ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ປະກາດແຜນການ ທີ່ຈະສັກຢາວັກຊີນ ໃຫ້ແກ່ພວກເດັກນ້ອຍ


ເດັກນ້ອຍຄົນນຶ່ງໃສ່ໜ້າກາກ ໄປໂຮງຮຽນມື້ທຳອິດ ທີ່ນະຄອນນິວຢອກ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ໃນເມືອງບຣຸກລິນ ລັດນິວຢອກ ວັນທີ 13 ກັນຍາ 2021.
ເດັກນ້ອຍຄົນນຶ່ງໃສ່ໜ້າກາກ ໄປໂຮງຮຽນມື້ທຳອິດ ທີ່ນະຄອນນິວຢອກ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ໃນເມືອງບຣຸກລິນ ລັດນິວຢອກ ວັນທີ 13 ກັນຍາ 2021.

ທຳນຽບຂາວໄດ້ປະກາດວັນພຸດວານນີ້ວ່າ ຕົນມີແຜນການເປັນທີ່ຮຽບຮ້ອຍແລ້ວ ທີ່ຈະ
ສັກຢາວັກຊີນໃຫ້ແກ່ເດັກນ້ອຍອາຍຸຫ້າ ຫາ 11 ປີ ຢູ່ໃນສະຫະລັດ ຊຶ່ງກຳ ລັງລໍຖ້າການ
ອະນຸມັດໃຫ້ສັກຢາວັກຊີນຟາຍເຊີຣ (Pfizer) ແກ່ພວກເດັກນ້ອຍ ໃນບໍ່ເທົ່າໃດອາທິດ
ຂ້າງໜ້ານີ້.

ລະຫວ່າງການຖະແຫຼງຂ່າວຜ່ານທາງຄອມພິວເຕີນັ້ນ ຜູ້ປະສານງານກ່ຽວກັບໄວຣັສໂຄ
ໂຣນາຂອງທຳນຽບຂາວ ທ່ານເຈັຟ ຊຽນສ໌ (Jeff Zients) ໄດ້ກ່າວວ່າ ລັດຖະບານທ່ານ
ໄບເດັນ ໄດ້ເຮັດວຽກກັບລັດຕ່າງໆ ແລະພວກເຈົ້າໜ້າທີ່ທ້ອງ ຖິ່ນ ໃນຫຼາຍອາທິດທີ່ຜ່ານ
ມາ ເພື່ອຄໍ້າປະກັນວ່າ ການສັກຢາໃຫ້ແກ່ພວກເດັກ ນ້ອຍ ເປັນທີ່ປອດໄພ ແລະກຽມ
ພ້ອມໄວ້ພ້ອມແລ້ວ.

ທ່່ານກ່າວວ່າ ເຂົາເຈົ້າໄດ້ເຮັດວຽກກັບບໍລິສັດຟາຍເຊີຣ ເພື່ອເຮັດໃຫ້ການຫໍ່ຢານັ້ນງ່າຍ
ຂຶ້ນສຳລັບພວກນາຍໝໍປົວເດັກນ້ອຍ ແລະບັນດານາຍແພດປະຈຳ ຄອບຄົວ ເພື່ອສັກ
ຢາວັກຊີນ ໃຫ້ແກ່ພວກເດັກນ້ອຍ ຮວມທັງ ໃຫ້ເຂັມສັກຢາ ນ້ອຍລົງ. ທ່ານຊຽນສ໌ ກ່າວ
ວ່າ ທຳນຽບຂາວໄດ້ລົງທະບຽນບັນດານາຍແພດ ປິ່ນປົວເດັກນ້ອຍຫຼາຍກວ່າ 25,000
ຄົນ ນາຍແພດປະຈຳຄອບຄົວ ບັນດາ ໂຮງໝໍປົວເດັກນ້ອຍ ບ່ອນຂາຍຢາ ແລະບັນດາ
ສູນກາງສຸຂະພາບປະຈຳສັງ ຄົມຢູ່ຕາມຊົນນະບົດ ເພື່ອຊ່ວຍແຈກຢາຍຢາວັກຊີນ.

ຫົວໜ້າການແພດສະຫະລັດ ດຣ. ວີເວັກ ເມີທີ (Vivek Murthy) ກ່າວວ່າ ເຂົາເຈົ້າຕ້ອງ
ການນາຍແພດທີ່ໜ້າເຊື່ອຖື ແລະພວກນັກຊ່ຽວຊານດ້ານສາທາ ລະນະສຸກ ເພື່ອອອກ
ມາເວົ້າກ່ຽວກັບເລື້ອງຄວາມປອດໄພໃນການສັກຢາວັກ ຊີນ ຖ້າຫາກ ແລະເວລາໃດໄດ້
ຮັບການອະນຸມັດແລ້ວ ໃນຄວາມພະຍາຍາມທີ່ຈະກະກຽມທີ່ຈະໂຕ້ແຍ້ງທາງດ້ານການ
ເມືອງໃດໆ ຫຼືໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ທີ່ອາດເຮັດໃຫ້ພໍ່ແມ່ລັ່ງເລໃຈ ໃຫ້ພວກເດັກນ້ອຍໄດ້
ຮັບການສັກຢາວັກຊີນ.

ທ່ານຊຽນສ໌ ຮັບຮູ້ວ່າ ມີຄວາມເປັນໄປໄດ້ທີ່ຢາວັກຊີນຈະບໍ່ໄດ້ຮັບການອະນຸມັດສຳລັບ
ພວກເດັກນ້ອຍ ແຕ່ກໍກ່າວວ່າ ເຂົ້າເຈົ້າຕ້ອງການຢາກໃຫ້ລະບົບມີໄວ້.

ທ່ານກ່າວວ່າຢາວັກຊີນ ຍັງສືບຕໍ່ເປັນວິທີທາງທີ່ໄດ້ຜົນທີ່ສຸດ ເພື່ອຢຸດເຊົໂຣກລະບາດ
ດັ່ງກ່າວ. ທ່ານກ່າວວ່າ ນັບແຕ່ວັນພຸດວານນີ້ ມີປະຊາຊົນອາເມຣິກັນ 193 ລ້ານຄົນແລ້ວ
ທີີ່ມີສິດ ໄດ້ຮັບການສັກຢາວັກຊີນຄົບຊຸດ ຫຼາຍກວ່າສອງ ໃນທຸກສາມຄົນໃດທີ່ມີສິດໄດ້
ຮັບການສັກຢາ ອາຍຸ 12 ປີ ແລະແກ່ກວ່ານັ້ນ. ທ່ານກ່າວວ່າ ຖ້າຫາກຢາວັກຊີນ ໄດ້ຮັບ
ການອະນຸມັດສຳລັບພວກເດັກນ້ອຍ ຈະເຮັດໃຫ້ອີກ 28 ລ້ານຄົນ ມີສິດໄດ້ຮັບການ
ສັກຢາວັກຊີນ.

ຄະນະກຳມະການທິ່ປຶກສາອິດສະຫຼະ ຂອງອົງການອາຫານແລະຢາສະຫະລັດ ມີກຳ
ນົດທີ່ຈະພົບປະກັນໃນວັນທີ 26 ຕຸລາ ເພື່ອພິຈາລະນາການອະນຸມັດສຸກ ເສີນໃນການ
ນໍາໃຊ້ຢາວັກຊີນສຳລັບພວກເດັກນ້ອຍ ຕິດຕາມໂດຍຄະນະກຳມະການທີ່ປຶກສາອິດ
ສະຫຼະຂອງສູນກາງປ້ອງກັນແລະຄວບຄຸມພະຍາດໃນວັນທີ 2 ແລະ 3 ພະຈິກຈະ
ມາເຖິງນີ້.

ອ່ານຈ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG