ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທຳ​ນຽບ​ຂາວ ລົ້ມ​ເລີກ ການ​ຕໍ່​ສູ້ ກ່ຽວ​ກັບ ການ​ຊ່ວຍ​ເຫຼືອ ຕ່າງ​ປະ​ເທດ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເວົ້າ​ໃນ​ລະ​ຫວ່າງ​ການ​ປະ​ຊຸມ​​ທີ່ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ. ທຳ​ນຽບ​ຂາວ, 20 ສິງ​ຫາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເວົ້າ​ໃນ​ລະ​ຫວ່າງ​ການ​ປະ​ຊຸມ​​ທີ່ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ. ທຳ​ນຽບ​ຂາວ, 20 ສິງ​ຫາ, 2019.

ທຳ​ນຽບ​ຂາວ ໃນ​ວັນ​ພະ​ຫັດ​ວານ​ນີ້​ໄດ້​ລົ້ມ​ເລີກ​ການ​ຕໍ່​ສູ້​ຂອງ​ເຂົາ​ເຈົ້າ​ ກັບ​ລັດ​ຖະ​ສະ​ພາ
ກ່ຽວກັບວ່າ ຈະໃຫ້ເງິນທຶນສີ່ພັນລ້ານໂດລາ ໃນການຊ່ວຍເຫຼືອຕ່າງປະເທດ ແລະ ຈະ
ອະນຸຍາດໃຫ້ເງິນດັ່ງກ່າວຖືກໃຊ້ ຫຼືບໍ່.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ພິ​ຈາ​ລະ​ນາ​ຕັດ​ການ​ໃຊ້​ຈ່າຍ​ໃນ​ເຫດ​
ຜົນທີ່ວ່າ ມັນເປັນການສິ້ນເປືອງ ແລະ ບໍ່ມີຄວາມຈຳເປັນ, ແຕ່ໄດ້ຍົກເລີກໄປ ເມື່ອມັນ
ໄດ້ປາກົດໃຫ້ເຫັນວ່າ ສະມາຊິກສະພາທີ່ສຳຄັນບາງຄົນໄດ້ຄັດຄ້ານມັນ.

ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ ​ທຳ​ນຽບ​ຂາວ​ ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ທ່ານ​ປະ​ທານ​າ​ທິ​
ບໍດີໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ມັນມີການສິ້ນເປືອງ ແລະ ລ່ວງລະເມີດໃນການຊ່ວຍ
ເຫຼືອຕ່າງປະເທດຂອງພວກເຮົາ, ແລະ ພວກເຮົາຕ້ອງສະຫຼຽວສະຫຼາດ ກ່ຽວກັບ ວ່າ
ເງິນຂອງ ສະຫະລັດ ໄດ້ໄປໃສ. ຍ້ອນແນວນັ້ນທ່ານຈຶ່ງໄດ້ຂໍໃຫ້ລັດຖະບານຂອງທ່ານ
ເບິ່ງໃນທາງເລືອກຕ່າງໆໃນການເຮັດແນວນັ້ນ.”

ແຕ່ຫຼັງ​ຈາກ​ສະ​ມາ​ຊິ​ກ​ສະ​ພາ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ ເດ​ໂມ​ແຄ​ຣັດ ໄດ້​ຄັດ​ຄ້ານ ​
ຕໍ່ຄວາມພະຍາຍາມຂອງທຳນຽບຂາວ ເພື່ອລະງັບການຊ່ວຍເຫຼືອຕ່າງປະເທດທີ່ຖືກ
ຮັບຮອງເອົາໂດຍລັດຖະສະພາແລ້ວນັ້ນ, ລັດຖະບານຂອງທ່ານ ທຣຳ ກໍໄດ້ຍົກເລີກ
ຄວາມຄິດ.

ຜູ້​ຊ່ວຍ​ເຫຼືອ​ທຳ​ນຽບ​ຂາວ​ໄດ້​ກ່າວ​ວ່າ “ມັນ​ເຫັນ​ໄດ້​ຈະ​ແຈ້ງວ່າ ມັນ​ມີຫຼາຍ​ຄົນ​ໃນ​ລັດ​ຖະ
ສະພາ ຜູ້ທີ່ບໍ່ມີຄວາມຍິນດີເຂົ້າຮ່ວມໃນການຕັດການໃຊ້ຈ່າຍທີ່ສິ້ນເປືອງນັ້ນ.”

ຜູ້​ຕັດ​ງົບ​ປະ​ມານ​ລະ​ດັບ​ສູງ​ບາງ​ຄົນ​ຂອງ​ທ່ານ ທ​ຣຳ ຢາກ​ໃຫ້​ທ່ານ​ຕັດ​ການ​ຊ່ວຍ​ເຫຼືອ
ຕ່າງປະເທດລົງ ເຊິ່ງເປັນການສະແດງໃຫ້ເຫັນການຍັບຢັ້ງດ້ານງົບປະມານ ຫຼັງຈາກ
ທ່ານ ທຣຳ ໄດ້ເຊັນແຜນການໃຊ້ຈ່າຍ ສອງພັນເຈັດຮ້ອຍຕື້ໂດລາ ເມື່ອບໍ່ດົນມານີ້.

ແຕ່​ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ຜູ້ກຳ​ກັບສະ​ພາ​ທີ່​ມີ​ພັກ​ເດ​ໂມ​ແຄ​ຣັດ
ຄວບຄຸມນັ້ນ, ໄດ້ກ່າວວ່າ ການລະງັບເງິນດັ່ງກ່າວຈະເປັນການລະເມີດ “ຄວາມສຸດ
ຈະລິດໃຈ” ຂອງການບັນລຸຂໍ້ຕົກລົງ ກ່ຽວກັບ ງົບປະມານໄລຍະຍາວ.

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ສອງ​ຄົນຄື​ ສະ​ມາ​ຊິກ​ສະ​ພາ​ສູງທ່ານ ລິນ​ຊີ ແກ​ຣມ ແລະ
ສະມາຊິກສະພາຕ່ຳ ທ່ານ ຮາລ ຣໍເຈີຣສ໌, ໄດ້ກ່າວວ່າ ການລະງັບການໃຊ້ຈ່າຍໃນ
ການຊ່ວຍເຫຼືອຕ່າງປະເທດຈະສ້າງຄວາມເສຍຫາຍ “ຢ່າງຫຼວງຫຼາຍ” ຕໍ່ຄວາມປອດ
ໄພແຫ່ງຊາດ ແລະ ຄວາມພະຍາຍາມປາບປາມລັດທິກໍ່ການຮ້າຍ ໃນຂະນະດຽວກັນ
ຈະເຮັດໃຫ້ການເຈລະຈາ ກ່ຽວກັບ ການໃຊ້ຈ່າຍລະຫວ່າງ ທຳນຽບຂາວ ແລະ ລັດ
ຖະສະພາໃນອະນາຄົດ ມີຄວາມສັບສົນ.

ທ່ານ ທ​ຣຳ ໄດ້​ສະ​ແດງ​ຄວາມ​ບໍ່​ແນ່​ໃຈບາງ​ຢ່າງ ກ່ຽວ​ກັບ ການ​ໃຫ້​ເງິນ​ທຶນ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG