ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີ່ປຶກສາທຳນຽຂາວ ສະໜັບສະໜູນການປິດ ຮ້ານກິນດື່ມ ໃນຂະນະທີ່ ກໍລະນີ ໂຄວິດ-19 ເພີ່ມຂຶ້ນໃນ ສະຫະລັດ


ປະຊາຊົນເຕົ້າໂຮມກັນຢູ່ຮ້ານອາຫານ North Shore Tavern ໃນເມືອງ ພິດສເບີກ ລັດ ເພັນຊິລເວເນຍ. 28 ມິຖຸນາ, 2020.
ປະຊາຊົນເຕົ້າໂຮມກັນຢູ່ຮ້ານອາຫານ North Shore Tavern ໃນເມືອງ ພິດສເບີກ ລັດ ເພັນຊິລເວເນຍ. 28 ມິຖຸນາ, 2020.

ທີ່ປຶກສາລະດັບສູງຂອງທຳນຽບຂາວທ່ານນຶ່ງໄດ້ກ່າວສະໜັບສະໜູນ ສຳລັບການປິດຮ້ານກິນດື່ມທັງຫຼາຍໃນວັນພຸດວານນີ້ ໃນຂະນະທີ່ ສະຫະລັດ ປະເຊີນ ໜ້າກັບການເພີ່ມຂຶ້ນຄັ້ງໃໝ່ໃນກໍລະນີຂອງໄວຣັສໂຄໂຣນາ ທີ່ມີສາເຫດມາຈາກພວກປະຊາຊົນໄວໜຸ່ມ ເຕົ້າໂຮມຊຸມແຊວແບບໃກ້ຊິດກັນໃນສັງຄົມຢູ່ຮ້ານກິນດື່ມຕ່າງໆ.

ມີຢ່າງໜ້ອຍ 19 ຈາກ 50 ລັດໃນ ສະຫະລັດ ໄດ້ຢຸດການເປີດເສດຖະກິດ ຂອງເຂົາເຈົ້າຄືນຊົ່ວຄາວ ໃນຂະນະທີ່ຫຼາຍກວ່າ 40,000 ກໍລະນີໃໝ່ຂອງ ໂຄວິດ-19 ໄດ້ຖືກລາຍງານທຸກມື້ໃນຫຼາຍວັນທີ່ຜ່ານມານີ້. ໃນ 37 ລັດ, ຕົວ ເລກຂອງກໍລະນີທີ່ຖືກຢືນຢັນແມ່ນກຳລັງເພີ່ມຂຶ້ນ, ບໍ່ໄດ້ຫຼຸດລົງດັ່ງທີ່ມັນໄດ້ ເປັນໃນກໍລະນີສ່ວນໃຫຍ່.

ບັນດາຜູ້ປົກຄອງລັດໃນຢ່າງໜ້ອຍ 6 ລັດ ໄດ້ສັ່ງໃຫ້ປິດຮ້ານກິນດື່ມຕ່າງໆ ຫຼັງ ຈາກຫຼາຍອາທິດທີ່ຜ່ານມາໄດ້ເວົ້າວ່າ ເຂົາເຈົ້າສາມາດເປີດຄືນໄດ້. ຜູ້ປົກຄອງ ລັດ ນິວ ຢອກ ທ່ານ ແອນຣູ ຄູໂອໂມ ໄດ້ກ່າວໃນວັນພຸດວານນີ້ວ່າ ການຮັບ ປະທານອາຫານຢູ່ໃນຮ້ານໃນນະຄອນ ນິວ ຢອກ “ຈະຖືກເລື່ອນເວລາອອກໄປ ຈົນກວ່າຂໍ້ເທັດຈິງຈະປ່ຽນແປງ ແລະ ມັນປອດໄພ ແລະ ບໍ່ມີອັນຕະລາຍ.”

ທີ່ປຶກສາທຳນຽບຂາວທ່ານນາງ ແຄລລີແອນ ຄອນເວ, ໃນການສຳພາດກັບ ລາຍການ Fox and Friend ຂອງໂທລະພາບ Fox News ນັ້ນ, ໄດ້ກ່າວ ເຖິງການຕັດສິນໃຈໃນລັດຕ່າງໆ ດັ່ງກັບສິ່ງທີ່ເປັນທາງເລືອກ ລະຫວ່າງ ການປິດຮ້ານກິນດື່ມໃນເວລານີ້ ແລະ ສາມາດທີ່ຈະເປີດໂຮງຮຽນຄືນໃນເດືອນສິງຫາ ແລະ ກັນຍາ.

ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າມີບາງສິ່ງທີ່ຈະເວົ້າ: ພວກເຮົາຕ້ອງມີບູລິມະ ສິດໃນລັດຕ່າງໆຂອງພວກເຮົາ ແລະ ໃນປະເທດນີ້, ພວກທ່ານຢາກເປີດຮ້ານກິນດື່ມດຽວນີ້ບໍ? ຫຼື ພວກທ່ານຢາກເປີດໂຮງຮຽນ ແລະ ສູນລ້ຽງເດັກໃນສອງສາມອາທິດຈະມາເຖິງນີ້?”

ທ່ານນາງໄດ້ກ່າວວ່າ, “ຂ້າພະເຈົ້າຈະເລືອກເອົາອັນຖັດໄປ, ແລະ ມັນບໍ່ແມ່ນ ຍ້ອນຂ້າພະເຈົ້າມີລູກທີ່ຍັງເຂົ້າໂຮງຮຽນຢູ່ ແຕ່ຍ້ອນພວກເຮົາຮູ້ວ່າການເປີດໂຮງຮຽນຂອງພວກເຮົາ ແລະ ເອົາພວກເດັກນ້ອຍກັບໄປເຮັດກິດຈະວັດປະຈຳວັນທີ່ປົກກະຕິຂອງເຂົາເຈົ້າ ແລະ ການສະໜັບສະໜູນໂຄງສ້າງຂອງເຂົາເຈົ້າແມ່ນກະແຈທີ່ສຳຄັນແທ້ໆ.

ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າມັນແມ່ນລະບົບຄວາມຫວັ່ນໄຫວທີ່ຈຳເປັນຂອງປະເທດນີ້,​ ແລະ ຫຼັງຈາກນັ້ນປະຊາຊົນກໍຈະສາມາດເກັບໄປເຮັດວຽກຄືນ.”

ແຕ່ການຕັດສິນໃຈຕ່າງໆສຳລັບໂຮງຮຽນປະຈຳເຂດໃນ ສະຫະລັດ ແລະ ພໍ່ແມ່ຂອງເດັກນ້ອຍໄວເຂົ້າໂຮງຮຽນແມ່ນມັກຈະບໍ່ເປັນເລື່ອງງ່າຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG