັ້ນ ຢູ່​ລຽບ​ຕາມແຄມ​ແມ່​ນ້ຳ ຣີ​ໂອ ກ​ຣັງ​ເດີ (Rio Grande) ໃກ້​ກັບ​ຂົວ Juarez-Lincoln ຢູ່​ຊາຍ​ແດ​ນ​ສະ​ຫະ​ລັດ-ເມັກ​ຊິ​ໂກ ໃນ​ວັນ​ທີ 16 ພະ​ຈິກ, 2018, ຢູ່​ລັດເທັກ​ຊັ​ສ
ພວກ​ທະ​ຫານ​ພາ​ກັນ​ເອົາ​ກໍ້​ໜາມ​ໝາກ​ຈັບ​ກອງ​ກັນ​ຂຶ້ນ​ຫລາຍ​ຊັ້ນ ຢູ່​ລຽບ​ຕາມແຄມ​ແມ່​ນ້ຳ ຣີ​ໂອ ກ​ຣັງ​ເດີ (Rio Grande) ໃກ້​ກັບ​ຂົວ Juarez-Lincoln ຢູ່​ຊາຍ​ແດ​ນ​ສະ​ຫະ​ລັດ-ເມັກ​ຊິ​ໂກ ໃນ​ວັນ​ທີ 16 ພະ​ຈິກ, 2018, ຢູ່​ລັດເທັກ​ຊັ​ສ

ລັດ​ຖະ​ບານ​ທ່ານ ທ​ຣຳ ກຳ​ລັງ​ອະ​ນຸ​ຍາດ​ໃຫ້​ທະ​ຫານ​ທີ່​ປະ​ຈຳ​ການ​ຢູ່​ຊາຍ​ແດນສະ​ຫະ
​ລັດ​ກັບ​ເມັກ​ຊິ​ໂກ ກະທຳ​ການທາງດ້ານ​ປະ​ຕິ​ບັດ​ກົດ​ໝາຍບາງ​ຢ່າງ, ຫາກ​ຈຳ​ເປັນ, ກໍ​
ໃຫ້​ໃຊ້​ກຳ​ລັງ​ທີ່​ເຖິງຂັ້ນ​ເອົາ​ຊີ​ວິດ​ໄດ້.

ທ່ານ ຈິມ ແມດ​ຕິ​ສ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້ໃຫ້​ການ​ຢື​ນ​ຢັນຕໍ່ພວກ
​ນັກ​ຂ່າວ​ ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຫ້ອງການ​ລັດ​ຖະ​ບານ ທີ່​ເຊັນ
​ ໂດຍ​ຫົວ​ໜ້າ​ທີ່​ປຶກ​ສາປະ​ຈຳ​ທຳ​ນຽບ​ຂາວ, ທ່ານ ຈອນ ແຄ​ລ​ລີ, ​ຊຶ່ງບໍ່​ແມ່ນເຊັນ​ໂດຍ
​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຊຶ່ງ​ເຮັດ​ໃຫ້​ຄຳ​ສັ່ງ​ແນະ​ນຳໃນ​ການ​ປະ​ຕິ​ບັດ​ການ​ດັ່ງ​ກ່າວ
ມີຂອບເຂດ​ຈຳ​ກັດ​ໜ້ອຍກວ່າ.

ທ່ານ ແມັດ​ຕິ​ສ ກ່າວ​ວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີໄດ້​ເຫັນ​ຄວາມ​ຈຳ​ເປັນ ທີ່​ຕ້ອງ​ໃຫ້​ການ
​ສະ​ໜັບ​ສະ​ໜຸນ ​ແກ່​ພວກ​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ຕາມ​ຊາຍ​ແດນ ແລະ ພວກ​ເຮົາໄດ້​ຮັບ
​ຄຳ​ສັ່ງ​ແນະ​ນຳ​ເພີ້ມ​ເຕີມ ​ໃນ​ຕອນ​ເດິກ​ຄືນ​ວານນີ້ ທີ່​ໃຫ້​ສິດ​ແກ່​ພວກ​ເຮົາ​ປະ​ຕິ​ບັດ​ມາດ
​ຕະ​ການ​ເພີ້ມ​ເຕີມ​ອີກ. ພວກ​ເຮົາ​ໄດ້​ໂອ້​ລົມ​ກັບພວກ​ທີ່​ຢູ່ກະ​ຊວງຮັກ​ສາ​ຄວາມ​ປອດ​
ໄພ​ພາຍ​ໃນ​ແລ້ວ."

ທ່ານ​ກ່າວ​ເພີ້ມ​ອີກວ່າ ທ່ານ​ຈະ​ບໍ່​ກະ​ທຳ​ການ​ໃດໆ ຈົນ​ກວ່າ​ວ່າທ່ານ​ຈະ​ໄດ້​ຮັບຄຳຕອບ
​ມາ​ຈາກກະ​ຊວງປ້ອງ​ກັນ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນເສຍກ່ອນ​.

ທ່ານແມັດ​ຕິ​ສ ບອກວ່າ "ລັດ​ຖະ​ມົນ​ຕີກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນຕ້ອງ​ຂໍໃຫ້

​ຂ້າ​ພະ​ເຈົ້າ​ເຮັດ​ສິ່ງ​ຕ່າງໆ. ດຽວນີ້​ຂ້າ​ພະ​ເຈົ້າມີ​ສິດທີ່​ຈະກະ​ທຳ​ການຕ່າງ​ໆ ໄດ້ຫລາຍ
​ຂຶ້ນ. ບັດ​ນີ້ພວກ​ເຮົາ​ຈະ​ເບິ່ງວ່າ ທ່ານ​ນາງ​ຈະ​ຂໍ​ຮ້ອງ​ໃຫ້​ຂ້າ​ພະ​ເຈົ້າ​ເຮັດ​ຫຍັງ​ແດ່."

ໜັງສືພິມນີວຢອກທາມສ໌ (New York Times) ລາຍ​ງານ​ໃນ​ວັນ​ພຸດ​ວານນີ້​ວ່າ ເອ​ກະ​
ສານ​ທີ່​ເຜີຍ​ແຜ່​ຢູ່​ພາຍ​ໃນກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນເວົ້າ​ວ່າ ພວກ​ຍາມ​ຢູ່
​ຊາຍ​ແດນ​ສະ​ຫະ​ລັດ ​ປະ​ສົບ​ກັບ​ການ​ສ່ຽງ​ໄພຕໍ່​ການກໍ່​ຄວາມ​ຮຸນ​ແຮງ "ໜ້ອຍ​ຫລາຍ"
ໃນ​ການ​ປະ​ເຊີນ​ໜ້າກັບ​ພວກ​ອົບ​ພະ​ຍົບ. [[ https://www.nytimes.com/2018/11/20/us/politics/military-border-patrol-migrants.html?action=click&module=Top%20Stories&pgtype=Homepage ]]

ຄຳ​ສັ່ງ​ຂອງຫ້ອງ​ການ​ລັດ​ຖະ​ບານ ທີ່​ທ່ານ ແມັດ​ຕິ​ສ ໄດ້​ຮັບ​ນັ້ນ ທຳ​ອິດ ແມ່ນໄດ້ຖືກ
​ລາຍ​ງານ​ຢູ່​ໃນໜັງ​ສື​ພິມກອງ​ທັບ Military Times, ຊຶ່ງ​ອະ​ນຸ​ຍາດ​ໃຫ້ທະ​ຫານ​ທຳ​ກິດ
​ຈະ​ກຳ ທີ່​ລັດ​ຖະ​ມົນ​ຕີກະ​ຊວງປ້ອງ​ກັນ​ຊາດ "ກຳ​ນົດ​ວ່າ ມີ ຄວາມ​ຈຳ​ເປັນ ​ເພື່ອ​ປ້ອງ​
ກັນຊາຍ​ແດນ, ຊຶ່ງ​ລວມ​ມີ ການ​ສະ​ແດງ​ອອກ ແລະ​ໃຊ້​ກຳ​ລັງ​ທະ​ຫານ (ລວມ​ທັງ​ໃຊ້
​ກຳ​ລັງ​ທີ່​ເຖິງຂັ້ນ​ເອົາ​ຊີ​ວິດ​ໄດ້), ຄວບ​ຄຸມ​ການ​ໂຮມ​ຕົວ​ຂອງ​ຄົນ​ເປັນ​ຈຳ​ນວນ​ຫລວງ
​ຫລາຍ, ກັກ​ຂັງ​ຊົ່ວ​ຄາວ ແລະທຳ​ການສຳຫຼວດແບບ​ວ່ອງ​ໄວ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG