ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ປະກາດ ສະຖານທີ່ ຈັດປະຊຸມ ສຸດຍອດ ລະຫວ່າງ ປ. ທຣຳ ແລະ ຜູ້ນຳ ເກົາຫຼີເໜືອ


ພາບນຶ່ງ ຂອງໂຮງແຮມ ກາແປລລາ ຢູ່ໃນເກາະ ເຊັນໂຕຊາ ຂອງສິງກະໂປ, ວັນທີ 4 ມິຖຸນາ 2018.
ພາບນຶ່ງ ຂອງໂຮງແຮມ ກາແປລລາ ຢູ່ໃນເກາະ ເຊັນໂຕຊາ ຂອງສິງກະໂປ, ວັນທີ 4 ມິຖຸນາ 2018.

ທຳນຽບຂາວ ກ່າວວ່າ ກອງປະຊຸມສຸດຍອດ ທີ່ສິງກະໂປ ລະຫວ່າງປະທາ ນາທິບໍດີ
ດໍໂນລ ທຣຳ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນສັບປະດາໜ້ານີ້ ຈະຖືກຈັດ
ຂຶ້ນຢູ່ທີ່ ໂຮງແຮມ ກາແປລລາ (Capella) ໃນເກາະ ເຊັນໂຕຊາ (Sentosa) ຂອງ
ສິງກະໂປ.

ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ ແຊນເດີຣສ໌ ໄດ້ປະກາດ ສະຖານທີ່
ຂອງກອງປະຊຸມສຸດຍອດ ທີ່ຄາດຫວັງກັນໄວ້ ເປັນຢ່າງສູງ ຢູ່ໃນທວີດເຕີ ເມື່ອວັນ
ອັງຄານວານນີ້ ໂດຍກ່າວຕື່ມວ່າ “ພວກເຮົາຂໍຂອບໃຈ ຊາວສິງກະໂປ ທີ່ເປັນເຈົ້າ
ພາບຈັດງານອັນຍິ່ງໃຫຍ່ ຂອງພວກເຮົາ ສຳລັບຄວາມເອື້ອເຟື້ອຂອງພວກເຂົາເຈົ້າ.”

ກ່ອນໜ້ານີ້ ທ່ານທຣຳ ໄດ້ກ່າວສະແດງຄວາມຫວັງອອກມາວ່າ ການເຈລະຈາ ໃນວັນທີ
12 ເດືອນມິຖຸນາ ຢູ່ສິງກະໂປ ຈະເປັນ “ການເລີ້ມຕົ້ນຂອງສິ່ງທີ່ຍິ່ງໃຫຍ່...ພວກເຮົາຈະ
ໄດ້ເຫັນໃນໄວໆນີ້!”

ສະຫະລັດ ແລະ ບັນດາເຈົ້າໜ້າທີ່ເກົາຫຼີເໜືອ ກຳລັງສືບຕໍ່ວາງພື້ນຖານການດຳເນີນງານ
ກ່ອນໜ້າ ກອງປະຊຸມສຸດຍອດ.

ທ່ານທຣຳ ໄດ້ພົບປະກັບ ທ່ານ ກິມ ຢົງ ໂຊລ ຜູ້ຮອງລະດັບສູງຂອງທ່ານ ກິມ ຈົງ ອຶນ ຢູ່
ທີ່ທຳນຽບຂາວ ເມື່ອສັບປະດາແລ້ວນີ້ ຜູ້ທີ່ໄດ້ນຳເອົາໜັງສືສະບັບນຶ່ງ ຈາກຜູ້ນຳເກົາຫຼີ
ເໜືອ ມາມອບໃຫ້.

ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມກັບ ທ່ານ ກິມ ຢົງ ໂຊລ, ອະດີດຫົວໜ້າໜ່ວຍສືບລັບກອງທັບ ເກົາຫຼີເໜືອ ແລະເປັນທີ່ປຶກສາທີ່ໃກ້ຊິດຄົນນຶ່ງ ຂອງຜູ້ນຳ ກິມ ຈົງ ອຶນ, ໃນຂະນະທີ່ທັງສອງທ່ານ ພາກັນຍ່າງ ອອກມາຈາກກອງປະຊຸມ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ມິຖຸນາ 2018.
ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມກັບ ທ່ານ ກິມ ຢົງ ໂຊລ, ອະດີດຫົວໜ້າໜ່ວຍສືບລັບກອງທັບ ເກົາຫຼີເໜືອ ແລະເປັນທີ່ປຶກສາທີ່ໃກ້ຊິດຄົນນຶ່ງ ຂອງຜູ້ນຳ ກິມ ຈົງ ອຶນ, ໃນຂະນະທີ່ທັງສອງທ່ານ ພາກັນຍ່າງ ອອກມາຈາກກອງປະຊຸມ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ມິຖຸນາ 2018.

ຜູ້ນຳ ສະຫະລັດ ໃນໄລຍະຜ່ານມາ ໄດ້ຮຽກຮ້ອງໃຫ້ດຳເນີນ ຂັ້ນຕອນການປົດອາວຸດ
ນິວເຄລຍ ຢ່າງ່ວອງໄວ ແຕ່ຫຼັງຈາກທີ່ໄດ້ເຈລະຈາ ກັບ ເຈົ້າໜ້າທີ່ລະດັບສູງ ຂອງເກົາຫຼີ
ເໜືອ ເມື່ອວັນສຸກຜ່ານມານີ້ ທ່ານໄດ້ກ່າວວ່າ “ບໍ່ຕ້ອງຟ້າວ.”

ທ່ານທຣຳ ໄດ້ກ່າວຕື່ມວ່າ “ພວກເຮົາຈະບໍ່ເຂົ້າໄປ ແລະເຊັນອັນໃດອັນນຶ່ງ ໃນວັນທີ 12 ມິຖຸນາ ແລະ ພວກເຮົາກໍຈະບໍ່ເຮັດຈັ່ງຊັ້ນເລີຍ. ພວກເຮົາຈະເລີ້ມຕົ້ນຂັ້ນຕອນອັນນຶ່ງ.”

ທ່ານໄດ້ກ່າວຢ່າງຈະແຈ້ງວ່າ ເຖິງຢ່າງໃດກໍຕາມ ມາດຕະການລົງໂທດຕ່າງໆ ຕໍ່ເກົາຫຼີ
ເໜືອ ຈະບໍ່ຖືກຍົກເລີກຈົນກວ່າວ່າ ປະເທດດັ່ງກ່າວ ຕົກລົງທີ່ຈະປົດອາວຸດນິວເລຍ ຂອງ
ຕົນເສຍກ່ອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG