ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຂາວ ຍອມ​ຮັບ​ວ່າ ມີ​ສິ່ງ​ຕອບ​ແທນ​ກັນ ລະ​ຫວ່າງ ປ. ທ​ຣຳ ແລະ ຢູ​ເຄ​ຣນ


​ທ່ານ​ມິກ ມາ​ລ​ວາ​ນີ ຮັກ​ສາ​ການ ຫົວ​ໜ້າ​ທີ່​ປຶກ​ສາ​ປະ​ຈຳ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 30 ເມ​ສາ 2019.
​ທ່ານ​ມິກ ມາ​ລ​ວາ​ນີ ຮັກ​ສາ​ການ ຫົວ​ໜ້າ​ທີ່​ປຶກ​ສາ​ປະ​ຈຳ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 30 ເມ​ສາ 2019.

ທຳ​ນຽບ​ຂາວຍອມ​ຮັບ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ ໄດ້ໂຈະ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ມູນ​ຄ່າ 400 ລ້ານ​ໂດ​ລາ ທີ່​ມີ​ຄວາມຕ້ອງ​ການ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ​ສຳ​ລັບ​ຢູ​ເຄ​ຣນ ເພື່ອ​ກົດ​ດັນ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ສືບສວນ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດແລະ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2016.

ການ​ເປີດ​ເຜີຍ​ຢ່າງ​ໜ້າ​ຕົກ​ໃຈ ໂດຍ​ຜູ້​ຮັກ​ສາ​ການ​ ຫົວ​ໜ້າ​ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ ທ່ານມິກ ມາ​ລວາ​ນີ ມີ​ຂຶ້ນ​ຫຼັງ​ຈາກ​ທ່ານ​ທ​ຣຳປະ​ຕິ​ເສດ​ມາ​ໄດ້​ຫຼາຍ​ອາ​ທິດແລ້ວ​ວ່າ ມັນ​ບໍ່​ມີ “ສິ່ງ​ຕອບ​ແທນ​ກັນ” ໃດໆ ​ກັບ​ຢູ​ເຄ​ຣນ.

ທ່ານມາ​ລວາ​ນີ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳ​ນຽບ​ຂາວວ່​າ ເງິນ​ຊ່ວຍ​ເຫຼືອ​ຢູ​ເຄ​ຣນໄດ້​ຖືກ​ໂຈະ ຍ້ອນ​ທ່ານ​ທ​ຣຳ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​ໃນຢູ​ເຄ​ຣນ ແລະ​ສົງ​ໄສວ່າ​ມັນ​ອາດ​ມີ​ສ່ວນ​ພົວ​ພັນ ​ກັບ​ການ​ລັກ​ເຈາະ​ຂໍ້​ມູນ​ອີ​ແມ​ລຂອງສຳ​ນັກ​ງານ​ໃຫຍ່ພັກ​ເດໂມ​ແຄ​ຣັດແຫ່ງ​ຊາດ ໂດຍ​ຣັດ​ເຊຍ ໃນ​ປີ 2016.

ການ​ກ່າວ​ຫາ​ທີ່​ວ່ານີ້ ແມ່ນ​ອີງ​ຕາມ​ທິ​ດ​ສະ​ດີ​ສົມ​ຮູ້​ຮ່ວມ​ຄິດ ແລະ​ໄດ້​ຖືກ​ພິ​ສູດ​ວ່າ​ບໍ່​ເປັນ​ຄວາມ​ຈິງ​ມາ​ແລ້ວ.

ທ່ານມາ​ລວາ​ນີ ໄດ້​ກ່າວ​ຢ່າງ​ທ້າ​ທາຍ​ວ່າ ມັນ​ຈະ​ມີ​ອິດ​ທິ​ພົນ​ທາງ​ດ້ານ​ການ​ເມືອງ​ສະ​ເໝີ​ ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ​ກ່າວ​ຕໍ່​ຜູ້​ຄົນ​ວ່າ “ຈົ່ງ​ລືມ​ມັນ​ໄປ​ສະ.”

ຕໍ່​ມາ ທ່ານມາ​ລວາ​ນີ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້ ເພື່ອ​ພະ​ຍາຍ​າມ​ທີ່​ຈະ​ໃຫ້​ຄວາ​ມ​ກະ​ຈ່າງ​ແຈ້ງ​ ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ ​ທີ່​ແນະ​ໃຫ້​ເຫັນ​ວ່າ ມັນ​ມີ “ສິ່ງ​ຕອບ​ແທນ​ກັນ” ກັບ​ຢູ​ເຄ​ຣນນັ້ນ.

“ເຫດ​ຜົນ​ດຽວ​ເທົ່າ​ນັ້ນ ທີ່​ພວກ​ເຮົາ​ໄດ້​ໂຈະ​ການ​ໃຫ້​ເງິນ​ຊ່ວຍ​ເຫຼືອ​ແມ່ນ​ຍ້ອນ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ບໍ່​ໄດ້​ຮັບ​ຄວາມ​ສະ​ໜັບ​ສະ​ໜຸນ​ຈາກ​ປະ​ເທດ​ຕ່າງໆແລະ​ຄວາມ​ເຫັນ​ຫ່ວງ​ໃນ​ເລື້ອງ​ການ​ສໍ້​ລາດ​ບັງ​ຫຼວງ.”

ທ່ານມາ​ລວາ​ນີ ໄດ້​ກ່າວ​ຫາ​ສື່ມວນ​ຊົນ​ວ່າ “ເຂົ້າ​ໃຈ​ຜິດ” ໃນ​ສິ່ງ​ທີ່​ທ່ານ​ໄດ້​ເວົ້າ​ໄປເພື່ອ​ໃຫ້​ເປັນ​ຜົນ​ປະ​ໂຫຍດ​ ແກ່ “ພວກ​ທີ່​ມີ​ຄວາມ​ລຳ​ອຽງ ​ແລະ ​ຫາ​ຈັບ​ຜິດ​ທາງ​ການ​ເມືອງ​” ຕໍ່​ທ່ານ​ທ​ຣຳ.

ແຕ່​ທ່ານ​ແອ​ແດັມ ຊິ​ຟ ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ນຳ​ພາ​ການ​ສືບ​ສວນ​ຟ້ອງ​ຮ້ອງ ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ນັ້ນ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ການ​ຮັບ​ຮູ້​ຂອງ ທ່ານມາ​ລວາ​ນີ ໝາຍ​ຄວາມ​ວ່າ ສະ​ພາບ​ການ​ທີ່​ບໍ່​ດີ​ຢູ່​ແລ້ວນັ້ນ ແມ່ນ​ຮ້າຍ​ແຮງຂຶ້ນ​ໄປ​ຕື່ມ.”

ຄະ​ນະ​ຕໍ່​ສູ້​ທາງ​ກົດ​ໝາຍ​ຂອງ​ທ່ານ​ທ​ຣຳ ໄດ້​ວາງ​ໂຕ​ຢູ່​ຫ່າງໆ​ຈາກ​ການ​ໃຫ້​ຄວາມເຫັນ​ຂອງ​ທ່ານມາ​ລວາ​ນີ. ທະ​ນາຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ເຈ ຊາ​ກູ​ໂລ ກ່າວ​ວ່າ ທ່ານ​ເອງ​ແລະ​ບຸກ​ຄົນ​ອື່ນໆ​ບໍ່​ໄດ້​ມີ​ສ່ວນ​ພົວ​ພັນ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ທ່ານມາ​ລວາ​ນີ.

ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ​ກ່າວ​ວ່າ ຖ້າ​ທຳ​ນຽບ​ຂາວ​ຫາກ​ກັກ​ເງິນ​ຊ່ວຍ​ເຫຼືອ​ສຳ​ລັບ​ຢູ​ເຄ​ຣນ​ເພື່ອ​ຢາກ​ໃຫ້​ມີ​ການ​ສືບ​ສວນ ນັ້ນ​ແມ່ນ​ເລື້ອງ​ໃໝ່​ສຳ​ລັບ​ພວກ​ເຮົາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG