ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ດຳເນີນການ ເພື່ອແກ້ໄຂ ການຕຳໜິຕິຕຽນ ຂອງອົງການ AAPI


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ໃນລະຫວ່າງງານ ກ່ຽວກັບ ການສັກຢາ COVID-19 ແລະ ການຕອບໂຕ້ຕໍ່ໂຣກລະບາດ, ໃນຫໍປະຊຸມ South Court ຢູ່ເຂດທີ່ຕັ້ງຂອງ ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 29 ມີນາ, 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ໃນລະຫວ່າງງານ ກ່ຽວກັບ ການສັກຢາ COVID-19 ແລະ ການຕອບໂຕ້ຕໍ່ໂຣກລະບາດ, ໃນຫໍປະຊຸມ South Court ຢູ່ເຂດທີ່ຕັ້ງຂອງ ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 29 ມີນາ, 2021.

ທຳນຽບຂາວໄດ້ມີການດຳເນີນການຫຼາຍຂຶ້ນກວ່າເກົ່າ ໃນການຕອບໂຕ້ຕໍ່ການຕຳໜິຕິຕຽນທີ່ວ່າປະທານາທິບໍດີ ໂຈ ໄບເດັນ ແມ່ນບໍ່ໄດ້ຕອບສະໜອງຢ່າງພຽງພໍຕໍ່ການເພີ່ມຂຶ້ນໃນເຫດການຄວາມຄຽດຊັງຕໍ່ຄົນ ອາເມຣິກັນ ເຊື້ອສາຍ ເອເຊຍ, ພ້ອມກັບການສະແດງຂໍ້ຄິດເຫັນ ກ່ຽວກັບ ຄົນອາເມຣິກັນເຊື້ອສາຍເອເຊຍຈາກໝູ່ເກາະມະຫາສະໝຸດປາຊີຟິກໃນລັດຖະບານທີ່ມີອາຍຸ 2 ເດືອນຂອງ ທ່ານ.

ໃນການປະກາດຕ່າງໆ ຂອງວັນອັງຄານວານນີ້, ໂຄງການຂອງທຳນຽບຂາວ ກ່ຽວກັບ ຄົນອາເມຣິກັນເຊື້ອສາຍເອເຊຍ ແລະ ປະຊາຊົນຈາກໝູ່ເກາະມະຫາສະໝຸດປາຊີຟິກແມ່ນໄດ້ຖືກນຳກັບຄືນມາ ແລະ ຂະຫຍາຍອອກໄປ. ມັນໄດ້ຖືກສ້າງຕັ້ງຂຶ້ນທຳອິດໃນລະຫວ່າງລັດຖະບານຂອງປະທານາ ທິບໍດີ ບິລ ຄລິນຕັນ.

ກຸ່ມສະໜັບສະໜູນຊື່ວ່າ ການດຳເນີນການຫົວກ້າວໜ້າ AAPI ໄດ້ກ່າວວ່າ “ກ່ອນວັນອັງຄານວານນີ້, ທຳນຽບຂາວ ແມ່ນບໍ່ໄດ້ປະຕິບັດການເພື່ອຟື້ນຟູໂຄງການ WHIAAPI, ບັນດານັກເຄື່ອນໄຫວ AAPI ໄດ້ໂຕ້ແຍ້ງວ່າໂຄງການດັ່ງກ່າວຄວນຖືກຍ້າຍໄປອົງການນຶ່ງ ເຊິ່ງມີຄວາມພຽບພ້ອມກວ່າ ເພື່ອແກ້ໄຂບັນຫາສຸຂະພາບ ແລະ ຄວາມປອດໄພຂອງສາທາລະນະທີ່ຄົນອາເມຣິກັນເຊື້ອສາຍເອເຊຍໄດ້ປະເຊີນ.”

ທ່ານ ໄບເດັນ ຍັງໄດ້ແຕ່ງຕັ້ງຜູ້ປະສານງານຂອງນະໂຍບາຍດັ່ງກ່າວໃນທົ່ວລັດຖະບານກາງ. ບັນ ດາຜູ້ສະໜັບສະໜູນຊຸມຊົນໄດ້ທຳການຂໍຮ້ອງທີ່ວ່ານັ້ນ.

ທຳນຽບຂາວຍັງໄດ້ຈັດເງິນປະມານ 50 ລ້ານໂດລາໃຫ້ຜູ້ລອດຊີວິດໃນຄວາມຮຸນແຮງພາຍໃນຄອບຄົວ ແລະ ການທຳຮ້າຍທາງເພດຂອງ AAPI ແລະ ສຳລັບໂຄງການຫຼາຍອົງການ ເພື່ອແກ້ໄຂການເພີ່ມຂຶ້ນຂອງອາຊະຍາກຳຄວາມຄຽດຊັງຕໍ່ຊຸມຊົນດັ່ງກ່າວ.

ທຶນຈຳນວນນຶ່ງຍັງຈະຖືກນຳໄປຕັ້ງໜ່ວຍປະຕິບັດການຄວາມເປັນທຳ COVID-19 ເພື່ອແກ້ໄຂໂຣກຢ້ານຄົນອາເມຣິກັນເຊື້ອສາຍເອເຊຍ, ເຊິ່ງແມ່ນຊຸມຊົນທີ່ ຖືກກະທົບໜັກສຸດທາງເສດຖະ ກິດ ຍ້ອນໂຣກລະບາດໄວຣັສໂຄໂຣນາ.

ນີ້ແມ່ນບາດກ້າວ “ທີ່ຢູ່ໃນທິດທາງທີ່ຖືກຕ້ອງ, ແຕ່ວ່າເຫດການທັງໝົດນີ້ຈະຫຼຸດລົງໄດ້ແນວໃດນັ້ນແມ່ນຍັງບໍ່ແນ່ນອນ,” ອີງຕາມການກ່າວຂອງທ່ານ ເຈັຟ ເລ, ຈາກໂຄງການຮັກສາຄວາມປອດໄພແຫ່ງຊາດ ທຣູແມນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG