ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂາວຄາດຫວັງວ່າ ອົງ​ການ​ຄວບ​ຄຸມ ແລະ​ປ້ອງ​ກັນ​ພະ​ຍາດ​ຈະອະນຸມັດຢາວັກ ຊີນກັນໂຄວິດ ສໍາລັບເດັກນ້ອຍໃນໄວໆ ​ນີ້


ຮູບຖ່າຍໃນເດືອນຕຸລາ ປີ 2021 ເປີດເຜີຍໂດຍບໍລິສັດ ຟາຍເຊີ, ສະແດງໃຫ້ເຫັນຂະໜາດໂດສຂອງຢາວັກຊີນໂຄວິດ-19 ສໍາລັບເດັກນ້ອຍ ໃນເມືອງ ເປື່ອສ໌ (Puurs), ປະເທດ ແບລຈ້ຽມ. ວັນທີ 29 ຕຸລາ, ປີ 2021. ທາງອົງການອາຫານ ແລະຢາໄດ້ວາງແນວທາງໃຫ້ເດັກນ້ອຍອາຍຸ 5-11 ປີໄດ້ຮັບວັກຊີນ ຟາຍເຊີ ກັນໂຄວິດ-19.
ຮູບຖ່າຍໃນເດືອນຕຸລາ ປີ 2021 ເປີດເຜີຍໂດຍບໍລິສັດ ຟາຍເຊີ, ສະແດງໃຫ້ເຫັນຂະໜາດໂດສຂອງຢາວັກຊີນໂຄວິດ-19 ສໍາລັບເດັກນ້ອຍ ໃນເມືອງ ເປື່ອສ໌ (Puurs), ປະເທດ ແບລຈ້ຽມ. ວັນທີ 29 ຕຸລາ, ປີ 2021. ທາງອົງການອາຫານ ແລະຢາໄດ້ວາງແນວທາງໃຫ້ເດັກນ້ອຍອາຍຸ 5-11 ປີໄດ້ຮັບວັກຊີນ ຟາຍເຊີ ກັນໂຄວິດ-19.

ທີມຮັບມືກັບໂຄວິດ-19 ຂອງທໍານຽບຂາວກ່າວເມື່ອວັນຈັນວານນີ້ວ່າ ກໍາລັງລໍຖ້າການອະນຸມັດວັກຊີນ ຟາຍເຊີ-ໄບໂອເອັນເທັກ (Pfizer-BioNTech) ຂັ້ນສຸດທ້າຍສໍາລັບເດັກນ້ອຍໂດຍສູນຄວບຄຸມ ແລະປ້ອງກັນພະ​ຍາດ​ຂອງສະຫະລັດ ຫລື CDC, ແລະກະກຽມຄວາມພ້ອມໃນການດໍາເນີນການ​ສັກຢາວັກຊີນເຂັມທໍາອິດໃຫ້ ເດັກນ້ອຍອາຍຸລະຫວ່າງ 5-11 ປີພາຍໃນທ້າຍອາທິດນີ້.

ໃນມື້ວັນສຸກທີ່ຜ່ານມາ, ອົງການອາຫານ ແລະຢາ ຫລື FDA ໄດ້ອະນຸມັດແບບ ສຸກເສີນໃນການແຈກຢາຍຈຳ​ນວນ​ໂດ​ສ​ຂອງຢາວັກຊີນຟາຍເຊີກັນໂຄວິດ-19 ສໍາລັບເດັກນ້ອຍ. ຄະນະກໍາມະການທີ່ປຶກສາຂອງ CDC ຈະພິຈາລະນາເພື່ອອະນຸມັດຈຳ​ນວນ​ໂດ​ສ​ຂອງຢາວັກຊີນສໍາລັບເດັກນ້ອຍໃນມື້ ວັນອັງຄານມື້ນີ້.

ແຕ່ຢູ່​ໃນການຖະແຫລງຂ່າວກ່ຽວກັບໂຄວິດ-19 ຂອງທໍານຽບຂາວໃນມື້ ວັນຈັນວານນີ້, ທ່ານເຈັຟ ຊຽນທ໌ (Jeff Zients) ຜູ້ຮັບຜິດຊອບ ປະສານງານໃນ​ການ​ຮັບ​ມື​ກັບ​ໂຄວິດ ກ່າວວ່າ ທໍານຽບຂາວໄດ້ກຽມພ້ອມ ສໍາລັບຊ່ວງເວລານີ້ມາໄດ້ຫລາຍອາທິດແລ້ວ. ທ່ານກ່າວວ່າ ເມື່ອເກືອບສອງ ອາທິດທີ່ຜ່ານມາເຈົ້າໜ້າທີ່ໄດ້ປະສານງານໄປຫາລັດຕ່າງໆ ແລະມີຄໍາສັ່ງ ເບື້ອງຕົ້ນສໍາລັບຢາວັກຊີນດັ່ງກ່າວແລ້ວ.

ການປະກາດຂອງ FDA ໃນມື້ວັນສຸກທີ່ຜ່ານມາໄດ້ກະຕຸ້ນໃຫ້ທໍານຽບຂາວເລີ້ມ ສົ່ງຈຳ​ນວນ​ໂດ​ສ​ຂອງຢາວັກຊີນສໍາລັບເດັກນ້ອຍອອກໄປໃຫ້ບັນດາແພດເດັກ, ຮ້ານຂາຍຢາຕ່າງໆ ແລະສູນສຸຂະພາບຊຸມຊົນທົ່ວປະເທດ. ທ່ານຊຽນທ໌ ກ່າວວ່າ​ຂະ​ນະ​ທີ່​ລໍ​ຖ້າການອະນຸມັດຈາກ CDC ຢູ່ນີ້, ເດັກນ້ອຍຜູ້ທໍາອິດທີ່ຈະ ໄດ້ຮັບຢາວັກຊີນເທື່ອທໍາອິດ ອາດຈະເປັນວັນພຸດມື້​ອື່ນນີ້ ແລະທີ່ແນ່ ນອນແມ່ນພາຍໃນທ້າຍອາທິດນີ້.

ທ່ານກ່າວວ່າ ພາຍໃນຊ່ວງເວລານີ້ຂອງອາທິດໜ້າ ວັນທີ 7 ພະຈິກ, ໂຄງການວັກຊີນເດັກນ້ອຍຈະດໍາເນີນການຢ່າງ​ເຕັ​ມ​ສ່ວນ ແລະຂະຫຍາຍໄປ ທົ່ວປະເທດ. ທ່ານຊຽນທ໌ ກ່າວອີກວ່າທໍານຽບຂາວ ໄດ້ຈັດຊື້ຢາວັກຊີນ ຟາຍເຊີ ສໍາລັບເດັກນ້ອຍຈໍານວນ 28 ລ້ານໂດສ, ເຊິ່ງພຽງພໍສໍາລັບເດັກນ້ອຍອາຍຸລະຫວ່າງ 5-11 ປີຢູ່ໃນສະຫະລັດ.

ຜູ້ອໍານວຍການໃຫຍ່ຂອງ CDC ທ່ານນາງໂຣເຊລ ວາເລັນສະກີ (Rochelle Walensky) ໃຫ້ການຮັບຮອງວ່າຄະນະກໍາມະການທີ່ປຶກສາຂອງ CDC ຈະດໍາເນີນການທົບທວນເຖິງຄວາມປອດໄພ ແລະປະສິດທິພາບຂອງຢາວັກຊີນ ຟາຍເຊີສໍາລັບເດັກນ້ອຍຢ່າງຮອບ​ດ້ານ, ມີຄວາມຍຸຕິທໍາ ແລະເປີດເຜີຍ. ທ່ານນາງກ່າວວ່າ ເມື່ອວັກຊີນດັ່ງກ່າວໄດ້ຮັບການອະນຸມັດແລ້ວ ມັນຈະກາຍເປັນເຄື່ອງມືສໍາຄັນໃນການປ້ອງກັນເດັກນ້ອຍບໍ່​ໃຫ້​ຕິດໄວຣັສທີ່ກໍ່ໃຫ້ເກີດໂຄວິດ-19. ທ່ານນາງວາເລັນສະກີ ຍັງກ່າວຕື່ມວ່າການປ້ອງກັນເດັກນ້ອຍທີ່ດີທີ່ສຸດແມ່ນໃຫ້ບັນດາຜູ້ໃຫຍ່ທີ່ຢູ່​ໃກ້​ກັບ​ເຂົາ​ເຈົ້າໄດ້ຮັບການສັກຢາວັກຊີນ.

ທ່ານນາງວາເລັນສະກີກ່າວວ່າ ມາ​ຮອດມື້ວັນຈັນວານນີ້ 70 ເປີເຊັນຂອງຜູ້ໃຫຍ່ ໃນສະຫະລັດ ແມ່ນໄດ້ຮັບການສັກວັກຊີນຄົບຖ້ວນແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG